ທີ່ດິນສໍາປະທານແລ້ວ ບໍ່ມີການພັທນາ
2010.08.03
ມີຫລາຍ ບໍຣິສັດ ທີ່ໄດ້ຮັບ ສຳປະທານ ພື້ນທີ່ດິນ ຈາກຣັຖບານ ແຕ່ບໍ່ມີຄວາມ ຮັບຜິດຊອບ ກັບໂຄງການ ທີ່ໄດ້ ລະບຸໄວ້ ຄືປະປ່ອຍ ພື້ນທີ່ດິນ ໄວ້ໂດຍ ບໍ່ມີການພັທນາ ຫຍັງເລີຍ. ໜ່ວຍງານ ຄຸ້ມຄອງ ທີ່ດິນຕ້ອງ ໄດ້ເຂົ້າໄປ ແກ້ໄຂ ເພື່ອປ້ອງກັນ ບໍ່ໃຫ້ເກີດ ຄວາມຂັດແຍ່ງ ກັບ ປະຊາຊົນ. ດັ່ງເຈົ້າໜ້າທີ່ ຈາກຫ້ອງການ ຄຸ້ມຄອງ ທີ່ດິນ ແຂວງວຽງຈັນ ໄດ້ ອະທິບາຍ ວ່າ:
"ມັນເກີດບັນຫາ ຕົວນີ້ ຂຶ້ນມາ ຖືວ່າບັນດາ ບໍຣິສັດ ໄດ້ມາເຊົ່າ ສຳປະທານ ແລ້ວບໍ່ມີ ການພັທນາ ຈຶ່ງເກີດບັນຫາ ຂຶ້ນມາ ບັນຫາ ເພາະວ່າ ບໍຣິສັດ ໄດ້ຮັບການ ເຊົ່າ ຫລື ສຳປະທານ ຈາກຣັຖບານ ພວກເຮົາແລ້ວ ແລະ ບໍ່ຍອມເລີ້ມ ໂຄງການ ປະດິນເປົ່າວ່າງ ບໍ່ໄດ້ຮັບ ການພັທນາ ເລີຍເຮັດໃຫ້ ປະຊາຊົນ ຂາດລາຍໄດ້".
ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ຫລັງຈາກທີ່ ໄດ້ຮັບ ອະນຸມັດ ສຳປະທານ ພື້ນທີ່ດິນ ແລ້ວ ທາງ ບໍຣິສັດ ລົງທຶນ ກໍຖິ້ມປະດິນ ໄວ້ລ້າໆ ຮອດ 3 ປີ ໂດຍທີ່ບໍ່ ພັທນາຕາມ ໂຄງການ ເຈົ້າຂອງທີ່ດິນ ກໍມາຟ້ອງຮ້ອງ ຍ້ອນວ່າບໍ່ ສາມາດໃຊ້ ພື້ນທີ່ດິນ ນັ້ນໄດ້ ແລະທີ່ຜ່ານມາ ບັນຫາ ດັ່ງກ່າວກໍໄດ້ ເກີດມີຫລາຍ ຂື້ນເລື້ອຍໆ. ການແກ້ໄຂ ຕອນທຳອິດ ທາງໜ່ວຍງານ ຄຸ້ມຄອງ ທີ່ດິນ ກໍໄດ້ ປຶກສາຫາລື ກັບ ບໍຣິສັດ ທີ່ໄດ້ຮັບ ສຳປະທານ ດັ່ງເຈົ້າໜ້າທີ່ ເວົ້າກ່ຽວກັບ ເຣື້ອງນີ້ວ່າ:
"ກໍຣະນີ ທີ່ທາງ ບໍຣິສັດ ບໍ່ທັນພ້ອມ ກໍໃຫ້ເຂົ້າ ມາຄຸຍ ຄຸຍກັບ ຂ້າຣາຊການ ກ່ອນ ເພາະວ່າພວກເຮົາ ຈະໄດ້ໄປ ເຈຣະຈາ ກັບ ປະຊາຊົນ ເພື່ອບໍ່ໃຫ້ ມັນມີຂໍ້ ແກ່ງແຍ້ງ ກັນເກີດຂຶ້ນ".
ໃນປັດຈຸບັນນີ້ ໂດຍສະເພາະ ຢູ່ແຂວງວຽງຈັນ ໄດ້ມີ ບໍຣິສັດ ຕ່າງປະເທດ ຈຳນວນຫລາຍ ທີ່ຢາກເຂົ້າ ມາລົງທຶນ ແລະຕ້ອງການ ສຳປະທານ ພື້ນທີ່ດິນ ຈາກຣັຖບານ ແຕ່ທາງໜ່ວຍ ງານຄຸ້ມຄອງ ທີ່ດິນ ກໍຕ້ອງໄດ້ ພິຈາຣະນາ ເຖິງການລົງທຶນ ທີ່ເໝາະສົມ ແລະ ໃຫ້ສອດຄ່ອງ ກັບທຸກຝ່າຍ ບໍ່ວ່າກຸ່ມ ບໍຣິສັດ ລົງທຶນເອງ ຣັຖບານ ແລະ ປະຊາຊົນ ເພື່ອບໍ່ໃຫ້ ບັນຫາ ທີ່ເຄີຍເກີດ ຂຶ້ນແລ້ວ ກັບເກີດຂຶ້ນ ມາຊ້ຳອີກ.