ແຕ່ລະປີ ມີຄົນຕາຍ ຍ້ອນຢາຂ້າແມງໄມ້
ປະຊາຊົນ ໃນແຂວງຜົ້ງສາລີ ເສັຽຊີວີຕໄປ ບໍ່ຕໍ່າກວ່າ 10 ຄົນໃນແຕ່ລະປີ ຍ້ອນບໍ່ຮູ້ວີທີ ກາຣໃຊ້ ຢາຂ້າແມງໄມ້.
-
ຫວາດ ສີມູນ
2009-07-10 -
-
-
Your browser doesn’t support HTML5 audio
ປະຊາຊົນ ຊາວກະເສຕກອນ ໃນຫລາຍພື້ນທີ່ ທົ່ວແຂວງ ຜົ້ງສາລີ ທີ່ຍັງບໍ່ທັນ ຮູ້ວິທີກາຣ ປ້ອງກັນ ໃນກາຣສີດຢາຂ້າ ແມງໄມ້ ເຖີງຂັ້ນສົ່ງຜົລ ກະທົບເຮັດໃຫ້ ມີຜູ້ເສັຽຊີວີຕ ໄປບໍ່ຕໍ່າກວ່າ 10ຄົນ ໃນແຕ່ລະປີ ຍ້ອນວ່າມີ ສາຣເຄມີ ທີ່ຮ້າຍແຮງ ປະສົມຢູ່ກັບ ນ້ຳຢາດັ່ງກ່າວ ຊື່ງສ່ວນຫລາຍຖືກ ລັກລອບເຂົ້າມາ ຈາກປະເທສ ໃກ້ຄຽງ ໂດຽສະເພາະ ປະເທສໄທຽ ຈີນ ແລະວຽຕນາມ. ດັ່ງຈະເຫັນໄດ້ ທີ່ມີວາງຂາຍ ໂດຽທົ່ວໄປ ຕາມຮ້ານຕ່າງໆ ດັ່ງເຈົ້າໜ້າທີ່ ປະຈຳຫ້ອງກາຣ ສີ່ງແວດລ້ອມ ທ່ານໜື່ງ ໄດ້ກ່າວວ່າ:
“ມີຫລາຍບ່ອນ ປະຊາຊົນ ຜູ້ບໍ່ຮູ້ຈັກ ປ້ອງກັນດີນີ້ ໄປສີດກັບມາ ຢູ່ຫລາຍບ້ານ ໄດ້ຕາຍ ປີນີ້ກໍມີ ປີໜື່ງບໍ່ຕໍ່າກວ່າ 10ປາຍຄົນ ທົ່ວຜົ້ງສາລີ ຕາຍຍ້ອນ ຢາຂ້າຫຍ້າ ບາງຄົນນັ້ນຕາຍ ຢູ່ກາງໄຮ່ ມັນແຮງ.”
ໃນຂນະດຽວກັນນີ້ ທ່ານກໍໄດ້ກ່າວ ເຖີງບັນຫາ ສາຣເຄມີ ຕ່າງໆທີ່ປະສົມ ເປັນນ້ຳຢາເພື່ອ ໃຊ້ກຳຈັດຫຍ້າ ແຕ່ລະຊນິດ ທີ່ນຳເຂົ້າຈາກ ປະເທສຈີນ ທັ້ງເປັນຜົງ ແລະ ຊນິດເປັນນ້ຳ ທີ່ວ່າພົບເຫັນມີ ສາຣເຄມີປະກອບ ບໍ່ຕໍ່າກວ່າ 4-5ຊນິດດ້ວຍກັນ ແລະປະຊາຊົນ ຊາວກະເສຕກອນ ມີກາຣ ນິຍົມກັນໃຊ້ ໂດຽທີ່ ບໍ່ຮູ້ຜົລຮ້າຍ ແຕ່ປະກາຣໃດ ດັ່ງທີ່ທ່ານ ໄດ້ກ່າວໃຫ້ກາຣ ອະທິບາຍອີກວ່າ:
“ມີຈຳໜ່າຍທົ່ວໄປ ມັນບໍ່ໄດ້ ກຳໜົດແຈ້ງ ວ່າຕົວນີ້ມັນ ຮ້ານສຳຫລັບຂາຍ ຢາປາບວັຊພືຊບໍ ເຂົາບໍ່ໄດ້ເວົ້າ ຂາຍເສື້ອຜ້າ ກໍມີວາງ ພາຄສ່ວນ ຂາຍເຂົ້າສາຣບໍ ມັນປົນກັນໝົດ ບ່ອນຂາຍອາຫາຣບໍ ຕົວນີ້ມີຢາປົນ ເພາະວ່າບ້ານເຮົາ ກາຣຈັດແຈງຕລາດ ບໍ່ລະອຽດ.”
ເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວຢ້ຳວ່າ: ນ້ຳຢາສາຣເຄມີ ເພື່ອປາບສັຕຣູພືຊ ດັ່ງກ່າວມີກາຣ ນຳເຂົ້າ ຈາກປະເທສຈີນ ເປັນປະຈຳ ແລ້ວຈື່ງສົ່ງຕໍ່ ໄປຂາຍຕາມເຂຕ ແຂວງ ອຸດົມໄຊ ແລະເມືອງໃໝ່ທີ່ມີ ຊາຍແດນຕິດກັບ ປະເທສວຽຕນາມ ແລະ ກໍເປັນກາຣຍາກ ທີ່ຈະ ສກັດກັ້ນໄດ້.