" ມັນ ມີ ພັຍ ນ້ຳ ຖ້ວມ ໝາຍ ຄວາມ ວ່າ ເປັນນ້ຳຖ້ວມ ຫຼາຍ ມື້ ສົມມດຸ ວ່າ ນາ ປູກ ເຂົ້າ ນ້ຳມັນ ຂັງ ເຂົ້າກໍ ຕາຍ ຄັນ ບໍ່ ຕາຍ ຈາກ ນັ້ ກໍ ເກີດ ພະຍາດ ພວກ ແມງ ຂື້ນ " .
ເຈົ້າໜ້າທີ່ຜູ້ກ່ຽວ ກ່າວຕໍ່ໄປວ່າໃນປັດຈຸບັນນີ້ຍັງບໍ່ທັນມີເທື່ອຍ້ອນວ່າ ຝົນຍັງບໍ່ທັນຕົກໜັກ. ສຳລັບ ບັນຫາຫຍຸ້ງຍາກ ຂອງການປ້ອງກັນນ້ຳຖ້ວມແລະການປ້ອງກັນແມງໄມ້ທີ່ມາທຳລາຍ ພືດຜັກກໍມີວ່າ:
ເຣື້ອງ ການ ປ້ອງ ກັນ ຄວາມ ເສັຍ ຫາຍ ນີ້ ກໍ ເຮົາ ກໍ ແກ້ ຍາກ ຄື ກັນ ເພາະວ່າ ພື້ ນ ທີ່ ມັນ ຕໍ່າ ມີບາງ ແຂວງ ໂດຍ ສະ ເພາະ ຢູ່ ທາງ ພາກ ໃຕ້ ພວກ ພະຍາດ ມັນ ມີ ທົ່ວ ໄປ ບໍ່ ຄ່ອຍ ມີ ບັນຫາ ພໍ ທໍ່ ໃດ໋ .
ນອກຈາກນີ້ແລ້ວເຈົ້າໜ້າທີ່ຍັງໄດ້ຮ້ອງປະຊຸມ ໜ່ວຍງານທີ່ກ່ຽວຂ້ອງໃຫ້ຕັກເຕືອນຊາວກະສິກັມເພື່ອປ້ອງກັນແລະແກ້ໄຂບັນຫານ້ຳຖ້ວມທີ່ຂັງຢູ່ດົນແລະຊອກຫາວິທີປ່ອຍເປ່ງນ້ຳບໍ່ໃຫ້ຖ້ວມດົນເກີນຄວນ.
ໃນອະນາຄົດປະຊາຊົນ ອາດຈະຕ້ອງປະສົບກັບບັນຫາອຸທຸກະພັຍຊຶ່ງຣັຖບານຕ້ອງໄດ້ຈັດງົບປະມານຊ່ອຍເຫຼືອເປັນຈຳນວນຫຼາຍທີ່ອາດ ຈະສົ່ງຜົນສະທ້ອນ ໃຫ້ກັບງົບປະມານດ້ານອື່ນໆຫຼືງົບປະມານອາດຈະບໍ່ພຽງພໍເຮັດໃຫ້ການຊ່ອຍເຫຼືອປະຊາຊົນ ບໍ່ເຕັມເມັດເຕັມໜ່ວຍອາດສ້າງ ຄວາມລຳບາກ ໃນການດຳເນີນຊີວິດກໍເປັນໄດ້.