ກອງປະຊຸມຣັຖສະພາ ເອເຊັຍ-ຢູໂຣບ
2012.10.02

ກອງປະຊຸມ ຣັຖສະພາ ເອເຊັຍ-ຢູໂຣບ ຫຼື ອາເຊັມ ໄດ້ສ້າງຕັ້ງຂື້ນ ພາຍໃຕ້ ຂໍ້ຣິເຣີ່ມ ຂອງ ກອງປະຊຸມ ສຸດຍອດ ບັນດາ ຜູ້ນໍາ ເອເຊັຍ-ຢູໂຣບ ເພື່ອເປັນ ເວທີປືກສາ ຫາຣື ຣະຫວ່າງ ຣັຖສະພາ ຂອງ ບັນດາປະເທດ ໃນຖະວິບ ເອເຊັຍ-ຢູໂຣບ ເພື່ອແລກປ່ຽນ ຄໍາເຫັນ ຊື່ງກັນແລະກັນ.
ຫລັງຈາກ ສປປລາວ ຈະເປັນເຈົ້າພາບ ຈັດກອງປະຂຸມ ອາເຊັມ ໃນຕົ້ນເດືອນ ພຶສຈິກາ 2012 ນີ້ ຈີ່ງມີການ ຕຣຽມຈັດ ກອງປະຊຸມ ASEP ຄັ້ງທີ່ 7 ຂື້ນຢູ່ ທີ່ໂຮງແຮມ ດອນຈັນ ພາເລຊ ພາຍໃຕ້ ຄໍາຂວັນ (ການເປັນຄູ່ຮ່ວມ ຣັຖສະພາ ເອເຊັຍ-ຢູໂຣບ ເພື່ອການ ພັທນາ ແບບຍືນຍົງ). ສໍາລັບ ສປປລາວ ຫົວຂໍ້ໃຫ່ຍ ຈະນໍາສເນີ ມີດັ່ງນີ້:
1. ການຮ່ວມມື ທາງດ້ານ ເສຖກິດ ຄວາມໝັ້ນຄົງ ທາງດ້ານ ສະບຽງອາຫານ ໜີ້ ສາທາຣະນະ ການຄຸ້ມຄອງ ຊັພຍາກອນ ທັມມະຊາດ ແລະ ການທ່ອງທ່ຽວ.
2. ການຮ່ວມມື ທາງດ້ານ ສັງຄົມແວດລ້ອມ ການປ້ອງກັນ ຄຸ້ມຄອງ ພັຍພິບັດ ການສົ່ງເສີມ ບົດບາດ ຍິງຊາຍ ການພັທນາ ຊັພຍາກອນ ມະນຸສ ແລະ ບັນຫາ ເຄື່ອນຍ້າຍ ແຮງງານ.
ກອງປະຊຸມ ອາເຊັມ ຄັ້ງທີ່ 7 ຈະມີຄນະຜູ້ແທນ ຈາກ 43 ປະເທດ ເຂົ້າຮ່ວມ ໃນນັ້ນ ຂົງເຂດເອເຊັຍ ມີ 15 ປະເທດ ຄືປະເທດ ຢູໂຣບ ມີ 27 ປະເທດ ແລະ 1 ຣັຖສະພາ ຢູໂຣບ ພ້ອມທັງ ບັນດາປະເທດ ສັງເກດການ ຄື: ອອສເຕຣເລັຍ ຣັດເຊັຍ ນິວ ຊີແລນ ພະມ້າ ນໍເວ ແລະປະເທດ ສວິສເຊີແລນ.
ນອກຈາກນີ້ແລ້ວ ຍັງມີບັນດາ ແຂກຖືກເຊີນ ຂອງປະເທດ ເຈົ້າພາບອີກເຊັ່ນ: ເລຂາທິການ ໃຫຍ່ ໄອປາ ເລຂາທິການ ໃຫ່ຍ ອາຊຽນ, ເລຂາທິການໃຫຍ່ IPU ຕົວແທນ ຈາກອົງການ UNIDR ຕົວແທນຈາກອົງການ ສະຫະປະຊາຊາດ ເພື່ອການພັທນາ ຫຼື UNDP ຮວມທັງ ຕົວແທນ ຈາກອົງການ IMF ອີກດ້ວຍ.