ໄຟຈາກເຂື່ອນໄຊຍະບູຣີ ຍັງຖ້າໄທຮັບຊື້

ການຈະຮັບຊື້ ກະແສໄຟຟ້າ ຂອງໄທ ຈາກເຂື່ອນ ໄຊຍະບູຣີ ຍັງບໍ່ມີ ຄວາມຄືບໜ້າ ຈາກ ນາຍົກຣັຖມົນຕຣີໄທ ເທື່ອ.
ຈະເຣີນສຸກ
2010.10.18

ກົດຟັງສຽງ

ພາຍຫລັງ ທີ່ເຄືອຂ່າຍ ຊາວບ້ານລຸ່ມນໍ້າຂອງ ແລະ ກຸ່ມອານຸ ກັມມາທິການ ສຶກສາຄຸນຄ່າ ແລະ ການພັທນາ ແມ່ນໍ້າຂອງ ໄດ້ຍື່ນໜັງສື ໃຫ້ນາຍົກ ຣັຖມົນຕຣີໄທ, ທ່ານ ອະພິສິດ ເວດຊາຊີວະ, ເພື່ອຕ້ອງການ ໃຫ້ຣະງັບ ການກໍ່ສ້າງ ແລະ ຮັບຊື້ໄຟຟ້າ ຈາກເຂື່ອນ ໄຊຍະບູຣີ, ທີ່ມີແຜນ ຈະສ້າງກັ້ນ ລໍານໍ້າຂອງ ໃນລາວ ເມື່ອວັນທີ 9 ເດືອນ ກັນຍາ ປີ 2010 ນັ້ນມາ, ຈົນປັດຈຸບັນນີ້ ຍັງບໍ່ທັນມີ ຄໍາຕອບເທື່ອ. ທ່ານ ປະສານ ມະລຶກຄະພິທັກ, ປະທານອານຸ ກັມມາທິການ ສຶກສາຄຸນຄ່າ ແລະ ການພັທນາ ແມ່ນໍ້າຂອງ ກ່າວວ່າ:

ທ່ານ ກ່າວວ່າ … "ຍັງບໍ່ໄດ້ມີ ການຕອບສນອງ ຫຍັງເທື່ອ ຈາກນາຍົກ, ຖ້າມີຄໍາຕອບ ຈາກນາຍົກ ເຮົາຄົງຈະຮູ້ວ່າ ມີຫຍັງຄືບໜ້າ ແຕ່ມັນຍັງ ມີບັນຫາເຣື້ອງນີ້ ມັນຄາ ກ່ຽວກັບ ຕ່າງປະເທດ ກໍຄື ລາວ ນັ້ນເອງ, ອັນໃດກໍຕາມ ທີ່ເປັນເຣື້ອງ ກ່ຽວກັບ ຕ່າງປະເທດ ມັນຕ້ອງໄດ້ ໂອ້ລົມກັນກັບ ທາງການລາວ".

ທ່ານ ກ່າວຕື່ມວ່າ ບັນຫານີ້ ຖືວ່າ ບໍ່ແມ່ນບັນຫາ ທີ່ຕ້ອງໄດ້ຫາລື ກັບຝ່າຍໄທ ພຽງຝ່າຍດຽວ, ແຕ່ຕ້ອງ ຫາລືກັບ ຝ່າຍລາວ. ຄວາມຈິງແລ້ວ ຈະຕ້ອງໄດ້ຫາ ລືກັບ ປະເທດ ທີ່ໄດ້ຮັບຜົນ ກະທົບ ໃນພູມີພາກ ອີກດ້ວຍ ເປັນຕົ້ນແມ່ນ ວຽດນາມ, ກັມພູຊາ ທີ່ຈະໄດ້ຮັບ ຜົນກະທົບ ຈາກການສ້າງເຂື່ອນ ໃນລໍານໍ້າຂອງ ເຊັ່ນດຽວກັນ. ຖ້າຫາກວ່າ ໄທ ກັບ ລາວ ສ້າງໂຄງການ ເຂື່ອນໄຟຟ້າ ໄຊຍະບູຣີ ຂຶ້ນມາ ຢ່າງແທ້ຈິງ ກໍຈະເຮັດໃຫ້ ປະຊາຊົນ 46 ລ້ານຄົນ ທີ່ອາສຍັ ຢູ່ໃນຂົງເຂດ ແມ່ນໍ້າຂອງ ໄດ້ຮັບຜົນກະທົບ ໃນການປະກອບ ອາຊີບປະມົງ ແລະ ການດໍາຣົງ ຊີວິດ ທັນທີ.

ໂຄງການ ການກໍ່ສ້າງເຂື່ອນ ໄຊຍະບູຣີ ທີ່ຈະມີຂນາດ ການຜລິດ ຢູ່ 1,220 ເມກາວັດ ສືບເນື່ອງມາຈາກ ການປະຊຸມ ຄນະກັມມາທິການ ນະໂຍບາຍ ພະລັງງານ ແຫ່ງຊາດ ເມື່ອວັນທີ 12 ເດືອນມີນາ ປີ 2010, ໂດຍມີ ນາຍົກ ຣັຖມົນຕຣີໄທ ເປັນປະທານ ແລະ ມີມະຕິ ເຫັນພ້ອມ ຮ່າງບັນທຶກ ຄວາມເຂົ້າໃຈ ໃນການຮັບຊື້ ໄຟຟ້າ ຈາກເຂື່ອນໄຊຍະບູຣີ ແລະ ມອບໝາຍ ໃຫ້ການໄຟຟ້າ ຝ່າຍຜລິດ ແລະ ບໍຣິສັດ ຊໍ. ການຊ່າງ ເປັນຜູ້ໄປ ເຊັ່ນ MOU ຕົກລົງຊື້ຂາຍ ກະແສ ໄຟຟ້າ ກັບລາວ ທີ່ວຽງຈັນ ທັນທີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.