ແຂວງໄຊຍະບູຣີ ກຳລັງກວດກາ ການໄຊ້ສານເຄມີ ທີ່ບໍ່ຖືກຕ້ອງ ຂອງປະຊາຊົນ ຊາວບ້ານ ທີ່ໄຊ້ສານເຄມີ ເຂົ້າໃນວຽກງານ ປູກຝັງຕ່າງໆ ເພື່ອປ້ອງກັນ ບໍ່ໃຫ້ສານ ນັ້ນມີຜົນສະທ້ອນ ຕໍ່ສະພາບສິ່ງແວດລ້ອມ.
ທ່ານ ສົມມີ ໄຊຍະຣາຊ ຫົວໜ້າຫ້ອງການ ຊັພະຍາກອນ ນ້ຳ ແລະສິ່ງແວດລ້ອມ ປະຈຳແຂວງໄຊຍະບຸຣີ ກ່າວວ່າ ມັນມີຄວາມຈຳເປັນ ຕ້ອງຕິດຕາມ ກວດກາການໄຊ້ສານເຄມີຕ່າງ ຂອງປະຊາຊົນ ໂດຍສະເພາະ ການໄຊ້ຢາປາບປາມສັຕຣູພືດ, ຖ້າບໍ່ເອົາໃຈໃສ່ ເຣື້ອງນີ້ກໍອາດ ຈະມີຜົນສະທ້ອນຕາມມາ ຍ້ອນວ່າປະຊາຊົນ ຍັງບໍ່ຮູ້ຈັກວີທີໄຊ້ສານ
(ສຽງ) "ທີ່ຈິງ ຢາປາບສັຕຣູພືດນີ້ກໍດີຢູ່ຢ່າງນຶ່ງ ແຕ່ການນໍາໄຊ້ ຂອງປະຊາຊົນ ທີ່ຮູ້ເທົາບໍ່ເຖິງການນັ້ນ ເວົ້າເຣື້ອງການປົນເຄມີ ເຣື້ອງນ້ຳນີ້ນາ ພວກເຮົາມອງເຫັນອານາຄົດ ມັນອາດຈະເກີດຂື້ນ. ດຽວນີ້ພວກເຮົາກຳລັງເວົ້າບັນຫານີ້ຢູ່."
ແຂວງໄຊຍະບຸຣີ ເປັນແຂວງນຶ່ງ ທີ່ມີທ່າແຮງໃນການດ້ານການປູກຝັ່ງ ໂດຍສະເພາະ ໃນເວລານີ້ ແມ່ນຂະຫຍາຍເນື້ອທີ່ ການປູກເຂົ້າແລະປູກສາລີ. ມີການນຳໄຊ້ເທັກນິກໃໝ່ໃນການປູກ, ມີການໄຊ້ຢາປາບສັຕຣູພືດ, ມີການໄຊ້ປູຍວິທະຍາສາດ. ສານເລົ່ານີ້ ແມ່ນນຳເຂົ້າຈາກຕ່າງປະເທດ ທັງນັ້ນ. ຖ້າວ່າ ຊາວບ້ານໄ ຊ້ສານເຄມີເລົ່ານີ້ ຢ່າງບໍ່ຖືກຕ້ອງແລ້ວ ມັນຈະມີຜົນສະທ້ອນ ຕໍ່ສິ່ງແວດລ້ອມ. ສານເບື່ອເຄມີ ຈະໄຫລລົງໄປສູ່ຫ້ວຍນ້ຳ ເປັນອັນຕຣາຍຕໍ່ ປູປານານ້ຳ ຕຣອດຮອດປະຊາຊົນທີ່ໄຊ້ແຫ່ລງນ້ຳໃນຊີວິດປະຈຳວັນ ຂອງເຂົາເຈົ້າ. ດັ່ງນັ້ນທາງແຂວງ ຈຶ່ງຈັດຕັ້ງນ່ວຍງານ ເບິ່ງແຍງເຣື້ອງນີ້.
(ສຽງ) "ການຜລິດກະສິກັມຢູ່ເມືອງລາວພວກເຣົາ ກໍຖືວ່າຫລາຍນັ້ນ ແຫລະຄືເຂົາເຈົ້າປູກຜັກ ປູກຫຍ້າ ຖືວ່າປອດສານພິດ ບໍ່ໄດ້ນຳໄຊ້ສານເຄມີເຂົ້າກະຕຸ້ນ ."
ດັ່ງທີ່ທ່ານໄດ້ກ່າວມານັ້ນ ການໄຊ້ສານເຄມີເຂົ້າໃນວຽກງານກະສິກັມມັນ ໃຫ້ທັງຜົນດີແລະບໍ່ດີ, ນ່ວຍງານຂອງແຂວງຕ້ອງໄດ້ແນະນຳການໄຊ້ ຕຣອດຮອດແນະນຳວິທີປູກໄປພ້ອມໆກັນ.
ສົມເນ ຣາຍງານ