ກົດໝາຍຕ້ານຄ້າມະນຸດ ຂອງສປປລາວ

ເຈົ້າໜ້າທີ່ໄທ ວ່າ ກົດໝາຍ ຕ້ານ ການຄ້າມະນຸດ ຂອງລາວ ຈະຊ່ວຍຫລຸດຜ່ອນ ການຄ້າມະນຸດ ໃນລາວ ແລະ ໃນປະເທດ ເພື່ອນບ້ານ ໄດ້ແຕ່ພຽງ ເລັກນ້ອຍ.

ກອງປະຊຸມ ປຶກສາຫາຣື ກ່ຽວກັບການປະເມີນ ກົດໝາຍທີ່ກ່ຽວຂ້ອງກັບ ການຄ້າມະນຸດ ຂອງ ສປປ ລາວ ວັນທີ 29-30 ມິນາ 2012 ທີ່ນະຄອນຫຼວງ ວຽງຈັນ (ຊ້າຍຫາຂວາ) ພັນຕໍາຣວດເອກ ກຽງຄໍາ ອິນພັນທະວົງ, The Head of the Secretariat of the National Steering Committee on Human Trafficking; ສາສດາຈາຣ ເກດ ກຽດຕິສັກ, Vice Minister of Justice; ສາສດາຈາຣ ດາວອນ ວົງວິຈິດ, President of the Law Committee of the National Assembly; ທ່ານ Fumio Ito, UNODC Lao PDR Office; ຍານາງ Tracy Taylor, Chief of the Political/Economic Section, U.S.Embassy
ກອງປະຊຸມ ປຶກສາຫາຣື ກ່ຽວກັບການປະເມີນ ກົດໝາຍທີ່ກ່ຽວຂ້ອງກັບ ການຄ້າມະນຸດ ຂອງ ສປປ ລາວ ວັນທີ 29-30 ມິນາ 2012 ທີ່ນະຄອນຫຼວງ ວຽງຈັນ (ຊ້າຍຫາຂວາ) ພັນຕໍາຣວດເອກ ກຽງຄໍາ ອິນພັນທະວົງ, The Head of the Secretariat of the National Steering Committee on Human Trafficking; ສາສດາຈາຣ ເກດ ກຽດຕິສັກ, Vice Minister of Justice; ສາສດາຈາຣ ດາວອນ ວົງວິຈິດ, President of the Law Committee of the National Assembly; ທ່ານ Fumio Ito, UNODC Lao PDR Office; ຍານາງ Tracy Taylor, Chief of the Political/Economic Section, U.S.Embassy (UNODC-web)

0:00 / 0:00

ເຈົ້າໜ້າທີ່ ອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ທີ່ເຮັດວຽກ ຕ້ານການ ຄ້າມະນຸດ ໃນໄທ ກ່າວຕໍ່ນັກຂ່າວ ເອເຊັຽເສຣີ ໃນວັນທີ 31 ກໍຣະກະດາ 2012 ນີ້ວ່າ ສປປລາວ ມີຮ່າງກົດໝາຍ ຕ້ານ ການຄ້າມະນຸດ ແລະ ກໍເຊື່ອວ່າ ຈະຊ່ວຍຫລຸດຜ່ອນ ບັນຫາ ການຄ້າມະນຸດ ໃນລາວລົງໄດ້ ແຕ່ບໍ່ຫລາຍ. ດັ່ງທ່ານກ່າວວ່າ:

"ທ່ານວ່າ ຖ້າຂະເຈົ້າ ຫ່າງແບບນັ້ນ ກໍສະແດງວ່າ ຂະເຈົ້າປ້ອງກັນ ບັນຫານີ້ ຢູ່ພາຍໃນ ແລະ ປະເທດເພື່ອນບ້ານ ຊຶ່ງທ່ານຄິດວ່າ ອາດຈະມີ ສ່ວນຊ່ວຍໄດ້ ຈໍານວນນຶ່ງ ແຕ່ບໍ່ຫລາຍ ເພາະວ່າ ສ່ວນໃຫຍ່ ຄົນລາວ ກໍເຂົ້າມາໄທ ໄດ້ງ່າຍ".

ທ່ານກ່າວ ຕໍ່ໄປວ່າ ກົດໝາຍຕ້ານ ການຄ້າມະນຸດ ຈະເປັນເຄື່ອງມື ທີ່ໃຊ້ໃນການ ຕອບໂຕ້ ຂະບວນການ ຄ້າມະນຸດ ແຕ່ທ່ານເຫັນວ່າ ສິ່ງທີ່ຈະແກ້ໄຂໄດ້ ຢ່າງແທ້ຈິງນັ້ນ ຄື ທາງການລາວ ຕ້ອງໄດ້ເພີ່ມ ມາຕການກວດກາ ແມ່ຍິງລາວ ທີ່ມາຫາເຮັດວຽກ ຢູ່ໄທ ໃຫ້ຫລາຍຂຶ້ນ. ເຈົ້າໜ້າທີ່ໄທ ກ່າວວ່າ:

"ມັນອາດຈະ ປ້ອງກັນ ໄດ້ຍາກຢູ່ ບາງທີ ກໍເປັນຜູ້ຮູ້ກັນ ກັບພວກດ່ານ ເຂົາຮູ້ດີຢູ່ແລ້ວວ່າ ແມ່ຍິງຜູ້ນີ້ ໄປເຮັດວຽກຫຍັງ ຢູ່ໄທ ມັນເປັນແບບດຽວກັນ ກັບເຣື່ອງ ຣະບົບ ການສໍ້ຣາສ ບັງຫລວງ ເຣື່ອງຊ່ວຍ ເຂົາກໍປິດ ຂ່າວກັນຢູ່ແລ້ວ".

ແຕ່ເຖິງຢ່າງໃດ ກໍດີ ເຈົ້າໜ້າທີ່ລາວ ຫລາຍພາກສ່ວນ ເຊື່ອວ່າ ກົດໝາຍ ຕ້ານການ ຄ້າມະນຸດ ຈະຊ່ວຍຫລຸດຜ່ອນ ການຄ້າມະນຸດ ຢູ່ລາວ ແລະ ຢູ່ປະເທດ ເພື່ອນບ້ານໄດ້ ແລະ ຄາດວ່າກົດໝາຍ ດັ່ງກ່າວ ຈະໄດ້ຮັບການ ປະຕິບັດ ໃນປີ 2014.