ຣັຖບານລາວບໍຣິຈາກ ຊ້າງໃຫ້ຍີ່ປຸ່ນ
2012.10.05
ທາງການລາວ ໄດ້ບໍຣິຈາກ ຊ້າງນ້ອຍ 8 ໂຕ ຈາກແຂວງ ໄຊຍະບູຣີ ໃຫ້ແກ່ ຣັຖບານ ຍີ່ປຸ່ນ ໃນນັ້ນ 2 ໂຕ ແມ່ນຖືກໃຊ້ ໃນງານ ສະແດງ ລະຄອນສັດ ອີກ 6 ໂຕ ຖືກໃຊ້ ເພື່ອປົວແປງ ຈິດໃຈ ຂອງຊາວຍີ່ປຸ່ນ ຜູ້ທີ່ໄດ້ຮັບ ເຄາະຮ້າຍ ຈາກເຫດສຸນະມິ ທີ່ເຮັດໃຫ້ ມີການຮົ່ວໄຫລ ຂອງ ສາຣພິດ ຈາກໂຮງງານ ນິວເຄລັຽ ທີ່ເມືອງ ຟູກູຊີມະ. ຊ້າງ 6 ໂຕ ດັ່ງກ່າວ ກໍຖືກຂັງໃວ້ ທີ່ສວນ Safari ໃນເມືອງດັ່ງກ່າວ.
ນັກອະນຸຮັກ ຊ້າງ ທ່ານນື່ງ ຜູ້ທີ່ເຄີຍເປັນ ອາສາສມັກ ທີ່ສູນລ້ຽງຊ້າງ ທີ່ແຂວງ ໄຊຍະບູຣີ ໄດ້ກ່າວຕໍ່ ນັກຂ່າວ ABC ຂອງອອສເຕຣເລັຽ ວ່າ ຊ້າງນ້່ອຍ 8 ໂຕດ່ັງກ່າວ ບໍ່ຄວນ ບໍຣິຈາກ ໃຫ້ຍີ່ປຸ່ນ ໃນເບື້ອງຕົ້ນ ເພາະເປັນການ ຝ່າຝືນ ສົນທິສັນຍາ ການຄ້າສັດປ່າ ທີ່ຜິດກົດຫມາຍ. ທາງການລາວ ບອກວ່າການ ບໍຣິຈາກຊ້າງ ໃຫ້ຍີ່ປຸ່ນ ແມ່ນເພື່ອການ ສຶິກສາ ບໍ່ແມ່ນການຄ້າ.
ແຕ່ໃນພາກ ປະຕິບັດ ໂຕຈີງນັ້ນ ການທີ່ໃຊ້ຊ້າງ ໃນງານສະແດງ ຣະຄອນສັດ ບໍ່ຖື ວ່າເປັນການຄ້າ ຫລືຢ່າງໃດ ແລະ ຊ້າງທີ່ໃຊ້ ປົວແປງຈິດໃຈ ຜູ້ທີ່ໄດ້ຮັບ ເຄາະຮ້າຍນັ້ນ ຖືກຂັງໄວ້ຢູ່ ໃນສວນ Safari ທີ່ ເມືອງຟູກູຊີມະ ບ່ອນທີ່ມີ ໂຮງງານນິວເຄລັຽ ຮ່ົວໄຫລ ນັ້ນກໍອາດເປັນ ອັນຕະຣາຍ ຕໍ່ສຸຂພາບຂອງຊ້າງ. ດ່ັງຍານາງກ່າວວ່າ:
"ການສົ່ງຊ້າງໄດ້ ຈັດຂື້ນ ແລະຣັຖບານ ຍີ່ປຸ່ນ ກໍເຊົ່າຊ້າງລາວ 8 ໂຕ".
ເຖິງຢ່າງໃດ ກໍຕາມ ຍານາງວ່າ ສປປລາວ ຄວນອະນຸຮັກ ຊ້າງ ເພາະມັນຈະສູນພັນ ໄປຫມົດແລ້ວ ເທ່ົາເຖີິງ ປັດຈຸບັນ ໃນລາວ ຍັງເຫລືອຊ້າງ ບໍ່ພໍເທົ່າໃດໂຕ.