ໂຮງແຮມກາຊີໂນ ດອກຈໍາປາເປີດແລ້ວ

ບ່ອນຫລິ້ນ ການພະນັນ ຫລື ກາສິໂນ ແຫ່ງໃໝ່ ໃນນະຄອນຫລວງ ວຽງຈັນ ເປີດແລ້ວ.
ຈໍາປາທອງ
2012.09.11

ຊາວນະຄອນຫລວງ ວຽງຈັນ ໄດ້ເລົ່າຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 10 ກັນຍາ 2012 ນີ້ວ່າ ບ່ອນຫລິ້ນ ການພະນັນ ຫລື ກາສິໂນ ແຫ່ງໃໝ່ ໃນ ນະຄອນຫລວງ ວຽງຈັນ ເປີດແລ້ວ ເມື່ອຕົ້ນເດືອນ ກັນຍາ ນີ້. ບ່ອນຫລິ້ນ ການພະນັນແຫ່ງໃໝ່ນີ້ ເປັນຂອງນັກ ທຸຣະກິຈ ຕ່າງປະເທດ ຢູ່ໃນໂຮງແຮມ ດອກຈໍາປາ ທີ່ເມືອງ ຫາດຊາຍຟອງ.
ປະຊາຊົນ ຜູ້ຣາຍງານ ເວົ້າເຖິງບ່ອນຫລິ້ນ ການພະນັນ ນັ້ນວ່າ:

"ຊື່ມັນເປັນດອກຈໍາປາ Hotel ເລີຍນະ ຂະເຈົ້າເຮັດເປັນ complex ໃນຫັ້ນຄົບວົງຈອນ ແບບມີທັງຄາສິໂນ ມີທັງໂຮງແຮມ ຈັ່ງຊີ້ນະ ປ້າຍມັນຂຶ້ນແລ້ວ ທໍາອິດປ້າຍບໍ່ທັນ ຂຶ້ນເດ".

ທ່ານເວົ້າຕໍ່ໄປວ່າ ຄາສິໂນແຫ່ງນີ້ ເປັນບ່ອນຫລິ້ນ ການພະນັນ ຂນາດໃຫຍ່ ມີການພະນັນ ແບບຄົບວົງຈອນ ຕ່າງຈາກບ່ອນຫລິ້ນ ການພະນັນ ທີ່ຢູ່ໃກ້ກັບ ຂົວມິຕພາບ ລາວ-ໄທ ແຫ່ງທີ 1 ວຽງຈັນ-ໜອງຄາຍ ຊຶ່ງມີແຕ່ຕູ້ Slot machine ພຽງຢ່າງດຽວ. ຄາສິໂນ ແຫ່ງນີ້ ມີນັກທ່ອງທ່ຽວ ເຂົ້າໄປຫລິ້ນຫຼາຍ ສົມຄວນ ແລະຄາດຄິດວ່າ ຈະມີຄົນ ເຂົ້າໄປຫລິ້ນຫລາຍ ໃນໄວໆນີ້.

ແຕ່ເຖິງຢ່າງໃດ ກໍຕາມ ທ່ານກໍວ່າ ຕົນຍັງບໍ່ທັນ ເຫັນມີ ປະຊາຊົນ ໃນເຂດໃກ້ຄຽງ ຈົ່ມວ່າ ຫຼືວິພາກວິຈານ ກາສິໂນ ນັ້ນແຕ່ຢ່າງໃດ ແຕ່ສໍາລັບຕົນເອງ ແລ້ວແມ່ນ ບໍ່ຢາກໃຫ້ ເປີດຍ້ອນວ່າມັນເປັນ ແຫລ່ງອະບາຍມຸກ ເຮັດໃຫ້ສັງຄົມ ບໍ່ມີຄວາມສງົບ ມັນຈະເປັນທີ່ມາ ຂອງຫລາຍບັນຫາ ສັງຄົມ ຢ່າງແນ່ນອນ ເປັນຕົ້ນການ ຕິດໜີ້ຕິດສິນ ບັນຫາ ອາຊຍາກັມ ຕ່າງໆ.

ກ່ຽວກັບເຣື່ອງນີ້ ຜູ້ສື່ຂ່າວ ເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງ ພາກສ່ວນກ່ຽວຂ້ອງ ໃນນະຄອນຫລວງ ວຽງຈັນ ເພື່ອສອບຖາມ ແຕ່ບໍ່ມີ ເຈົ້າໜ້າທີ່ ຄົນໃດສາມາດ ໃຫ້ຂໍ້ມູນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.