ໂຮງໝໍແຫ່ງໃໝ່ ໃນແຂວງຊຽງຂວາງ

ພິທີ ວາງ ສີລາເຣິກ ສ້າງໂຮງໝໍ ສອງແຫ່ງ ຢູ່ແຂວງ ຊຽງຂວາງ ໂດຍການ ຊ່ວຍເຫລືອ ຂອງ ສະຫະຣັຖ ອະເມຣິກາ.
ສົມເນ
2012.05.31
F-Groundbreaking-xk ວັນທີ່ 25 ພຶສພາ 2012: ພິທີວາງ ສີລາເຣິກ ສ້າງໂຮງໝໍ ຢູ່ເມືອງຜາໄຊ ແລະ ເມືອງພູກູດ ຂ.ຊຽງຂວາງ.
us-embassy-laos

ເມື່ອວັນທີ່ 25 ພຶສພາ ຜ່ານມາ ໄດ້ມີພິທີ ວາງສີລາເຣິກ ສ້າງໂຮງໝໍ ຢູ່ເມືອງຜາໄຊ ແລະ ເມືອງພູກູດ ແຂວງຊຽງຂວາງ ທັງສອງແຫ່ງ ເປັນໂຄງການ ຊ່ວຍເຫລືອ ເພື່ອມະນຸສທັມ ໃນລາວ ຂອງ ຣັຖບານ ສະຫະຣັຖ ອະເມຣິກາ ແລະ ກອງບັນຊາການ ທະຫານ ສະຫະຣັຖ ປະຈໍາພາກພື້ນ ປາຊີຝິກ. ເຂົ້າຮ່ວມໃນ ພິທີ່ດັ່ງກ່າວ ມີຜູ້ຕາງໜ້າ ຂອງລາວ ທັງຝ່າຍທະຫານ ແລະ ພົລເຣືອນ ຈາກ ສູນກາງ ແລະທ້ອງຖິ່ນ. ເຈົ້າໜ້າທີ່ ຝ່າຍສະຫະຣັຖ ກໍມີທ່ານ ພັນຕຣີ James McAden ນັກການທູດ ທະຫານ ປະຈໍາລາວ ແລະ ເຈົ້າໜ້າທີ່ ຈາກ ສະຖານທູດ ສະຫະຣັດ ອະເມຣິກາ ປະຈໍາລາວ ທີ່ເປັນແຫຼ່ງຂ່າວ ແລະ ໄດ້ແຈ້ງໃຫ້ຊາບວ່າ ອາຄານ ໂຮງໝໍ 2 ແຫ່ງນີ້ ເປັນການຊ່ວຍເຫລືອ ໃນນາມຂອງ ປະຊາຊົນ ອະເມຣິກັນ ເພື່ອສະແດງ ຄວາມຮູ້ບຸນຄຸນ ຕໍ່ຣັຖບານ ແລະ ປະຊາຊົນ ແຂວງ ຊຽງຂວາງ ທີ່ຊ່ວຍເຫລືອ ໃຫ້ຄວາມຮ່ວມມື ໃນການ ຊອກຄົ້ນຫາ ຊາກກະດູກ ຂອງທະຫານ ອະເມຣິກັນ ທີ່ຫາຍສາບສູນ ໃນປາງສົງຄາມ ອິນໂດຈີນ.

ສະຖານທູດ ສະຫະຣັຖ ແລະ ກອງບັນຊາການ ທະຫານ ສະຫະຣັຖ ປະຈໍາພາກພື້ນ ປາຊີຝິກ ໄດ້ໃຫ້ການ ຊ່ວຍເຫລືອ ເພື່ອມະນຸສທັມ ຫລາຍໂຄງການ ຢູ່ໃນເຂດ ຊົນນະບົດ ຂອງລາວ ໃນລະຍະ ກວ່າ 15  ປີ ທີ່ຜ່ານມາ ຣ່ວມທັງ ການສ້າງອາຄານ ໂຮງຮຽນ ຊັ້ນປະຖົມ ຫ້ອງກວດ ແລະ ປິ່ນປົວຄົນເຈັບ ຣະບົບ ຊົລປະທານ ຣະບົບ ນໍ້າສະອາດ. ໂຄງການກໍ່ສ້າງ ທີ່ກ່າວມານີ້ ເປັນສ່ວນນື່ງ ຂອງໂຄງການ ຊ່ວຍເຫລືອ ເພື່ອ ມະນຸສທັມ ທັງໝົດ 8 ໂຄງການ ທີ່ຈະຊ່ວຍເຫລືອ ສປປລາວ ໃນປີນີ້ ຄິດເປັນ ມູນຄ່າລວມ $3.5 ລ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.