ສະພາກາຣຄ້າສະຫະຣັຖ ເປີດສາຂາໃນລາວ

ສະພາກາຣຄ້າ ສະຫະຣັຖ ເປີດສາຂາ ຢູ່ ນະຄອນຫລວງ ວຽງຈັນ.
ຫວາດ ສີມູນ
2012.09.20
F-AMCHAM ທ່ານ Chris Manley ປະທານ AMCHAM ແລະ ທ່ານກິສນາ ວົງໄຊ ປະທານ ສະພາກາຣຄ້າ ອຸຕສາຫະກັມ ລາວ ຮ່ວມກັນຕັດ ຂນົມ “ເຄັກ” 09/19/2012
us-embassy-laos

ສະຖານ ເອກອັຄຣາຊທູຕ ສະຫະຣັຖ ອະເມຣິກາ ປະຈຳລາວ ຣາຍງານ ໃນວັນພຣະຫັດ ນີ້ວ່າ ໄດ້ເປີດງານ ພົບປະສັງສັນ ຫລື Gala Reception ໃນວັນທີ່ 19 ກັນຍາ ນີ້ ພາຍໃຕ້ກາຣເປັນ ເຈົ້າພາບຂອງ ຍານາງ Karen Stewart ເອກອັຄຣາຊທູຕ ປະຈຳລາວ ໄດ້ນໍາສເນີຊື່ ທີ່ຮູ້ກັນດີວ່າ: “AMCHAM” ເພື່ອເປັນການສລອງ ກາຣສ້າງຕັ້ງ ສະພາກາຣຄ້າ ອະເມຣິກັນ ສາຂາ ປະຈຳລາວ ໂດຽມີທ່ານ Chris Manley ປະທານ AMCHAM ແລະ ທ່ານກິສນາ ວົງໄຊ ປະທານ ສະພາກາຣຄ້າ ແລະ ອຸຕສາຫະກັມ ລາວ ຮ່ວມກັນຕັດຂນົມ “ເຄັກ” Cake. ຜູ້ເຂົ້າຮ່ວມມີທັງ ເຈົ້າໜ້າທີ່ລາວ ແລະ ຊາວອະເມຣິກັນ ຮວມເປັນທັງໝົດ ບໍ່ຕໍ່າກວ່າ 75 ຄົນ.

ສະພາກາຣຄ້າ ອະເມຣິກັນ ສາຂາ ປະຈຳລາວ ຫລື AMCHAM ດັ່ງກ່າວ ໄດ້ຮັບອະນຸຍາຕ ຈາກທາງກະຊວງ ກາຣຕ່າງປະເທສ ຂອງລາວ ໃຫ້ເປີດຂຶ້ນໄດ້ ແຕ່ມື້ວັນທີ່ 25 ກໍຣະກະດາ 2012 ເປັນຕົ້ນມາ ເພື່ອສົ່ງເສີມ ແລະ ອຳນວຍ ຄວາມສະດວກ ໃຫ້ນັກລົງທຶນ ຊາວອະເມຣິກັນ ແລະ ກໍເພື່ອເປັນກາຣ ສົ່ງເສີມ ພັທນາເສຖກິຈ ໃນສປປລາວ.

ທາງສະຖານທູຕ ສະຫະຣັຖ ປະຈໍາລາວ ໄດ້ແຈ້ງເພີ່ມວ່າ ປັຈຈຸບັນ ຊາວອະເມຣິກັນ ໄດ້ເປີດທຸຣະກິຈ ຄ້າຂາຍຕ່າງໆ 40 ຣາຍດ້ວຍກັນ ທີ່ຕົກເປັນ ມູລຄ່າ ປະມານ 77 ລ້ານ ດອລລາຣ໌ ແລະ ມູລຄ່າກາຣຄ້າ ຣະຫວ່າງ ລາວ-ສະຫະຣັຖ ກໍເພີ່ມຂຶ້ນເປັນ 85 ລ້ານ ດອລລາຣ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.