ວັນກັມມະກອນສາກົນ ແຂວງຈໍາປາສັກ

ແຂວງຈໍາປາສັກ ລະດົມ ປະຊາຊົນ ຈັດກິຈກັມ ສລອງວັນ ກັມມະກອນ ສາກົນ.

0:00 / 0:00

ໃນໂອກາດວັນ ແຮງງານສາກົນ ວັນທີ 1 ພືສພານີ້ ຜແນກກັມມະບານ ແຂວງຈໍາປາສັກ ຈະຣະດົມ ປະຊາຊົນ ທຸກພາກສ່ວນການ ຈັດຕັ້ງ ນັບແຕ່ລະດັບ ແຂວງຮອດ ທ້ອງຖິ່ນຮ່ວມກັນ ສລອງວັນດັ່ງກ່າວ ໂດຍຈະຈັດກິຈກັມ ຕ່າງໆຂື້ນ. ພ້ອມດຽວກັນນັ້ນ ສະມາຊິກ ກັມມະບານ ຈະໄດ້ ໄປຢ້ຽມຢາມ ຄົນງານທີ່ເຮັດວຽກ ຢູ່ຕາມໂຮງຈັກ ໂຮງງານໃນແຂວງ ດັ່ງເຈົ້າໜ້າທີ່ ຜແນກກັມມະບານ ແຂວງໄດ້ກ່າວ:

"ໄດ້ມີການ ປະກອບສ່ວນໃນ ການເຮັດກິຈກັມນີ້ ນື່ງລະແມ່ນການ ອອກແຮງງານຕ່າງໆ ຂອງປະຊາຊົນ ສໍານັກງານ ແລະອົງການ ຈາກນັ້ນ ເອີ້ນວ່າມີ ຂະບວນການ ອື່ນໆອີກກ່ຽວກັບ ກິຈກັມກິລາ ສິລປະຕ່າງໆ ຕາມໂຮງຮຽນວິຊາຊີບ ທີ່ມີເງື່ອນໄຂ".

ອົງການຈັດຕັ້ງ ກັມມະບານໃນລາວ ເປັນອົງການຈັດຕັ້ງ ການເມືອງ ທີ່ມີໜ້າທີ່ ເບິ່ງແຍງສິດທິ ຂອງກັມມະກອນ ແລະການ ໃຫ້ສວັດດີການ ແກ່ກັມມະກອນ ຕາມຮູບ ແບບຂອງ ສັງຄົມນິຍົມ. ການສລອງວັນ ແຮງງານສາກົນ ນີ້ ກໍເພື່ອຍ້ອງຍໍ ຄຸນງາມຄວາມດີ ແລະ ໃຫ້ກໍາລັງໃຈ ແກ່ກັມມະກອນ ຜູ້ອອກແຮງງານ. ແຕ່ວ່າການພັທນາ ລະບົບສວັດດີການ ແກ່ກັມມະກອນ ຢູ່ໃນລາວ ຍັງບໍ່ເຂົ້າກັບ ສະພາບຄວາມຈິງເທື່ອ. ຫລາຍພາກສ່ວນແຮງງານ ລະດັບຕໍ່າ ຍັງຂາດ ປະກັນໄພຊີວິດ ຂາດປະກັນໄພ ສຸຂພາບ ຂາດສວັດດີການ ໃນເວລາອອກກິນ ເບັ້ຽບໍານານ ໂດຍສະເພາະຄົນງານ ທີ່ເຮັດວຽກນໍາ ບໍຣິສັດ ເອກກະຊົນ. ສ່ວນພນັກງານຣັຖ ຂັ້ນສູງນັ້ນ ມີສວັດດີການ ຄົບຖ້ວນໝົດທຸກຄົນ ມີບ້ານມີເຮືອນ ມີພາຫານະໃຊ້ ເກີນກ່ວາໜ້າທີ່ ການງານຂອງຕົນ ຊື່ງເຮັດ ໃຫ້ກັມມະກອນ ລະດັບຕໍ່າ ເຫັນວ່າຍັງບໍ່ມີ ຄວາມຍຸຕິທັມ ໃນສັງຄົມ.