ສປປລາວ ຂາດຄົນງານ ທີ່ມີຝີມື

ສປປລາວ ຍັງຂາດ ແຮງງານທີ່ມີຝີມື ຕ້ອງໄດ້ນໍາເຂົ້າ ໄປຈາກປະເທດ ເພື່ອນບ້ານ ຢ່າງຫລວງຫລາຍ.

0:00 / 0:00

ສປປລາວ ຍັງຂາດແຮງງານ ທີ່ມີຄຸນນະພາບ ຢ່າງຫລວງຫລາຍ ເພື່ອການພັທນາ ປະເທດຊາດ. ດ້ວຍເຫດນີ້ຫລາຍໆ ບໍຣິສັດ ຈຶ່ງຕ້ອງໄດ້ວ່າຈ້າງ ຄົນງານ ຈາກຕ່າງ ປະເທດ ເຖິງແມ່ນວ່າຈະ ບໍ່ຖືກຕ້ອງຕາມ ກົດໝາຍແຮງງານ ຂອງປະເທດກໍຕາມ. ການຂາດແຮງງານ ທີ່ມີຝີມືນີ້ ຍ້ອນວ່າ ສປປລາວ ຍັງບໍ່ມີໂຮງຮຽນ ຝຶກວິຊາຊີບ ທີ່ພຽງພໍ ເພື່ອຝຶກງານໄວ້ ຕອບສນອງ ຄວາມຕ້ອງການຂອງ ອຸດສາຫະກັມ ທີ່ກຳລັງ ຂຍາຍຕົວ.

ອີງຕາມ ການສຳຣວດແຮງງານ ເມື່ອບໍ່ດົນ ຜ່ານມານີ້ ໃນຈຳນວນ 817 ບໍຣິສັດ ຢູ່ນະຄອນຫລວງ ວຽງຈັນ ແລະ 7 ແຂວງ ຍັງປະສົບກັບ ການຂາດເຂີນ ຄົນງານ ທີ່ມີຝີມື ຢ່າງຫລວງຫລາຍ. ຂແນງຜລິດ ເຄື່ອງເອ້ເຮືອນ ເຄື່ອງໃຊ້ໃນເຮືອນ ແລະການກໍ່ສ້າງ ຍັງຂາດຄົນງານ ຝີມືດີຫລາຍກວ່າ 3,000 ຄົນ. ຂແນງ ການທ່ອງທ່ຽວ ທີ່ພວມຂຍາຍ ໂຕໄວຍັງຂາດ ບຸຄະລາກອ ນທີ່ມີປະສົບ ການຫລາຍກວ່າ 2,000 ຄົນ.

ອຸດສາຫະກັມ ຫລາຍຢ່າງໂດຍ ສະເພາະ ໃນການກໍ່ສ້າງ ໂຄງຮ່າງພື້ນຖານ ຍັງຂາດແຮງງານ ທີ່ມີຝີມື ບໍ່ວ່າຈະເປັນ ຂແນງຜລິດ ເຂື່ອນໄຟຟ້າ ພະລັງນ້ຳ ທີ່ກຳລັງ ມີການກໍ່ສ້າງ ນັບເປັນ 10 ແຫ່ງ ແລະ 4 ແຫ່ງຈະເລີ້ມເປີດ ໃຊ້ພາຍໃນປີນີ້. ນອກນີ້ກໍມີ ວຽກງານສ້ອມແປງ ເຄື່ອງຈັກອີກ.

ໃນຈຳນວນ 817 ບໍຣິສັດ ທີ່ໄດ້ຜ່ານ ການສຳຣວດ 22.6 ສ່ວນຮ້ອຍ ໄດ້ໃຊ້ແຮງງານ ຕ່າງດ້າວ. ເປັນຕົ້ນແມ່ນຂັ້ນ ບໍຣິຫານ. 39 ສ່ວນຮ້ອຍ ເປັນແຮງງານ ໄປຈາກໄທ, 22 ສ່ວນຮ້ອຍ ໄປຈາກວຽດນາມ. 12 ສ່ວນຮ້ອຍມາຈາກ ສປຈີນ ແລະ ປະມານ 25 ສ່ວນຮ້ອຍ ໄປຈາກປະເທດອື່ນໆ.

ນັກວິຈັຍຈາກ ທະນາຄານ ພັທນາເອເຊັຍ ຮ່ວມກັບກະຊວງ ແຮງງານ ແລະສວັດດີການ ສັງຄົມ ແລະກະຊວງ ສຶກສາທິການ ຮ່ວມກັນ ສຳຣວດຄົ້ນຄວ້າ ຫາຂໍ້ມູນ ພົບວ່າການສນອງ ຂໍ້ມູນກ່ຽວກັບ ແຮງງານ ໄດ້ບໍ່ທັນການ ແລະບໍ່ຄົບຖ້ວນ ເປັນບັນຫາອັນ ສຳຄັນ ໃນການວາງແຜນ ພັທນາເສຖກິດ ແລະການສ້າງ ບຸຄະລາກອນ ໃຫ້ຕລາດແຮງງານ ລະດັບຊາດ.