ນະຄອນຫລວງ ຈະໃຫ້ຄວາມເປັນທັມ ແກ່ເຈົ້າຂອງທີ່ດິນ
2012.10.16

ເຫດຜົນ ກໍຄື ທີ່ດິນ ຕາມບໍຣິເວນ ແຄມທາງເລົ່ານີ້ ເບື້ອງລະ 200 ແມັດ ຖືກກໍານົດ ໃຫ້ເປັນ ເຂດຂອງໂຄງການ. ເຈົ້າຂອງທີ່ດິນເດີມ ຈະໄດ້ຮັບຄ່າຊົດເຊີຽ ໃນຣາຄາ ຫລຸດກ່ວາ ຣາຄາໃນຕລາດ ຫລາຍເທົ່າ. ໃນຂະນະດຽວກັນ ມີສິດຊື້ຄືນໄດ້ ແຕ່ໃນຣາຄາ ແພງກ່ວາ ຄ່າຊົດເຊີຽ ຫລາຍເທົ່າ.
ຂໍ້ຂັດແຍ້ງດັ່ງກ່າວ ຄ້າຍຄືກັນກັບ ຂໍ້ຂັດແຍ້ງ ໃນໂຄງການສ້າງຖນົນ ເສັ້ນຕ່າງໆ ໃນລະຍະ ຜ່ານມາ ເປັນຕົ້ນຖນົນ 450 ປີ ຈາກດົງໂດກ ໄປຫາ ທ່ານາແລ້ງ ແລະ ຂົວມິຕພາບ ລາວ-ໄທ ຊຶ່ງທາງການ ໄດ້ກໍານົດ ຄ່າຊົດເຊີຽ ໃຫ້ເຈົ້າຂອງ ທີ່ດິນ ໃນອັດຕຣາ ອັນດຽວກັນ ຄື 20,000 ກີບ ຫລື ປະມານ $2.50 ຕໍ່ ຕາຕລາງແມັດ ແລະ ນໍາໄປຂາຍໃຫ້ນັກລົງທຶນ ໃນຣາຄາ $34-44 ຕໍ່ ຕາຕລາງແມັດ ອັນເຮັດໃຫ້ ເຈົ້າຂອງທີ່ດິນ ຂັດຂ້ອງໝອງໃຈ ຫລາຍທີ່ສຸດ.
ທ່ານ ສຸກັນ ມະຫາລາດ, ເຈົ້າຄອງນະຄອນຫລວງວຽງຈັນ, ຢືນຢັນວ່າ ຈະໃຫ້ຄວາມເປັນທັມ ບົນພື້ນຖານ ການປືກສາຫາລື ແລະ ເຈຣະຈາ ຕົກລົງຮ່ວມກັນ ລະຫວ່າງສອງກໍ້າ ສອງຝ່າຍ ພ້ອມທັງ ຈະໃຫ້ຄ່າຊົດເຊີຽຕາມ ຄວາມເໝາະສົມ.