ຊາວນາແຂວງຈໍາປາສັກ ຮ່ວມໂຄງການປູກເຂົ້າ
2012.10.03

ນັກລົງທຶນ ມີຮວມທັງ ຈີນ ວຽດນາມ ແລະ ຊາວຢູໂຣບ ທີ່ໄດ້ ສໍາປະທານ ທີ່ດິນ ຈາກຣັດ. ເຈົ້າໜ້າທີ່ຜແນກ ກະສິກັມ ແລະປ່າໄມ້ ແຂວງຈໍາປາສັກ ເວົ້າວ່າ:
"ມາເຮັດ ສໍາປະທານເອົາ ເຮັດສໍາປະທານ ສັນຍາ ເຊົ່າດິນ ປູກເຂົ້າໜຽວ ປູກເຂົ້າຈ້າວ ຊາວນາ ເຂົ້າຮ່ວມ ເພາະຊາວນາ ກໍຢູ່ໃນແຕ່ລະ ເມືອງ ທີ່ໂຄງການ ເພິ່ນເຮັດຫັ້ນ ເຂົ້າຮ່ວມ ຈະເລີ່ມປູກຢູ່ໃນ 2 ເມືອງຄື ເມືອງສຸຂຸມາ ແລະເມືອງ ຊະນະສົມບູນ".
ທ່ານວ່າ ປັດຈຸບັນ ຍັງມີຜູ້ສມັກ ເຂົ້າຮ່ວມນໍາເລື້ອຍໆ ແລະວ່າ ໃນເບື້ອງຕົ້ນ ຈະປູກເຂົ້າໜຽວ ແລະເຂົ້າຈ້າວ ຢູ່ 2 ເມືອງດັ່ງກ່າວ ນັ້ນກ່ອນ ໃນເນື້ອທີ່ ປະມານ 5,000 ເຮັກຕາ ແລະໃນ ອະນາຄົດ ອາດຈະມີການ ຂຍາຍເນື້ອທີ່ ອອກໄປຍັງ ເມືອງອື່ນໆ.
ສໍາລັບພັນເຂົ້າ ແລະອຸປກອນ ການກະເສດຕ່າງໆ ຮວມທັງຝຸ່ນ ຫລື ປຸຍ ທີ່ຈະໃຊ້ນັ້ນ ແມ່ນນັກລົງທຶນ ຈະເປັນຜູ້ ຮັບຜິດຊອບ ສນອງໃຫ້ຊາວນາ ທັງໝົດ. ຕໍ່ຄໍາຖາມ ຂອງ ຜູ້ສື່ຂ່າວ ທີ່ວ່າ ການທີ່ນັກທຸຣະກິດ ຕ່າງປະເທດ ມາລົງທຶນ ໃນຄັ້ງນີ້ ໃນອະນາຄົດ ທາງເຈົ້າໜ້າທີ່ ຈະຢ້ານເກີດຜົນ ກະທົບຕໍ່ຊາວນາ ຫລືບໍ່? ເຈົ້າໜ້າທີ່ຕອບ ຢ່າງໝັ້ນໃຈວ່າ ໂຄງການນີ້ ຈະບໍ່ສົ່ງຜົນ ກະທົບ ຫລືສ້າງ ຄວາມເດືອດຮ້ອນ ຕໍ່ຊາວນາ ຢ່າງແນ່ນອນ. ບໍ່ພຽງເທົ່ານັ້ນ ມັນຍັງຈະຊ່ວຍ ໃຫ້ແຂວງ ໄດ້ສົ່ງເຂົ້າອອກຂາຍ ຫລາຍຂຶ້ນ ແລະ ຊາວນາກໍຈະໄດ້ ຜົນກໍາໄຣ ນໍາດ້ວຍ.