ກົດຟັງສຽງ
ຫລັງຈາກທີ່ ສະພາແຫ່ງຊາດ ລາວ ໄດ້ມີມະຕິ ຮັບຮອງ ແຕ່ງຕັ້ງ ທ່ານ ທອງສິງ ທັມມະວົງ ເປັນນາຍົກ ຣັຖມົນຕຣີ ຜູ້ໃໝ່ແທນ ທ່ານ ບົວສອນ ບຸບຜາວັນ ທີ່ໄດ້ລາອອກ ຈາກຕຳແໜ່ງ ກ່ອນກຳນົດ ໃນມື້ວັນ ທີ 23 ທັນວາ 2010, ໄດ້ສ້າງຄວາມ ແປກໃຈໃຫ້ແກ່ ປະຊາຊົນ ທົ່ວໄປ. ຊາວນະຄອນຫລວງ ວຽງຈັນ ຜູ້ນຶ່ງເວົ້າວ່າ:
"ແປກໃຈນຳ ບໍ່ຄິດວ່າ ທ່ານບົວສອນ ເພິ່ນຊິໝົດ ຕຳແໜ່ງ ໄວປານນີ້ ເປັນຫຍັງເພິ່ນ ຈຶ່ງລາອອກ ຂໍ້ນີ້ທີ່ ປະຊາຊົນ ຫລາຍຄົນ ສ່ວນຫລາຍ ຮູ້ສຶກແປກໃຈ ກໍວ່າເພິ່ນ ບໍ່ຮູ້ວ່າເປັນຫຍັງ ເພິ່ນຈຶ່ງລາອອກ ກໍຢາກຮູ້ຄືກັນ ເປັນຫຍັງເພິ່ນ ຈຶ່ງລາອອກ ຍ້ອນເພິ່ນມີ ພາລະກິຈ ອັນອື່ນບໍ ເພິ່ນຈຶ່ງລາອອກ ຈາກໂຕນີ້".
ນາງເວົ້າຕໍ່ໄປວ່າ ທີ່ຜ່ານມາ ທ່ານ ບົວສອນ ບຸບຜາວັນ ກໍເຮັດວຽກ ໄດ້ດີ ໂດຍສະເພາະ ເຣື້ອງເສຖກິດ ແລະ ໃນເວທີສາກົນ ຕາງໜ້າໃຫ້ ສປປລາວ, ທ່ານມີຄວາມ ສາມາດກ່ຽວກັບ ຄວາມສຳພັນ ຕ່າງປະເທດ ໄດ້ດີ ຈຶ່ງສ້າງຄວາມ ແປກໃຈ ໃຫ້ປະຊາຊົນ ລາວ ໂດຍທົ່ວໄປ ກ່ຽວກັບການ ລາອອກ ໃນເທື່ອນີ້. ທີ່ຜ່ານມາ ບໍ່ມີທ່າທີ ວ່າຈະມີການ ລາອອກ ແລະ ຕາມປວັດສາດ ລາວ ການລາອອກຈາກ ຕຳແໜ່ງ ຂອງ ນາຍົກຣັຖມົນຕຣີ ບໍ່ເຄີຍມີມາກ່ອນ.
ເຖິງຢ່າງໃດ ກໍຕາມ ປັດຈຸບັນນີ້ ທ່ານທອງສິງ ທັມມະວົງ ກໍໄດ້ເປັນ ນາຍົກຣັຖມົນຕຣີ ຄົນໃໝ່ຂອງ ສປປລາວ ຊຶ່ງຈະເປັນ ຜູ້ນຳພາ ປະເທດຊາດ ໃຫ້ມີຄວາມ ກ້າວໜ້າ ແລະ ຈະເຣີນຮຸ່ງເຮືອງ. ຊາວນະຄອນຫລວງ ວຽງຈັນ ຜູ້ເກົ່າ ເວົ້າອີກວ່າ:
"ຄວາມຄາດຫວັງ ກໍຢາກໃຫ້ເພິ່ນ ເປັນຜູ້ນຳທີ່ ແບບຈົງຮັກພັກດີ ຕໍ່ບ້ານເມືອງ ເພິ່ນຈະເຮັດວຽກ ພັທນາ ປະເທດຊາດ ໃຫ້ດີກວ່າເກົ່າ".
ຫລັງຈາກການ ລາອອກຂອງ ທ່ານ ບົວສອນ ບຸບຜາວັນ ສະພາ ໄດ້ລົງມະຕິ ໂດຍຄະແນນສຽງ 101 ຕໍ່ 0 ຮັບຮອງເອົາ ທ່ານ ທ່ານທອງສິງ ທັມມະວົງ ເປັນນາຍົກຣັຖມົນຕຣີ ຄົນໃໝ່ ຂອງ ສປປລາວ.