ເຈົ້າໜ້າທີ່ສວັດດີການ ແຂວງສວັນນະເຂດວ່າ ຄົນງານລາວຄວນໄດ້ຮັບ ການປົກປ້ອງທາງດ້ານ ສິດທິແຮງງານ ເປັນຢ່າງດີແລະຖືກຕ້ອງ. ແຕ່ໃນຂນະດຽວ ກັນນີ້ ຊາວລາວກໍຍັງນິຍົມ ກັນໄປເຮັດວຽກ ໃນປະເທດໄທ ແບບລັກລອບ ຫລືຜ່ານຂະບວນ ການຄ້າມະນຸດ ໂດຍໃຫ້ເຫດຜົນວ່າ ການໄປເຮັດວຽກ ແບບຖືກຕ້ອງຕາມ ກົດໝາຍນີ້ສີ້ນ ເປືອງຄ່າທໍານຽມ ຈຶ່ງບໍ່ຢາກຕິດຕໍ່ ຫ້ອງການແຮງງານ ດັ່ງຍານາງ ແສງແກ້ວ ພົມມະດວງຈັນ ເຈົ້າໜ້າທີ່ຫ້ອງການ ສວັດດີການແລະສັງຄົມ ແຂວງ ສວັນນະເຂດເວົ້າວ່າ:
"ແຕ່ຈໍານວນນນຶ່ງ ເຂົາບໍ່ເຂົ້າໃຈ ການທໍາງານຢູ່ໃນ ຕ່າງແດນຂອງເຂົາເຈົ້າ ພວກເຮົາຕ້ອງຂໍໃຫ້ວ່າ ໃຫ້ເຂົາເຈົ້າໄປຖືກ ກົດໝາຍ ເຮັດໜັງສືຜ່ານແດນ ຫລືເຮັດໜັງສື ໄປຂໍທໍາງານ ໂດຍຜ່ານການຈັດງານ ຂອງແຂວງພວກເຮົາ"
ຍານາງແສງແກ້ວກ່າວວ່າ ກໍໄດ້ຮັບຂ່າວ ທາງໂທຣະທັດ ຢູ່ກ່ຽວກັບທາງການໄທ ປະກາດໃຫ້ແຮງງານ ຕ່າງດ້າວທີ່ຜິດກົດໝາຍ ຊຶ່ງໄປຈາກ ລາວ ກໍາພູຊາ ແລະ ພະມ້າ ໃຫ້ພາກັນໄປ ຈົດທະບຽນເຮັດວຽກ ໃຫ້ຖືກຕ້ອງຕາມກົດໝາຍ ແລະເຫັນວ່າຄົນງານລາວ ຈາກແຂວງສວັນນະເຂດ ປະມານ50% ບໍ່ຈົດທະບຽນເຮັດວຽກ ຢ່າງຖືກຕ້ອງຕາມ ກົດໝາຍ.
ດັ່ງນັ້ນນາງຈຶ່ງ ຢາກໃຫ້ຄົນງານລາວ ໄປຈົດທະບຽນເຮັດວຽກ ໃຫ້ຖືກຕ້ອງຕາມກົດໝາຍ ເພື່ອບໍ່ໃຫ້ກຸ່ມ ຄົນບໍ່ດີຫລອກລວງ ຕົວະຍົວະ. ນາງແສງ ມະນີວອນ ປະຊາຊົນລາວຄົນນຶ່ງ ໃຫ້ຄໍາເຫັນວ່າ ຄົນທີ່ລັກລອບ ໄປເຮັດວຽກແບບ ຜິດກົດໝາຍນັ້ນ ສ່ວນມາກເປັນຄົນທຸກຍາກ ຈາກເຂດຊົນນະບົດ ເຂົາເຈົ້າບໍ່ມີເງິນພໍ ເພື່ອຈະໄປເສັຽຄ່າ ລົງທະບຽນຢ່າງ ຖືກຕ້ອງ ເຂົາເຈົ້າຈຶ່ງລັກໄປ.