ປະຊາຊົນຂໍໃຫ້ຣັຖບານ ສົ່ງເສີມການຜລິດເຂົ້າ
2010.08.30
ໃນປັດຈຸບັນ ຣາຄາເຂົ້າ ຕາມທ້ອງຕລາດ ທົ່ວປະເທດ ມີການປ່ຽນແປງ ຂຶ້ນລົງຫລາຍ ຍ້ອນວ່າລະຍະ ຜ່ານມາ ການປ່ຽນແປງ ຂອງ ສະພາບອາກາດ ເຮັດໃຫ້ເກີດ ພາວະ ແຫ້ງແລ້ງ ແລະນ້ຳຖ້ວມ ຫລາຍເທື່ອ ຕິດຕໍ່ກັນ ຈົນເປັນເຫດໃຫ້ ການເກັບກ່ຽວ ຜລິດເຂົ້າ ບໍ່ໄດ້ພຽງພໍ ຕາມເປົ້າໝາຍ ສ້າງຄວາມເດືອດຮ້ອນ ໃຫ້ແກ່ ປະຊາຊົນ ຜູ້ບໍຣິໂພກ ຢ່າງກວ້າງຂວາງ. ດ້ວຍເຫດນີ້ ຈຶ່ງຢາກໃຫ້ ຣັຖບານ ເຂົ້າມາຊ່ວຍເຫລືອ. ດັ່ງທ່ານສົມຫວັງ ປະຊາຊົນ ຈາກນະຄອນ ຫລວງວຽງຈັນ ເວົ້າວ່າ:
"ດຽວນີ້ນີ່ຍາມ ນີ້ເຂົ້າອຶດ ຄິດເບິ່ງຕາມ ຄ່າໃຊ້ຈ່າຍ ມີຫຍັງໃນ ການຜລິດນີ່ ມັນເລີຍເຮັດ ໃຫ້ຮາຄາ ເຂົ້າມັນສູງ ເຮົາຈຶ່ງຕ້ອງ ມີການຍົກລະດັບ ການຜລິດ ເພື່ອຕ້ານພັຍ ແຫ້ງແລ້ງ ພັຍນ້ຳຖ້ວມ".
ໃນເວລາດຽວກັນ ກົມການຄ້າ ພາຍໃນ ກໍລາຍງານວ່າ ຣາຄາເຂົ້າ ໃນທ້ອງຕລາດ ທົ່ວປະເທດ ມີການປ່ຽນແປງ ຂຶ້ນລົງຫລາຍ ຍ້ອນວ່າ ປະຣິມານ ເຂົ້າທີ່ຜລິດ ຈາກການ ເຮັດນາແຊງ ບໍ່ໄດ້ຕາມ ຄວາມຄາດໝາຍ ເພາະວ່າ ໃນຍາມຝົນ ຊ້ຳພັດ ບໍ່ມີຝົນຕົກ ຖືກຕ້ອງ ຕາມລະດູການ ນອກຈາກນີ້ ກໍມີລົມພະຍຸ ທີ່ສົ່ງຜົນ ກະທົບ ຕໍ່ການຜລິດ ຈຳນວນນຶ່ງ.
ຍ້ອນເຫດຜົນ ທີ່ກ່າວມາ ແລ້ວນີ້ ເຣັດໃຫ້ ປະຊາຊົນ ຫວັ່ນເກງວ່າເຂົ້າ ຈະບໍ່ມີພຽງພໍ ກັບຄວາມຕ້ອງການ ແລະກົດດັນ ໃຫ້ຣາຄາ ເຂົ້າສານ ແພງຂຶ້ນ ຊຶ່ງປັດຈຸບັນນີ້ ຣາຄາ ເຂົ້າສານຈ້າວ ຈະຕົກຢູ່ ປະມານ 9,000 ກີບຕໍ່ 1 ກິໂລກຣັມ ເຂົ້າສານໜຽວ ປະມານ 8,000 ກີບຕໍ່ 1 ກິໂລກຣັມ ເມື່ອໄລ່ສເລັຍແລ້ວ ຣາຄາເຂົ້າໄດ້ ເພີ້ມຂຶ້ນ ປະມານ 10 ສ່ວນຮ້ອຍ ຂອງຣາຄາ ປົກກະຕິ.
ເມື່ອມີເຫດການ ດັ່ງນີ້ ປະຊາຊົນ ຜູ້ມີລາຍໄດ້ ຕໍ່າກໍບໍ່ສາມາດ ຊື້ເຂົ້າສານ ໃນຈຳນວນ ທີ່ຊໍ່າເກົ່າໄດ້ ຈຶ່ງໄດ້ຮຽກຮ້ອງ ໃຫ້ຣັຖບານ ເຂົ້າມາຊ່ວຍເຫລືອ ໂດຍການສົ່ງເສີມ ການຜລິດເຂົ້າ ໃຫ້ໄດ້ເພີ້ມຂຶ້ນ ພາຍໃນປີ 2010 ນີ້ຊຶ່ງຈະເຣັດ ໃຫ້ຣາຄາ ທຸ່ນທ່ຽງ ແລະຫລຸດຕໍ່າລົງ ສູ່ຣະດັບ ປົກກະຕິ.