ນັກລົງທືນໃນລາວ ລໍຖ້າທີ່ດິນຈັດສັນ
2010.05.06
ການສຳຣວດ ສະພາບດິນ ທີ່ເໝາະສົມກັບ ການປູກຝັງແຕ່ລະ ປະເພດ ກໍຍັງບໍ່ທັນໄດ້ ເຮັດແລ້ວ. ກ່ຽວກັບເຣື້ອງນີ້ ທ່ານ ໜູພັນ ມະຫາພົນ ຫົວໜ້າກົມ ນະໂຍບາຍ ແລະກວດກາ ການນຳໃຊ້ດິນ ຂອງອົງການຄຸ້ມຄອງ ທີ່ດິນແຫ່ງຊາດ ທີ່ນະຄອນຫລວງ ວຽງຈັນ ເວົ້າວ່າ:
"ບັນຫາກໍມີ ບໍ່ທັນໄດ້ສຳຣວດ ຈັດສັນໃຫ້ເທື່ອ ຜູ້ຢາກໄດ້ຫລາຍ ກໍໄດ້ສ່ວນນຶ່ງ ສ່ວນນຶ່ງຍັງບໍ່ທັນ ໄດ້ໝົດ ມັນຫລາຍໂພດ ຊອກໃຫ້ບໍ່ທັນ ຕ້ອງໄດ້ສຳຣວດຈັດສັນ
ສຳຣວດຈັດສັນຢູ່ ພຍາຍາມ ຊອກໃຫ້ເພິ່ນ".
ທ່ານເວົ້າຕໍ່ໄປວ່າ ການຂໍ ສຳປະທານດິນ ຈຳນວນຫລາຍນັ້ນ ສ່ວນມາກຈະເປັນ ການສຳປະທານ ເພື່ອການປູກຕົ້ນໄມ້ ອຸດສາຫະກັມ ຊຶ່ງການຈັດສັນ ໃນແຕ່ລະຄັ້ງ
ຕ້ອງໄດ້ມີການ ສຳຣວດເອົາຂໍ້ມູນ ຢ່າງລະອຽດກ່ອນ ເພື່ອໃຫ້ຮູ້ວ່າ ແຕ່ລະພື້ນທີ່ນັ້ນ ມີຄວາມເໝາະສົມ ກັບພືດ ຫລື ຕົ້ນໄມ້ຊນິດໃດ.
ນອກຈາກນັ້ນ ບັນຫາຜົນກະທົບໃສ່ສິ່ງແວດລ້ອມ ກໍເປັນປັດໃຈ ສຳຄັນ ຕໍ່ການທີ່ຈະ ອະນຸມັດດິນ ໃຫ້ນັກລົງທຶນ ສຳປະທານ ດັ່ງເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າວ່າ
"ມັນມີຫລາຍ ບັນຫາ ສິ່ງແວດລ້ອມ ບ່ອນບໍ່ພໍໃຫ້ ກໍບໍ່ໃຫ້ ບ່ອນໃຫ້ໄປແລ້ວ ກໍຍັງປະເມີນ ສິ່ງແວດລ້ອມ ຕື່ມຢ້ານວ່າມີ ບັນຫາ ຜູ້ທີ່ຕ້ອງການ ເປັນຜືນດຽວ ຫລືສອງຜືນ ມໍ່ໆກັນຢູ່ໃນ ເມືອງດຽວ ຫລືແຂວງດຽວ ກໍຍາກ ເພີ່ນຢາກໄດ້ ຂົນສົ່ງເພີ່ນ ສະດວກ ກໍມີບັນຫາ ໃຫ້ແກ່ເພີ່ນ".
ທ່ານ ໜູພັນ ກ່າວຕື່ມອີກວ່າ ຂະນະນີ້ ໜ່ວຍງານທີ່ ກ່ຽວຂ້ອງ ກຳລັງຈັດສັນ ພື້ນທີ່ ຕາມຄວາມເໝາະສົມ ຂອງແຕ່ລະປະເພດ ການລົງທຶນ ເພື່ອປ້ອງກັນບໍ່ໃຫ້ ເກີດບັນຫາຂັດແຍ່ງ ຣະຫວ່າງປະຊາຊົນ ແລະນັກລົງທຶນ ເໝືອນທີ່ຜ່ານມາ.