ນ.ສ ແອນແກ້ວຖາວົງ ມືເທັນນິສ

ນາງສາວ ແອນ ແກ້ວຖາວົງ ນັກກິລາ ເທັນນິສ ຊາວອັງກິດ ເຊື້ອສາຍລາວ ເຂົ້າແຂ່ງ ກິລາ ໂອແລັມປິກ.
ສົມເນ
2012.07.30

ນາງສາວ ແອນ ແກ້ວຖາວົງ ນັກເທັນນິສ ຊາວອັງກິດ ເຊື້ອສາຍລາວ ເຂົ້າແຂ່ງ ກິລາ ໂອແລັມປິກ ຕາງໜ້າ ປະເທດອັງກິດ ໃນວັນທີ່ 27 ກໍຣະກະດາ ຜ່ານມາ ຖ້ວມລົ້ນດ້ວຍການ ສນັບສນູນ ຂອງຜູ້ຊົມ ໃນອັງກິດ. ຕາມສາຍຕາ ຂອງຜູ້ຊົມ ໃນປະເທດອັງກິດ ແລ້ວ ນາງແອນ ໄດ້ຫລິ້ນສຸດ ຄວາມສາມາດ ດ້ວຍນໍ້າໃຈ ນັກກິລາ ແລະ ຕໍ່ສູ້ແບບ ວີຣະສະຕຣີ ເຖິງແມ່ນວ່າ ໄດ້ຜ່າຍແພ້ ໃຫ້ແກ່ ນັກເທັນນິສ ອາດີດ ນໍ້າເບີ 1 ຂອງໂລກ ນາງ Caroline Wozianacki ຈາກແດັນມາກ ກໍດີ. ຕາມລາຍງານ ຂອງໜັງສືພິມ  Mail Online ຂອງ ອັງກິດ.

ລາຍງານວ່າ ນາງ ແອນ ອາຍຸ 28  ປີ ຈາກເມືອງ Hackney  ນັກກິລາ ເທັນນິສ ອາຊີພ ອັນດັບ 76 ຂອງໂລກ ໄດ້ເລີ້ມຫລິ້ນ ແລະ ເອົາຊະນະ ນາງ Caroline ໄດ້ໃນເຊັດ ທີ່ນື່ງ 6  ເກມຕໍ່ 4. ມາຮອດເຊັດທີ່ 2 ລາວ ເສັຽໄປແລ້ວ 3 ເກມ ແຕ່ລາວ ກໍສູ້ຈົນ ຕີສເມີໄດ້ 3 ຕໍ່ 3 ແລ້ວເສັຽ ໃຫ້ຄູ່ຕໍ່ສູ້ 3 ຕໍ່ 6 ແລະ ໃນເຊັດທີ່ ສາມ ເສັຽອີກ 2 ຕໍ່ 6. ໃນຕອນທີ່ນາງ ແອນ ຕໍ່ສູ້ແບບ ບໍ່ຍອມແພ້ນັ້ນ ຜູ້ຊົມຄິດວ່າ ນາງ  Caroline Wozianacki ອາດເສັຽໄປແລ້ວ ເພາະວ່າໃນຕອນ ແຂ່ງຂັນ  Grand Slam Wimbledon ເມື່ອເດືອນ ຜ່ານມານີ້ ນາງ Caroline  ເສັຽໃນຮອບ ທໍາອິດ ແຕ່ວ່າການ ທ້າທາຍຂອງ ແອນ ແກ້ວຖາວົງ ທົນບໍ່ໄດ້ ດົນນານ ເຮັດໃຫ້ ນາງ  Caroline ເອົາຊະນະໄປ. ໃນເວລາທີ່ ນາງແອນ ຖືກທາງ ການ ກິລາ ໂອແລັມປິກ ປະເທດເຈົ້າພາບ ໃຫ້ໂອກາດ ນັກກິລາ ເທັນນິສ ຍິງ 3 ຄົນເຂົ້າແຂ່ງ ຕາງໜ້າປະເທດ ນັ້ນ. ນາງແອນ ໃຫ້ສໍາພາດ ນັກຂ່າວວ່າ: “ມັນເປັນສິ່ງທີ່ ລາວຝັນ ມາຕລອດ ມັນເປັນສິ່ງນື່ງ ທີ່ລາວອອກ ແຮງຈິດໃຈ ໃສ່ມັນຢ່າງໜັກ ແລະ ນາງ ກໍມີຄວາມພູມໃຈ ທີ່ເວົ້າໄດ້ວ່າ ລາວສາມາດ ເປັນຜູ້ຕາງໜ້່າ ອັງກິດ ໄດ້ໃນການ ແຂ່ງຂັນ ກິລາ ໂອແລັມປິກ”

ໃນວັນທີ່ 29 ນີ້ ນາງແອນ ໄດ້ລົງສນາມແຂ່ງ ປະເພດ ຍິງຄູ່ກັບນາງ  Elena Baltacha  ສູ້ກັບນັກກິລາ ຈາກປະເທດ ເຢັຽຣະມັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.