ເປົ້າໝາຍເສຖກິຈ ຂອງກຸ່ມອາຊ໊ຽນ

ອາຊ໊ຽນ ມີເປົ້າໝາຍ ຈະສ້າງ ຊຸມຊົນເສຖກິຈ ໃຫ້ເປັນ ອັນດຽວກັນ ໃຫ້ໄດ້ພາຍ ໃນປີ 2015.

0:00 / 0:00

ກາຣທີ່ອາຊ໊ຽນ ມີເປົ້າໝາຍ ຈະສ້າງໃຫ້ເປັນ ຊຸມຊົນເສຖກິຈ ດຽວກັນ ໃຫ້ໄດ້ພາຍໃນປີ 2015 ຕາມແບບແຜນ ຂອງ ສະຫະພາບຢູໂຣປ ນັ້ນ ອາຈບໍ່ປະສົບ ຜົລສຳເຣັຈ ຍ້ອນຍັງມີ ບັນຫາ ຂັດແຍ່ງ ໃນ ທະເລຈີນໃຕ້ ແລະ ເຖີງແມ່ນວ່າ ນັກກາຣເມືອງ ຊາວເອເຊັຽ ທີ່ມີທັງຜູ້ນຳ ປະເທສ ທີ່ຮັ່ງມີເຊັ່ນ: ສິງຄະໂປ ແລະ ປະເທສທີ່ທຸກຂ໌ຈົນ ດັ່ງ ສປປລາວ ແລະ ພະມ້າ ຕ່າງກໍຫວັງທີ່ຈະ ໃຫ້ສາມາຕ ເກີດຂຶ້ນໄດ້ ແລະ ໃນຂນະດຽວກັນ ກາຣທີ່ ທາງກາຣຈີນ ໄດ້ເຂົ້າໄປມີ ບົທບາທ ດ້ວຍກາຣພົວພັນ ຢ່າງໃກ້ຊິດ ກັບບາງປະເທສ ກໍອາຈຖື ເປັນກາຣກີດກັ້ນ ໃນກາຣ ປະຕິບັຕ ວຽກງານ ອາຊ໊ຽນ ກໍເປັນໄດ້.

ຄາວທີ່ມີ ກອງປະຊຸມ ສຸດຍອດອາຊ໊ຽນ ຢູ່ກຸງພະນົມເປັນ ຫວ່າງມໍ່ໆມານີ້ ທາງ ຄນະຣັຖມົນຕຣີ ອາຊ້ຽນ ກໍບໍ່ສາມາຕ ຕົກລົງກັນໄດ້ ໃນຮ່າງແຖລງກາຣ ຮ່ວມ ຊຶ່ງທາງກາຣ ຟີລິປປິນ ແລະ ວຽຕນາມ ໄດ້ສເນີໃຫ້ ນໍາເອົາຂໍ້ຂັດແຍ່ງ ໃນເຂຕໝູ່ເກາະ Spratly ແລະ Paracel ເຂົ້າໃນແຖລງກາຣ ແຕ່ທາງກາຣ ກັມພູຊາ ບໍ່ເຫັນພ້ອມ ເພາະເປັນບັນຫາ ກາຣຂັດແຍ່ງ ຣະຫວ່າງຈີນ ແລະ ປະເທສທີ່ກ່ຽວຂ້ອງ ອື່ນໆຕ່າງຫາກ ຊຶ່ງກໍຮວມທັງ ມາເລເຊັຽ ບຣູໄນຍ໌ ຈີນ ວຽຕນາມ ຟີລິປປິນ ແລະ ໃຕ໊ຫວັນ ທີ່ຕ່າງຝ່າຍ ກໍຢືນຢັນວ່າ ເຂຕ ທີ່ມີກາຣ ຂັດແຍ່ງດັ່ງກ່າວ ຢູ່ພາຍໃຕ້ ອະທິປະໄຕ ຂອງຕົນ ຕລອດມາ.

ໃນເວລາດຽວກັນນີ້ ທ່ານສຸຣິນ ພິຕສຸວັນ ເລຂາທິກາຣ ອາຊ໊ຽນ ກໍໃຫ້ທັສນະ ວ່າ ກາຣທີ່ ຄນະຣັຖມົນຕຣີ ອາຊ໊ຽນ ບໍ່ສາມາຕ ອອກແຖລງກາຣ ຮ່ວມກັນໄດ້ ຢູ່ທີ່ ກອງປະຊຸມ ຄັ້ງ ຜ່ານມາ ຄົງຈະບໍ່ສົ່ງ ຜົລກະທົບ ຕໍ່ກາຣທີ່ຈະ ຈັດຕັ້ງເຂຕ ຊຸມຊົນອາຊ໊ຽນ ໃນອະນາຄົຕ ແຕ່ຢ່າງໃດ!