ຊາວລາວ ຍັງໄປເຮັດວຽກ ຢູ່ເມືອງໄທ ຫລາຍຂຶ້ນ

ໃນຣະຍະນີ້ ຊາວລາວ ຍິ່ງມັກຂ້າມໄປ ເຮັດວຽກຢູ່ໄທ ຫລາຍຂື້ນ ແລະ ຫລາຍຄົນຕົກເຫຍື່ອ ຂອງພວກຄ້າມະນຸດ. ນັ້ນ ແມ່ນຄຳຊີ້ແຈງ ຂອງນາງ ຍານີ ເລີດໄກຣ ຜູ້ອຳນວຍການ ສຳນັກງານ ປ້ອງກັນ ແລະແກ້ໄຂ ບັນຫາ ການຄ້າເດັກ ແລະ ສະຕຣີ ຂອງໄທ.

ນາງ ຍາ​ນີ ກ່າວ ອີກ​ວ່າ ຢູ່​ພາກ​ຕາວັນ​ອອກ​ສ່ຽງ​ເໜືອ ​ຫລື ​ພາກ​ອີສານ ​ຂອງ​ໄທ ມີ​ການ​ລັກລອບ ​ເຂົ້າມາ ​ເຮັດຢູ່​ໄທ ຂອງ​ຊາວ​ລາວ ​ຫລາຍ​ຂື້ນ; ຕົວຢ່າງ ​ຢູ່​ແຂວງ​ອຸບົນ ຊຶ່ງ​ມີ​ຊາຍ​ແດນ ຕິດ​ກັບ ​ແຂວງ​ຈຳປາ​ສັກ ​ເຈົ້າໜ້າ​ທີ່ ​ຕຳຣວດ​ໄທ ​ຈັບ​ຄົນ​ລາວ​ ຜິດ​ກົດໝາຍ​ໄດ້ ​ເຖິງ​ ເດືອນ​ລະ ​ປະມານ​ ນຶ່ງ​ພັນ​ຄົນ; ​ເຊັ່ນ​ດຽວ​ກັນ​ ຢູ່​ແຂວງ​ນະຄອນ​ພະນົມ ກໍ​ມີ​ຊາວ​ລາວ ​ຂ້າມ​ມາ​ເຮັດ​ວຽກ ຕາມ​ຮ້ານ​ອາຫານ ຮ້ານ​ຄາຣາ​ໂອ​ເກະ​ ແລະ ​​ໃນ​ທົ່ງ​ໄຮ່​ທົ່ງ​ນາ ​ຫລາຍຂື້ນ​ ເຊັ່ນ​ກັນ.

​ນາງ ຍາ​ນີ ​ເຈົ້າໜ້າທີ່​ ສຳນັກງານ ​ປ້ອງ​ກັນ ​​ແລະ ​ແກ້​ໄຂ ​ບັນຫາ​ ການ​ຄ້າ ​ເດັກນ້ອຍ ​ແລະ ສະຕຣີ ຂອງ​ໄທ ​ກ່າວ​ອີກ​ວ່າ ຊາວ​ລາວ​ ທີ່​ລັກລອບ​ ເຂົ້າມາ​ເຮັດ​ວຽກ ​ຢູ່​ໄທ ​ໃນ​ຂະນະ​ນີ້ ປະກົດ​ວ່າ ມີ​ອາຍຸ​ອ່ອນ​ລົງ​ອ່ອນ​ລົງ ​ເດັກນ້ອຍ ​ອາຍຸ ​ໃນຣະຫວ່າງ 12 ​ແລະ 13 ປີ ກໍ​ມີຫລາຍ ​ແລະ ​ເດັກນ້ອຍ​ລາວ ​ເຫລົ່າ​ນີ້​ຫລາຍ​ຄົນ ຕົກ​ເປັນ​ເຫຍື່ອຂອງ​ພວກ​ຄ້າ​ມະນຸດ. ພວກເຂົາ​ ຕ້ອງ​​ເສັຍ​ເງິນ ​ຊື້​ຈ້າງນາຍ​ໜ້າ ຈຶ່ງ​ໄດ້​ມາ​ເມືອງ​ໄທ ​ແລະ​ ຍິງ​ສາວ​ລາວ ​ສ່ວນ​ນຶ່ງ ກໍ​ຖືກຫລອກ​ລວງ ​ໃຫ້​ເປັນ​ໂສ​ເພນີ.

ປັດຈຸບັນ ​ເຈົ້າໜ້າ​ທີ່ ​ກະຊວງ​ແຮງ​ງານ ​ແລະ ​ສວັດ​ດີກາ​ນ ຂອງ​ລາວ ກຳລັງ​ພິສູດ​ສັນຊາດ​ ຂອງ​ຄົນ​ງານ​ລາວ ​ທີ່​ເຂົ້າມາ​ເຮັດ​ວຽກ ​ຢ່າງ​ຜິ​ດກົດໝາຍ​ ຢູ່​ໄທ. ​ໃນ​ເມື່ອ ​ພິສູດ​ຮູ້ ​ວ່າ ​ເປັນ​ຄົນ​ລາວ​ແທ້ ທາງ​ການ​ລາວ​ກໍ​ຈະ​ອອກ​ ໜັງສືຜ່ານ​ແດນ ​ຊົ່ວຄາວ ​ໃຫ້ ​ແລະ​ ທາງ​ການ​ໄທ ​ກໍ​ຈະ​ອອກ ​ໃບ​ອະນຸຍາດ ​ເຮັດ​ວຽກ​ໃຫ້ ​ຫລັງ​ຈາກ​ນນັ້ນ ຄົນ​ງານ​ລາວ ​ກໍ​ຈະ​ກາຍ​ເປັນ ​ຄົນງານ ​ຢ່າງ​ຖືກ​ຕ້ອງ ຕາ​ມກົດໝາຍ​ ຢູ່​ໄທ.

ປັດຈຸບັນ ຄົນ​ງານ​ລາວ​ ຢູ່​ໄທ ມີ​ປະມານ ​ສາມ​ແສນ​ຄົນ ​ໃນ​ນັ້ນ ພຽງ​ແຕ່​ປະມານ ​ສາມສີ່​ໝື່ນ​ຄົນ ​ເທົ່າ​ນັ້ນ ຖືກຕ້ອງ​ ຕາມ​ກົດໝາຍ ​ເຫລືອນັ້ນ ​ເປັນ​ຄົນ​ງານ ​ຜິດ​ກົດໝາຍ ​ທັງ​ນັ້ນ.