ທະນາຄາຣ ພັທນາເອເຊັຽ ຫລື ADB ໄດ້ຮ່ວມມື ກັບທາງ ທະນາຄາຣໂລກ ຈັດຕັ້ງ ແຜນຍຸທສາຕ ຮ່ວມກັບ ທາງກາຣ ສປປລາວ ຕາມແຜນພັທນາ ເສຖກິຈ-ສັງຄົມ ສຳຫລັບປີ 2012-2016.
ທາງທະນາຄາຣ ພັນາເອເຊັຽ ໄດ້ແຈ້ງເພີ່ມວ່າ ແຜນກາຣຮ່ວມມື ເພື່ອກາຣ ພັທນາ ເສຖກິຈ-ສັງຄົມ ມີເປົ້າໝາຍ ໃຫ້ສາມາຕ ນໍາໄປ ປະຕິບັຕໄດ້ ຕາມເຂຕ ຊົນບົດ ໃນທົ່ວປະເທສ ຊຶ່ງເປັນ ເຂຕທີ່ມີ ປະຊາຊົນ ຜູ້ທຸກຂ໌ຈົນ ອາສັຍຢູ່ ເປັນສ່ວນໃຫຍ່ ແລະແຜນຍຸທສາຕ ດັ່ງກ່າວ ກໍຮວມທັງ ກາຣພັທນາ ໂຄງສ້າງ ພື້ນຖານ ໂດຽສະເພາະ ກໍແມ່ນ ຖນົນຫົນທາງ ເພື່ອປະຊາຊົນ ທີ່ອາສັຍ ຢູ່ແຕ່ລະແຫ່ງ ຈະສາມາຕ ມີກາຣພັທນາ ເສຖກິຈ ເພື່ອກາຣຕລາດ.
ໃນຂະນະ ດຽວກັນນີ້ ທາງ ທະນາຄາຣໂລກ ກໍມີເປົ້າໝາຍ ທີ່ຈະເຮັດໃຫ້ ກາຣຮ່ວມມື ກັບຫລາຍຝ່າຍ ໃນຄັ້ງນີ້ ເຮັດໃຫ້ເມືອງລາວ ເປັນປະເທສ ຕົວຢ່າງ ທີ່ມີແຜນ ພັທນາເສຖກິຈ ແບບຍືນຍົງ ຊຶ່ງກໍເປັນ ໂຄງກາຣ ເພື່ອກາຣລົບລ້າງ ຄວາມທຸກຂ໌ຍາກ ຂອງ ປະຊາຊົນ ໂດຽອາສັຍ ຄວາມອຸດົມ ສົມບຸນ ດ້ານ ຊັພຍາກອນ ທັມມະຊາຕ ເພື່ອດຶງດູດ ໃຫ້ນັກ ທຸກຣະກິຈ ມີຄວາມສົນໃຈ ແລະ ເຂົ້າໄປລົງທຶນ ໃນເມືອງລາວ ຫລາຍເພີ່ມຂຶ້ນ ເລື້ອຍໆ.
ຢ່າງໃດກໍດີ ທ່ານ Chong Chi Nai ຜູ້ອຳນວຍກາຣ ຂອງ ທະນາຄາຣ ພັທນາເອເຊັຽ ປະຈຳລາວ ໄດ້ເນັ້ນວ່າ ທາງທະນາຄາຣ ຍັງຈະໄດ້ ມີກາຣຮ່ວມມື ກັບຫລາຍພາຄສ່ວນ ໃນລາວ ຊຶ່ງກໍຮວມທັງ ພາຄຣັຖ ແລະເອກຊົນ ເພື່ອໃຫ້ໂຄງກາຣ ຮ່ວມມື ພັທນາ ດ້ານເສຖກິຈ ສັງຄົມ ໃນລາວ ປະສົບຜົລສຳເຣັຈ ຕາມແຜນພັທນາ 2012-2016 ຢ່າງແທ້ຈິງ.