ສປປລາວຄວນທົບທວນ ການປູກຢາງພາລາ

ປະຊາຊົນ ຮຽກຮ້ອງ ໃຫ້ຣັຖບານ ສປປລາວ ທົບທວນເບິ່ງ ໂຄງການປູກ ຢາງພາລາ ຈໍານວນຫລວງຫລາຍ ນັ້ນຄືນໃໝ່

ການປູກຢາງພາລາ ໃນທົ່ວປະເທດ ຂຍາຍຕົວໄວ ເພາະວ່າ ຣັຖບານລາວມີ ແນວທາງສົ່ງເສີມຫລາຍ ເພື່ອຈຳກັດການ ຖາງປ່າເຮັດໄຮ່ ສ້າງໜ້າວຽກໃຫ້ ປະຊາຊົນ ເພື່ອຫລຸດຜ່ອນຄວາມ ທຸກຍາກ. ກະຊວງກະສິກັມ ແລະປ່າໄມ້ຂອງລາວ ເວົ້າວ່າ ປັດຈຸບັນນີ້ ເນື້ອທີ່ປູກຢາງ ພາລາ ມີເຖິງ 194,000 ກວ່າເຮັກຕາ. ໃນນັ້ນນັກ ທຸຣະກິດພາຍໃນ ລົງທຶນປູກ 48,800 ກວ່າເຮັກຕາ.

ເຖິງຢ່າງໃດກໍດີ ປະຊາຊົນກໍໄດ້ ສເນີໃຫ້ ຣັຖບານເບີ່ງຄືນ ເລື້ອງການ ປູກຢາງພາລາ ວ່າມັນມີຜົນປໂຍດ ແທ້ບໍ? ເພາະວ່າ ໃນປັດຈຸບັນນີ້ ນັກລົງທຶນ ທັງພາຍໃນ ແລະຕ່າງປະເທດ ໄດ້ສຳປະທານ ທີ່ດິນຫລາຍ ແລະເລືອກເອົາແຕ່ ເຂດປ່າດົງດິບ ປ່າສງວນ. ຍັງບໍ່ນັບເຖິງ ການບຸກລຸກເນື້ອທີ່ດິນ ແບບອື່ນໆເຊັ່ນ: ອຳນາດການ ປົກຄອງຂອງເມືອງນຶ່ງ ຢູ່ແຂວງສາຣະວັນ ໄດ້ອະນຸຍາດ ໃຫ້ນັກລົງທຶນ ຕ່າງປະເທດ ສຳປະທານທີ່ດິນ ອັນເປັນເນື້ອທີ່ ທຳການຜລິດຂອງ ປະຊາຊົນທັງໝົດ ຈຳນວນ 100 ເຮັກຕາ ເພື່ອປູກຢາງພາລາ ໂດຍທີ່ປະຊາຊົນ ບໍ່ໄດ້ຮັບຄ່າ ຊົດເຊີຍຫຍັງເລີຍ.

ທ່ານ ສີຕາເຮັ່ງ ລາຊະພົນ ຣັຖມົນຕຣີກະຊວງ ກະສິກັມແລະປ່າໄມ້ ໃຫ້ທັສນະວ່າ ທີ່ຜ່ານມາ ຢູ່ສປປລາວ ມີການບຸກລຸກ ປ່າສງວນແທ້ ເກີດຂຶ້ນຍ້ອນຫລາຍ ສາເຫດ ເຊັນ: ຫລາຍທ້ອງຖິ່ນ ຍັງໄດ້ອະນຸມັດ ໃຫ້ນຳໃຊ້ດິນ ຢ່າງບໍ່ຖືກຕ້ອງ. ນອກຈາກນັ້ນປ່າສງວນ ກໍເປັນພຽງແຕ່ ເຂດປ່າ ທີ່ປະກາດໃຫ້ ສັງຄົມຮູ້ເທົ່ານັ້ນ ແຕ່ຍັງ ບໍ່ສາມາດກຳນົດ ແລະປັກຫລັກໝາຍໄວ້ ຢ່າງຈະແຈ້ງໄດ້ ທັງໝົດເທື່ອ.

ທ່ານວ່າໃນກໍຣະນີ ມີການອະນຸມັດ ໃຫ້ສຳປະທານທີ່ດິນ ປ່າໄມ້ເພື່ອປູກໄມ້ ອຸດສາຫະກັມ ເປັນຕົ້ນ ປູກຢາງພາລາ ທີ່ລ່ວງລ້ຳເຂົ້າ ເຂດປ່າສງວນ ທີ່ປະຊາຊົນ ສເນີມານັ້ນ ເຫັນວ່າ ເປັນການລະເມີດ ຂໍ້ຫ້າມ ທີ່ໄດ້ລະບຸໄວ້ ຢູ່ໃນກົດໝາຍປ່າໄມ້ ທີ່ວ່າການຫັນ ປ່ຽນປະເພດປ່າໄມ້ ທັມມະຊາດ ສາມາດດຳເນີນ ໄປໄດ້ໃນເຂດ ທີ່ຈັດສັນໄວ້ ປ່າໄມ້ທີ່ຊຸດໂຊມ ຫລືປ່າປອກໂຫລ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org