ເປັນທີ່ສັງເກດວ່າ ສັງຄົມຜູ້ຍີງໃນປັດຈຸບັນ ບໍ່ຕ້ອງການທີ່ຈະອ້ວຍຫລືຕຸ້ຍ ບໍ່ຕ້ອງການໃຫ້ຕົນມີນໍ້າໜັກ ເກີນເກນມາຕຖານ. ແລະໃນໂທຣະທັດ ວິທະຍຸ ໜັງສືພິມຕ່າງໆ ກໍມັກຈະພົບເຫັນຂໍ້ຄວາມຫລື ການໂຄສະນາທີ່ກ່ຽວຂ້ອງກັບ ການຄວບຄຸມນໍ້າໜັກ ດ້ວຍກໍາມະວິທີຕ່າງໆ ກ່ຽວຂ້ອງກັບຜົນເສັຽຂອງຄວາມອ້ວນ ຫລືການມີໄຂມັນຫລາຍເກີນໄປນັ້ນ ຢູ່ສະເມີ.
ກ່ຽວກັບເລື່ອງນີ້ ທ່ານໝໍຜູ້ຊ່ຽວຊານໃນເລື່ອງສຸຂພາບຈິດ ໃນນະຄອນຫລວງວຽງຈັນ ໃຫ້ຄວາມເຫັນສ່ວນຕົວ ກ່ຽວກັບໂຣກກົວຄວາມອ້ວນວ່າ ອາດເປັນຄ່ານິຍົມສະໃໝໃໝ່ ທີ່ຢູ່ໃນຫົວຂອງໜຸ່ມສາວ ໃນຍຸກປັດຈຸບັນ. ທ່ານໝໍສຸຂພາບຈິດ ກ່າວເຖີງກຸ່ມຄົນທີ່ປ່ວຍເປັນໂຣກຢ້ານຄວາມອ້ວນ ວ່າ:
(ສຽງ) "ສ່ວນມາກຈະເປັນຜູ້ຍີງ ຢູ່ໃນໄວລຸ້ນ ສ່ວນມາກກໍຄົນ ຢູ່ໃນເມືອງ ຢູ່ບ້ານນອກ ພວກເຮົາບໍ່ເຫັນດອກ ພວກໄວລຸ້ນ ທີ່ເຂົາມັກຄວາມງາມ ຄວາມຫຍັງນິນະ ເຂົາຢາກອວດຫລາຍຢ່າງນີ້ນະ."
ຕາມຄໍາເວົ້າ ຂອງທ່ານໝໍສຸຂພາບຈິດແລ້ວ ແມ່ນວ່າ ໂຣກນີ້ຖືເປັນຄວາມຜິດປົກກະຕິ ທາງຈິດໃຈຊະນິດນຶ່ງ ໂດຍມີຄວາມເຊື່ອທີ່ຜິດ-ກ່ຽວກັບນໍ້າໜ້ກ ແລະຮູບຮ່າງຂອງຕົນເອງ ຊຶ່ງບາງຄົນເຊື່ອວ່າ ຕົນມີນໍ້າໜັກຫລາຍເກີນໄປ ທັ້ງໆທີ່ຄວາມຈີງ-ຢູ່ໃນຂັ້ນຈ່ອຍ-ຜອມ. ບາງຄົນກໍຍັງເຊື່ອວ່າ ອະໄວຍະວະບາງສ່ວນຂອງຕົນ ອ້ວນເກີນໄປ. ສໍາລັບດ້ານຜົນກະທົບ ຫລືຜົນເສັຽ ທີ່ກຸ່ມໄວລຸ້ນກົວຄວາມອ້ວນ ຈະໄດ້ຮັບນັ້ນກໍອາດເປັນບັນຫາເບື້ອງຕົ້ນ ຂອງການຕິດຢາເສບຕິດ ປະເພດamphetamine. ທ່ານ ເຜີຍຕໍ່ໄປວ່າ:
(ສຽງ) "ຜົນເສັຽເວລາເຂົາກົວອ້ວນ ເຂົາອົດອາຫານ ບາງຄົນກົວອ້ວນ ກໍໄປຫາຢາເສບຕິດ ປະເພດແອມເຟຕາມີນນີ້ ເຮັດໃຫ້ມັນ ລົດຄວາມອ້ວນ ເຂົາກໍພາກັນຊື້ມາກິນ ດຽວນີ້."
ຄວາມຄິດຂອງກຸ່ມຜູ້ປ່ວຍ ເປັນໂຣກຢ້ານຄວາມອ້ວນ ຈະເຕັມໄປດ້ວຍເລື່ອງກ່ຽວກັບ ອາຫານ ນໍ້າໜັກຕົວແລະການຄວບຄຸມອາຫານ ໃນທີ່ສຸດເມື່ອເຂົາສົນໃຈແຕ່ເລື່ອງພວກນີ້ ກໍຈະບໍ່ມີເວລາສົນໃຈເລື່ອງອື່ນ ຊຶ່ງອາດເຮັດໃຫ້ເສັຽການຮຽນ ການທໍາງານແລະເລື່ອງ ມະນຸດສໍາພັນກໍ ອາດມີໜ້ອຍລົງ ແລະບັນຫາຄວາມຊຶມເສົ້າ ກໍຈະຕິດຕາມມາ.
ທ່ານໝໍ ໃຫ້ຄໍາແນະນໍາກ່ຽວກັບຜູ້ປ່ວຍ ເປັນໂຣກຢ້ານຄວາມອ້ວນວ່າ ບໍ່ຄວນທີ່ຈະອົດອາຫານ ແຕ່ອາດຈະກິອາຫານ ເປັນປະເພດອາຫານເຈຫລືອາຫານທີ່ ມີແຕ່ຜັກແລະ ການອອກກໍາລັງກາຍ ກໍເປັນອີກວິທີນຶ່ງ ທີ່ເຮັດໃຫ້ຮ່າງກາຍ ບໍ່ມີໄຂມັນສະສົມຫລາຍເກີນໄປ ສ່ວນເລື່ອງຂອງການໄຊ້ຢາເສບຕິດ ເພື່ອລົດຄວາມອ້ວນນັ້ນ ເປັນວິທີທາງທີ່ຜິດ ຊຶ່ງບໍ່ຄວນທໍາເລີຍ.
ມະນີຈັນ ຣາຍງານ