ມາຕການເຂັ້ມງວດ ຕໍ່ກັມມະກອນ ຕ່າງຊາດ ໃນແຂວງຈໍາປາສັກ

ປັດຈຸບັນ ແຂວງຈໍາປາສັກ ມີນະໂຍບາຍເຂັ້ມງວດ ເພື່ອກວດສອບເບິ່ງ ແຮງງານ ຕ່າງດ້າວ ທີ່ເຮັດວຽກ ຢູ່ໃນແຂວງ ເພື່ອຢາກຮູ້ ວ່າ ມີອະນຸຍາດເຂົ້າມາ ເຮັດວຽກ ຢູ່ໃນແຂວງ ຢ່າງຖືກຕ້ອງ ຫລືບໍ່, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຫ້ອງການແຂວງ ແຂວງຈໍາປາສັກ

ຖ້າ​ຫາກ​ວ່າ ​ເຈົ້າ​ໜ້າ​ທີ່ ​ກວດ​ພົບ ​ຄົນ​ງານ​ ຕ່າງ​ດ້າວ ​ຄົນ​ໃດ​ ທີ່​ເຂົ້າ​ມາ ​ເຮັດ​ວຽກ ແບບ​ບໍ່​ຖືກຕ້​ອງ ຕາມ​ກົດໝາຍ ຄົນ​ນັ້ນ ​ຈະ​ຖືກ​ປັບ​ໃໝ ​ຜູ້​ລະ 250 ​ໂດ​ລາ ​ສະຫະຣັຖ. ​ແຕ່​ເຈົ້າ​ໜ້າ​ທີ່ ​ບໍ່​ໄດ້​ອະທິບາຍ ​ຢ່າງ​ລະອຽດ ​ວ່າ ​ມີ​ການ​ລົງ​ໂທດ ຫລື​ ສົ່ງ​ກັບ​ຄືນ ​ປະ​ເທດ ​ຫລື​ບໍ່. ສາ​ເຫດ​ ທີ່​ແຂວງ​ຈໍາປາ​ສັກ ມີ​ນະ​ໂຍບາຍ ​ເຂັ້ມ​ງວດ​ ​ເພື່ອ​ກວດ​ຂັນ ​ຄົນ​ງານ​ ຕ່າງ​ດ້າວ ກໍ​ເພາະວ່າ ​ໃນ​ປັດຈຸບັນ​ນີ້ ​ມີ​ນັກ​ລົງທືນ ຕ່າງປະ​ເທດ, ​ໂດຍ​ສະ​ເພາະ ​ວຽດນາມ ​ໄດ້​ມາ​ ລົງ​ທືນ ປູກ​ຕົ້ນ​ຢາງພາຣາ ປູກ​ຕົ້ນ​ກາ​ເຟ ອັນ​ເຮັດ​ໃຫ້ ຄົນ​ງານ ​ຈາກ​ວຽດນາມ ຈໍ​ານວນ​ນື່ງ ​ເຂົ້າ​ມາ​ເຮັດ​ວຽກ ​ໃນ​ແຂວງ​ຫລາຍ​ຂື້ນ.

​ແຫ່​ລງຂ່າວ​ນີ້ ອະທິບາຍ​ວ່າ ສໍາ​ລັບ ​ນັກທຸຣະກິດ​ ທີ່ຕ້ອງການ​ ນໍາ​ເອົາ ຄົນ​ງານ ​ຕ່າງ​ດ້າວ ​ເຂົ້າມາ​ເຮັດ​ວຽກ ​ໃນ​ແຂວງ ​ຢ່າງ​ຖືກຕ້ອງ​ ຕາມ​ກົດໝາຍ ຈະ​ຕ້ອງ​ເຮັດ​ໜັງສື ​ຂໍ​ອະນຸຍາດ ​ຈາກ​ຜະແນ​ກ ​ແຮງ​ງານ​ແຂວງ​ເສັຽກ່ອນ ​ເພື່ອ​ວ່າ ​ທາງ​ແຂວງ ​ຈະ​ໄດ້​ສະ​ເໜີ​ ໄປ​ຍັງ​ ທາງ​ກະຊວງ ​ເພື່ອ​ພິຈາຣະນາ.

ສ່ວນ​ ຄົນ​ຕ່າງປະ​ເທດ ​ທີ່​ລັກລອບເຂົ້າ​ມາ ​ປະກອບ​ ອາຊີບ​ ຄ້າຂາຍ​ຍ່ອຍ ​ນັ້ນ ຖ້າວ່າ ​ເຈົ້າ​ໜ້າ​ທີ່ ​ກວດເຫັນ ​ກໍ​ຈະ​ຖືກ​ຈັບ ​ໃນ​ທັນທີ. ​ແຕ່​ເຖິງ​ຢ່າງ​ໃດ ​ກໍ​ດີ, ທ່ານ​ວ່າ ​ໃນ​ເບື້ອງ​ຕົ້ນ​ ນັ້ນ ​ທາງ​ແຂວງ ​ຈະ​ຕ້ອງ​ ໄດ້ເຊີນ​ ເຈົ້າ​ໜ້າ​ທີ່ ​ກົງ​ສູນ ​ຂອງ​​ແຕ່ລະປະ​ເທດ ​​ເພື່ອ​ຟັງ​ ຄໍາ​ຊີ້​ແຈງ ກ່ອນ​ທາງ​ແຂວງ ​ຈະ​ດໍາ​ເນີນ​ມາ​ຕະການ ດັ່ງກ່າວ​ນີ້.

ປັດຈຸບັນ​ນີ້ ມີ​ຊາວ​ວຽດນາມ ຊາວ​ຈີນ ​ເຂົ້າ​ໄປ ​ເຮັດ​ວຽກ​ຢູ່​ໃນ ​ແຂວງ​ຈໍາປາ​ສັກ​ ເປັນ​ຈໍ​ານວນ​ ມາກ​ມາຍ ມີ​ທັງ​ເຮັດວຽກ ​ຢູ່​ໃນ​ສວນ​ຢາງພາຣາ ສວນ​ກາ​ເຟ, ນອກ​ນັ້ນ ​ກໍ​ທໍາ​ ການ​ຄ້າຂາຍ​ຍ່ອຍ.