ເລືອດກຸ່ມໃດມີສ່ວນ ເປັນໂຣຄຫົວໃຈວາຍ
2012.09.05
ກົດຟັງສຽງ
ການສຶກສາ ຄົ້ນຄວ້າໃໝ່ ຕັ້ງຄໍາຖາມວ່າ ກຸ່ມເລືອດ A B ແລະ A/B ຫລື O ມີຄວາມໝາຍ ຕໍ່ສຸຂພາບ ຮ່າງກາຍ ຂອງຄົນບໍ່? ຫລືວ່າ ກຸ່ມເລືອດໃດ ກຸ່ມເລືອດນຶ່ງ ມີສ່ວນ ພົວພັນກັບ ໂຣຄຫົວໃຈວາຍ ບໍ່?
ຄນະ ນັກຄົ້ນຄວ້າ ນໍາໂດຍ ດຣ. Meian He, ຜູ້ຊ່ຽວຊານ ດ້ານພຍາດ ລະບາດ ວິທຍາຜແນກ ທັນຍາຫານ ຈາກ ມະຫາວິທຍາໄລ Harvard ສະຫະຣັຖ ອະເມຣິກາ ໄດ້ກວດສອບ ການສຶກສາ ຂອງກຸ່ມຄົນ 85,000 ຄົນ ລະຫວ່າງປີ 1976 ຫາ 2006. ຜູ້ທີ່ຮ່ວມ ໃນການສຶກສາ ຕ້ອງໄດ້ ລາຍງານ ກ່ຽວກັບ ກຸ່ມເລືອດ ຂອງພວກຂະເຈົ້າ ແລະ ໃຫ້ບອກວ່າ ເຄີຍເປັນ ໂຣຄຫົວໃຈວາຍບໍ່?
ຜົນຂອງການວິຈັຍ ພົບວ່າ ກຸ່ມເລືອດ ທີ່ບໍ່ແມ່ນ ກຸ່ມເລືອດ O, ໝາຍຄວາມວ່າເປັນ ກຸ່ມເລືອດ A, B, ແລະ A/B ມີໂອກາດ ເປັນໂຣຄຫົວໃຈວາຍ ໄດ້ສູງ ແລະ ການສຶກສາ ໄດ້ຖືກພິມ ແຜ່ຜາຍ ໃນວາລະສານ ຂອງ ສະມາຄົມຫົວໃຈ ສະຫະຣັຖ ອະເມຣິກາ.
ຢູ່ສະຫະຣັຖ ມີຄົນທີ່ມີ ກຸ່ມເລືອດ O ຫລາຍກວ່າໝູ່ ຄືມີຮອດ 45 ສ່ວນຮ້ອຍຂອງ ຈໍານວນ ພົລເມືອງທັງໝົດ. ອີງຕາມ ອົງການ ສະພາກາຊາດ ອະເມຣິກັນ ຕິດຕາມມາ ໂດຍກຸ່ມເລືອດ A, B, ແລະ A/B ຫລ້າສຸດ.
ການສຶກສາ ຄົ້ນຄວ້າ ແນະນໍາວ່າ ມີການພົວພັນ ລະຫວ່າງ ກຸ່ມເລືອດຕ່າງໆ ກັບໂຣຄຫົວໃຈວາຍ ແຕ່ຜູ້ຊ່ຽວຊານ ດ້ານຫົວໃຈຍັງບໍ່ ທັນແນ່ໃຈວ່າ ມີການເຊື່ອມໂຍງ ກັນເທື່ອ ຊຶ່ງປະທານ ຂອງຜູ້ຊ່ຽວຊານ ດ້ານໂຣຄຫົວໃຈ ດຣ Steve Nissen ກ່າວວ່າ ປັດຈຸບັນ ຍັງບໍ່ທັນມີ ຫລັກຖານ ທາງການແພດ ໃນ clinic ເທື່ອ.