ອີງຕາມ ການສຳຫລວດ ຂອງ ທາງການ ລາວ ເຫັນວ່າ ຢູ່ ສ.ປ.ປ.ລາວ 31% ຂອງ ຊ່ຽວຊານ ຕ່າງປະເທດ ທັງໝົດ ໃນ ລາວ ໄດ້ ເງີນເດືອນ ສູງກວ່າ ຊ່ຽວຊານ ລາວ 7 – 8 ເທົ່າ. ສ່ວນ ທີ່ ເຫລືອ ນັ້ນ ມີ ເງິນເດືອນ ສູງກວ່າ 5 ເທົ່າ. ພວກ ເຂົາເຈົ້າ ມີ ເງິນເດືອນ ສະເລັ່ຽ US$ 41,340.- ຕໍ່ປີ. ຂະນະ ທີ່ ຊ່ຽວຊານ ລາວ ໄດ້ US$ 8,096.- ຕໍ່ປີ ທັ້ງໆ ທີ່ມີ ໜ້າທີ່ ຮັບຜິດຊອບ ແບບດຽວ ກັນ.
ສຳລັບ ເງິນເດືອນ ສະເລັ່ຽ ຂອງ ຣັດຖະກອນ ຫລື ຜູ້ທີ່ ເຮັດວຽກງານ ນຳພັກ ນຳຣັດ ແຮ່ງ ຢູ່ ໃນ ອັນດັບ ຕ່ຳ ຄື US$ 300.- ກວ່າ ຕໍ່ປີ. ຍິ່ງໄປ ກວ່ານັ້ນ, ໃນ ບາງ ທ້ອງຖິ່ນ ຂອງ ລາວ ພະນັກງານ ຣັດຖະກອນ ປະຕິບັດ ໜ້າທີ່ ໂດຍ ບໍ່ ໄດ້ຮັບ ເງິນເດືອນ ເປັນ ເວລາ ຫລາຍ ເດືອນ ຕິດຕໍ່ກັນ, ຊຶ່ງ ຖື ກັນ ວ່າ ເປັນ ພະຍາດ ຊຳເຮື້ອ ມາ.
ທ່ານ ທອງແດງ ສິງທິຣາດ, ຮອງ ຫົວໜ້າ ກົມ ພັດທະນາ ສີມື ແຮງງານ ແລະ ຈັດ ຫາງານ ຂອງ ລາວ ໄດ້ເວົ້າວ່າ: ຜູ້ຈ້າງງານ ໃນ ລາວ ຈ່າຽ ຄ່າ ແຮງງານ ລາວ ຕ່ຳ ກວ່າ ຕ່າງປະເທດ ເພາະວ່າ ແຮງງານ ລາວ ສ່ວນໃຫ່ຽ ບໍ່ມີ ສິ່ງຢັ້ງຢືນ ປະສົບພະການ, ຄວາມຮູ້ ຄວາມສາມາດ ເປັນ ລາຍລັກ ອັກສອນ ຄັກແນ່ ຫລື ບໍ່ມີ ໃບປະກາດ ສະນິຍະບັດ ແລະ ໃບຢັ້ງຢືນ ຮັບຮອງ ສີມື ແຮງງານ ຕ່າງໆ.
ແຕ່ ກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ ຂອງ ລາວ ກໍວ່າ ຕົນ ມີ ແຜນການ ແກ້ໄຂ ແລະ ຈະ ສເນີ ໃຫ້ ຣັດຖະບານ ມີ ນະໂຍບາຍ ເຮັດໃຫ້ ການຈ່າຍ ຄ່າ ແຮງງານ ລາວ ແລະ ແຮງງານ ຕ່າງປະເທດ ມີ ຄວາມສົມດຸນ ກັນ. ໝາຍຄວາມ ວ່າ ເຮັດ ວຽກອັນ ດຽວກັນ ຕ້ອງໄດ້ ຄ່າ ແຮງງານ ເທົ່າກັນ.
ປັດຈຸບັນ ຢູ່ ສ.ປ.ປ.ລາວ ມີ ແຮງງານ ຕ່າງປະເທດ ທີ່ ໄດ້ຮັບ ການຈົດ ທະບຽນ ຢ່າງ ເປັນ ທາງການ ຈຳນວນ 8,000 ຄົນ. ໃນນັ້ນ, ສ່ວນໃຫ່ຽ ເປັນ ຄົນໄທ, ຈີນ, ວຽດນາມ ແລະ ຊາວຕາເວັນຕົກ ທີ່ ປະຕິບັດງານ ໃນ ໂຄງການ ກໍ່ສ້າງ ຕ່າງໆ ເຊັ່ນ: ໂຄງການ ຂຸດຄົ້ນ ບໍ່ແຮ່, ໂຄງການ ກໍ່ສ້າງ ເຂື່ອນໄຟຟ້າ.
ຄຳສັບ ຊອກຫາຂໍ້ມູນ : ຄ່າຈ້າງ wage