ສັນຍາການລົງທຶນ ໃນລາວ

ໂຄງການຕ່າງໆ ທີ່ມີຢູ່ໃນ ສປປລາວ ສ່ວນຫລາຍຍັງ ບໍ່ມີສັນຍາ ທີ່ຖືກຕ້ອງຕາມ ມາຕຖານ ເຮັດໃຫ້ເກີດ ຊ່ອງຫວ່າງໃນການ ຕໍ່ລອງຜົນປະໂຫຍດ.

ທີ່ຜ່ານມາທາງ ຣັຖບານ ໄດ້ມີການເຊັນ ສັນຍາ ຢູ່ຫລາຍໂຄງການ ແຕ່ໂຄງການ ສ່ວນຫລາຍທີ່ ໄດ້ເຊັນສັນຍາ ໄປແລ້ວມີການ ປະຕິບັດ ຊັກຊ້າ ຫລືວ່າບໍ່ໄດ້ດີ ເທົ່າທີ່ຄວນ ຍ້ອນວ່າໂຄງການ ທີ່ເກີດຂື້ນ ມານັ້ນ ຍັງບໍ່ໄດ້ຮ່າງ ສັນຍາແບບ ມາຕຖານດັ່ງ ດຣ ບຸນທະວີ ສີສຸພັນທອງ ຣັຖມົນຕຣີ ຊ່ອຍວ່າການ ກະຊວງແຜນການ ແລະການລົງທຶນ ໄດ້ກ່າວເຖິງ ສາເຫດຂອງ ບັນຫາດັ່ງກ່າວ ໃນກອງປະຊຸມ ສະພາ ສມັຍສາມັນ ເທື່ອທີ7 ຂອງສະພາ ແຫ່ງຊາດຊຸດທີ6 ວ່າ:

“ແຕ່ຍັງມີຫລາຍ ຂແນງການສັນຍາ ບໍ່ທັນມີຮ່າງ ສັນຍາແບບ ມາຕຖານ ເຊັ່ນສັນຍາ ສັມປະທານ ແຫລ່ງທ່ອງທ່ຽວ ສັນຍາ ສັມປະທານ ທີ່ດິນ ຊຶ່ງສ່ວນຫລາຍ ຜູ້ລົງທຶນ ເປັນຜູ້ສເນີ ຮ່າງສັນຍາ ຈຶ່ງເຮັດໃຫ້ມີ ຊ່ອງຫວ່າງໃນການຕໍ່ລອງ ຜົນປະໂຫຍດ."

ນອກຈາກເຫດຜົນ ດັ່ງກ່າວມາ ແລ້ວນັ້ນ ຍັງມີເຫດຜົນ ອື່ນອີກດັ່ງ ດຣ ບຸນທະວີ ໄດ້ກ່າວຕໍ່ໄປ ວ່າການເຈຣະຈາ ສັນຍາແມ່ນອີງໃສ່ ຣະບຽບກົດໝາຍ ໃນດ້ານຕ່າງໆ ທີ່ມີຢູ່ ແຕ່ກໍຍັງເຫັນວ່າ ຣະບຽບບາງຢ່າງ ທີ່ວາງອອກມາ ຄຸ້ມຄອງນັ້ນຍັງ ບໍ່ທັນເວລາ ຫລືປົນເຈືອຊຸກເຊື່ອງ ຢູ່ກັບການລົງທຶນ ຈຶ່ງເຮັດໃຫ້ມີ ຄວາມຫຍຸ້ງຍາກ ໃນການ ກຳໜົດພັນທະ ທີ່ຜູ້ລົງທຶນ ຈະຕ້ອງໄດ້ ປະຕິບັດ.

ເຖິງຢ່າງໃດກໍຕາມ ເຖິງວ່າຫລາຍໆ ໂຄງການຈະມີ ການລ້າຊ້າ ແຕ່ຫລາຍໂຄງການ ກໍໄດ້ປະຕິບັດ ໄປແລ້ວໃນ ສປປລາວ ດັ່ງ ດຣ ບຸນທະວີ ໄດ້ກ່າວລາຍງານ ຕໍ່ກອງປະຊຸມວ່າ:

"ໂຄງການຈຳນວນ ຫລວງຫລາຍກໍໄດ້ ຖືກຈັດຕັ້ງ ປະຕິບັດ ນຳເຂົ້າສູ່ການ ຜລິດຊຶ່ງເປັນ ໂຄງການລົງທຶນ ຣະດັບຊາດທີ່ ໄດ້ປະກອບສ່ວນ ໃນການພັທນາ ເສຖກິດ ສັງຄົມ ສ້າງ ວຽກເຮັດງານທຳ ໃຫ້ປະຊາຊົນ ບັນດາເຜົ່າ ສ້າງລາຍຮັບໃຫ້ ແກ່ຣັຖບານ ສັງຄົມບໍ່ໜ້ອຍ."

ເຖິງຢ່າງໃດກໍດີ ບັນຫາທີ່ ຜູ້ແທນໃຫ້ຄວາມ ສົນໃຈໃນກອງ ປະຊຸມນັ້ນ ກໍແມ່ນການສລຸບ ການເຕີບໃຫຍ່ທາງ ດ້ານເສຖກິດ ການລົງທຶນ ທັງພາຍໃນແລະ ຕ່າງປະເທດ ແລະການພັທນາ ໃນແຕ່ລະເຂດ ທາງດ້ານເສຖກິດ ວັທນະທັມແລະ ການພັທນາ ຊົນນະບົດ ຊຶ່ງ ບັນຫາດັ່ງກ່າວ ຍັງບໍ່ທັນເຫັນ ຈະແຈ້ງເທື່ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org