ປາກຊັນຕ້ອງການ ຣະບົບຊົລປະທານ

ເມືອງປາກຊັນ ແຂວງ ບໍຣິຄໍາໄຊ ຕ້ອງການ ຣະບົບ ຊົລປະທານ ເພີ້ມອີກ ຢ່າງຮີບດ່ວນ.
ໂພໄຊສວັດ
2012.09.04

ທີ່ຜ່ານມາ ຣະບົບຊົລປະທານ ບໍ່ພຽງພໍ ແຕ່ຊາວກະສິກອນ ຢາກເຮັດນາ ແລະ ປູກພຶດ ກະສິກັມ ເພີ້ມຂຶ້ນ ຈຶ່ງຕ້ອງການໃຫ້ ຣັຖບານ ຊ່ວຍສົ່ງເສີມ ຣະບົບນໍ້າ ທີ່ດີກວ່າເກົ່າ. ດັ່ງທ້າວພົງ ຊາວນາເມືອງປາກຊັນ ແຂວງ ບໍຣິຄໍາໄຊ ເວົ້າວ່າ:

"ຢູ່ບ້ານ ກໍມີຫລາຍໂຄງການ ລົງໄປ ເຊັ່ນໂຄງການ ເອົາສັດໃຫຍ່ໄປໃຫ້ລ້ຽງ ເອົາແນວພັນເຂົ້າ ໄປໃຫ້ປູກ ຖ້າເປັນໄປໄດ້ ຢາກໃຫ້ມີ ຊົລປະທານ ໃຫ້ຫລາຍຂຶ້ນ ຈັ່່ງຊິ່ໄດ້ ເຮັດນາສອງລະດູ ຫລື 3 ລະດູກໍໄດ້ ຢູ່ແຖວນີ້ ມັນຊີ່ຂາດເຣື່ອງ ຊົລປະທານຫລາຍ ມີແຕ່ວ່າເຮັດນາ ຣະດູດຽວ".

ຊາວບ້ານ ເວົ້າຕໍ່ໄປວ່າ ປັດຈຸບັນມີ ການຊ່ວຍເຫລືອ ດ້ານກະສິກັມ ຫລາຍກວ່າແຕ່ກ່ອນ ຄືປີກາຍນີ້ກໍໄດ້ ມີການຊ່ວຍນໍາເອົາ ພັນປາມາໃຫ້ລ້ຽງ ແຕ່ບັນຫາ ການກະເສຕ ແມ່ນຣະບົບ ຊົລປະທານ ທີ່ບໍ່ພຽງພໍ ໂດຍສະເພາະ ຍາມແລ້ງ ມັກຂາດແຄນນໍ້າ. ຫາກຈະຊ່ວຍ ໃນການກະສິກັມ ຕ້ອງແມ່ນດ້ານ ລະບົບນໍ້າ.

ນອກຈາກຣະບົບ ຊົລປະທານ ແລ້ວ ຊາວກະສິກອນ ສ່ວນໃຫຍ່ ຍັງຕ້ອງການຄວາມຮູ້ ໃນການເພີ້ມຜົນຜລິດ ຍ້ອນວ່າໂຄງການ ຊ່ວຍເຫລືອຕ່າງໆ ທີ່ຈັດມາຊ່ວຍເຫລືອ ເປັນພຽງການຜລິດ ເພື່ອກຸ້ມກິນ ໃນຄອບຄົວ ແຕ່ຊາວກະເສຕກອນ ຢາກມີລາຍໄດ້ ຈາກການກະສິກັມ.

ທ້າວພົງ ຊາວນາ ເມືອງປາກຊັນ ເວົ້າສລຸບວ່າ ຍາມຝົນຕົກໜັກ ນໍ້າກໍຖ້ວມ ບາດຍາມບໍ່ມີ ຝົນຕົກ ນໍ້າກໍແຫ້ງ ຫາກມີຣະບົບ ຊົລປະທານ ທີ່ໄດ້ມາຕຖານ ຊາວກະສິກອນ ກໍຈະສາມາດ ເກັບຮັກສານໍ້າໄວ້ ເພື່ອການກະເສຕ ໄດ້ຕລອດປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.