ຂ.ບໍ່ແກ້ວ-ພະມ້າ ສົ່ງຄ້າຢາຂ້າມແດນ

ກາຣຂົນສົ່ງ ຢາເສພຕິດ ຂ້າມຊາຍແດນ ແຂວງບໍ່ແກ້ວ ກັບ ພະມ້າ ມີເພີ່ມຂຶ້ນ ໃນທຸກມື້ນີ້.
ຫວາດ ສີມູນ
2012.08.17

ໃນປັຈຈຸບັນ ຂະບວນກາຣ ຄ້າຢາເສພຕິດ ຍັງມີກາຣ ໃຊ້ຊາຍແດນ ຣະຫວ່າງ ແຂວງບໍ່ແກ້ວ ແລະ ພະມ້າ ເພື່ອລຳລຽງ ຢາເສພຕິດ ທີ່ຜິດກົດໝາຍ ຢູ່ຄືເກົ່າ. ເຈົ້າໜ້າທີ່ ແຂວງບໍ່ແກ້ວ ໄດ້ແຈ້ງຕໍ່ ເອເຊັຽເສຣີ ໃນວັນສຸກ ນີ້ວ່າ:

“ຊາຍແດນແຖວ ຕົ້ນເຜີ້ງ ຣະຫວ່າງ ລາວກັບພະມ້າ ຍັງເປັນຊາຍແດນ ແບບທ້ອງຖີ່ນ ຍັງໄປມາແບບ ສະບາຍ ໃຊ້ເຮືອຂ້າມໄປ ຂ້າມມາ ຫາກັນ ໂດຽທີ່ບໍ່ຜ່ານດ່ານ ແຕ່ວ່າ ກໍເຊື່ອແນ່ວ່າ ມັນຕ້ອງມາຈາກ ພະມ້າ ເພາະວ່າຜ່ານມາ ຈັບຫລາຍແມ່ນຄົນ ຄົນພະມ້າ ພໍ່ລ້ຽງພະມ້າ ເປັນຄົນມາສົ່ງ”.

ພ້ອມດຽວກັນນີ້ ທ່ານກໍວ່າ ເມື່ອນັກຄ້າ ຢາເສພຕິດ ຊາວຕ່າງດ້າວ ເຂົ້າມາຕາມ ຊາຍແດນແລ້ວ ເຂົາເຈົ້າກໍມັກ ຈະນຳມາ ຊຸກເຊື່ອງໄວ້ ຢູ່ຕາມບ້ານ ຊາຍແດນ ແລະບາງເທື່ອ ກໍມີກາຣ ຈ້າງຊາວບ້ານ ເປັນຜູ້ ຂົນສົ່ງໄປ ຍັງເຂຕແຂວງອື່ນໆ ພ້ອມກັບຫາໂອກາສ ຈັດສົ່ງ ໄປຍັງເຂຕ ສາມຫລ່ຽມຄຳ ນຳດ້ວຍ ແຕ່ສະເພາະ ຈຳນວນ ຕົວເລຂ ຂອງຜູ້ທີ່ຖືກຈັບ ນັ້ນ ກໍບໍ່ສາມາຕ ສຣຸບໄດ້ ແຕ່ກໍມີກາຣ ລົງໂທສ ຜູ້ຕ້ອງຫາ ຢູ່ໃນແຂວງ ເລື້ອຍໆ. ດັ່ງເຈົ້າໜ້າທີ່ ໃຫ້ກາຣຊີ້ແຈງ ເພີ່ມວ່າ:

“ພນັກງານເຮົາ ກໍມາຫລາຍ ເຂົາກໍຫລາຍ ເຂົາກໍ ຫລົບຫລີກ ໄດ້ງ່າຍ ເພາະເປັນບ້ານ ເລັກໆນ້ອຍໆ ພນັກງານເຂົ້າບ້ານ ເຂົາຈະເບີ່ງ ໄດ້ງ່າຍ ກາຣພາງຕົວ ມັນຍັງຍາກຢູ່”.

ເຈົ້າໜ້າທີ່ ໄດ້ເນັ້ນເພີ່ມວ່າ ເພື່ອຈະໃຫ້ ສາມາຕປາບປາມ ຂະບວນກາຣ ຄ້າຢາ ດັ່ງກ່າວ ໃຫ້ໄດ້ດີ ກວ່າເກົ່ານັ້ນ ຈຳເປັນຕ້ອງໄດ້ ອາສັຍຂໍ້ມູລ ຫລັກຖານ ຈຶ່ງໄດ້ຮຽກຮ້ອງ ຕໍ່ ປະຊາຊົນ ໃຫ້ພາກັນຊ່ວຍ ເປັນຫູເປັນຕາ ຖ້າພົບເຫັນ ຄົນແປກໜ້າ ທີ່ມີພິຣຸດ ຜິດປົກຕິ ກໍໃຫ້ແຈ້ງຕໍ່ ທາງເຈົ້າໜ້າທີ່ ກໍຍີ່ງ ຈະເປັນກາຣດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.