ເຈົ້າໜ້າທີ່ລາວ ສະແດງຄວາມເປັນຫ່ວງ ນໍາເຍົາວະຊົນລາວ ເລື່ອງຢາເສບຕິດ ແລະ ການປະພຶດ


2008.02.07

ເຈົ້າໜ້າທີ່ລາວ ສະແດງຄວາມເປັນຫ່ວງ ນໍາເຍົາວະຊົນລາວ ເລື່ອງຢາເສບຕິດ ແລະ ການປະພຶດຕົວ ບໍ່ເໝາະສົມ ແຕ່ກໍເຊື່ອວ່າ ຈະແກ້ໃຂໄດ້.

ຖ່າມກາງສະພາບສັງຄົມ ມີຄວາມຈະເຣີນກ້າວໜ້າ ຢ່າງໄວວາ ແລະ ການແຜ່ກະຈາຍ ຂອງຂໍ້ມູນ ຊື່ສານ ທີ່ນັບມື້ນັບຂະຫຍາຍຕົວ ກໍ່ໃຫ້ເກີດການປ່ຽນແປງ ທາງວັດທະນະທໍາ ການດໍາຣົງຊີວິດ ແລະການປະພຶດຕົວ ທີ່ແຕກຕ່າງ ໄປຈາກສະໃໝກ່ອນ ຂອງເຍົາວະຊົນລາວ ຊຶ່ງເຈົ້າໜ້າທີ່ກ່ຽວຂ້ອງ ກໍມີຄວາມເປັນຫ່ວງ ນໍາບໍ່ໜ້ອຍ. ເຈົ້າໜ້າທີ່ ກະຊວງຖແຫລງຂ່າວ ແລະວັດທະນະທໍາ ໃນນະຄອນຫລວງວຽງຈັນ ໃຫ້ຄວາມຄິດເຫັນ ກ່ຽວກັບເລື່ອງນີ້ວ່າ:

(ສຽງ)" ຂ້ອນຂ້າງຈະຮັບ ວັດທະນະທໍາຕະເວນຕົກ ຫລາຍຂຶ້ນ ກໍປ່ຽນແປງ ຈາກເດີມມາກ ມີພຶຕິກໍາທີ່ຍາກ ລອງແລ້ວຂ້ອນຂ້າງ ທີ່ຈະກ້າວລ້າວຫລາຍຂຶ້ນ ຢາກໃຫ້ຮັກສາ ວັດທະນະທໍາເດີມ ຮູ້ຈັກເດັກຮູ້ຈັກຜູ້ໃຫຍ່ ແລ້ວ ມີຄວາມເປັນຜູ້ໃຫຍ່ ແລ້ວຮູ້ຈັກປະມານຕົນ."

ຊາວໜຸ່ມຍີງສາວຊາວລາວ ໂດຍສະເພາະ ໃນເຂດນະຄອນ ຫລວງວຽງຈັນ ທົ່ວໄປແລ້ວ ມີການປ່ຽນແປງ ຢ່າງເຫນໄດ້ຈະແຈ້ງ ເປັນຕົ້ນເລື່ອງການນຸ່ງຖື ການເຮີ່ນໍາດາຣານັກຮ້ອງ ຄືກັນກັບຢູ່ປ່ະເທດເພື່ອນບ້ານ ປະເທດຕາເວນຕົກ ນັ້ນສ່ວນນຶ່ງ ກໍເປັນເພາະການຮັບຂ່າວສານ ການບັນເທີງ ທີ່ໄຮ້ຂີດຈໍາກັດ ຈາກຣາຍການໂທຣະທັດຕ່າງໆ ຊຶ່ງເຮັດໃຫ້ໄວລຸ້ນ ຄິດວ່າ ເປັນຄວາມທັນຍຸກ ທັນສະໃໝ.

ໃນສະພາບດັ່ງກ່າວ ມີການກັງວົນກັນວ່າ ການຮັບຄ່ານິຍົມນັ້ນ ເປັນສາເຫດນຶ່ງ ທີ່ເຮັດໃຫ້ ເຍົາວະຊົນລາວ ຈໍານວນນຶ່ງ ເຂົ້າສູ່ຂະບວນການ ຄ້າປະເວນີ ການລັກຂະໂມຍ ເພື່ອທີ່ຈະໄດ້ເງີນ ໄປຊື້ຢາເສບຕິດ ແລະອື່ນໆທີ່ຕ້ອງການ. ເຈົ້າໜ້າທີ່ລາວທ່ານນີ້ ຍັງກ່າວຕື່ມເຖີງ ເຍົວວະຊົນລາວ ທີ່ມີກິຣິຍາມາຣະຍາດ ທີ່ກ້າວລ້າວ ຊຶ່ງຂັດກັບສັງຄົມ ອັນສະງົບຮຽບຮ້ອຍ ແບບລາວໆ ນັ້ນວ່າ:

(ສຽງ)" ບັນຫາ ກໍມີແຕ່ເດັກທ່ຽວກາງຄືນ ຕິດຢາແຕ່ກໍຢູ່ໃນພາວະ ຄວບຄຸມໄດ້."

ປັດຈຸບັນ ເມືອງວຽງຈັນ ໄດ້ປ່ຽນໄປສູ່ ໂສມໜ້າໃໝ່ ວັດທະນະທໍາ ປະເທດເພື່ອນບ້ານ ປະເທດຕາເວນຕົກ ແມ່ນເຂົ້າມາຢ່າງໄວວາ ແລະເຖີງແມ່ນວ່າ ຜູ້ນໍາທາງການລາວ ຈະເຄີຍໄດ້ປະກາດ ຕອນທີ່ເຂົ້າກໍາອໍານາດ ໃໝ່ໆວ່າ ສັງຄົມລາວ ຈະຕ້ອງເປັນສັງຄົມ ທີ່ລຽບງ່າຍ ບໍ່ເຮີ່-ບໍ່ລຽນ ແບບທາງຕາເວນຕົກ ແຕ່ປາກົດວ່າ ກີ່ນອາຍວັດທະນະທໍາ ຕາເວນຕົກ ຈະຍັບຍັ້ງໄດ້ຍາກ.

ມະນີຈັນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.