ໄຊຍະບຸຣີຕ້ອງການທຶນ ເພື່ອຊ່ວຍຊາວກະສິກອນ

ແຂວງໄຊຍະບຸຣີ ຕ້ອງການ ງົບປະມານ ເພື່ອສົ່ງ ພນັກງານ ໄປແນະນໍາ ຊາວກະສິກອນ ໃນການປູກຝັງ ຜລິດພັນ ຣະດູແລ້ງ,

0:00 / 0:00

ຜແນກກະສິກັມ ແຂວງ ໄຊຍະບຸຣີ ບໍ່ສາມາດ ສົ່ງພນັກງານ ແລະ ເຈົ້າໜ້າທີ່ ຝ່າຍວິຊາການ ໄປໃຫ້ຄວາມຮູ້ ໃນການປູກຝັງ ຜລິດພັນ ຣະດູແລ້ງ ແກ່ຊາວ ກະສິກອນ ໃນທົ່ວຂົງເຂດ ຂອງແຂວງໄດ້ເທື່ອ ຍ້ອນວ່າບໍ່ມີ ງົບປະມານ ພຽງພໍ.

ປັດຈຸບັນນີ້ ເຈົ້າໜ້າທີ່ ວິຊາການ ສາມາດເບິ່ງແຍງ ຊາວກະສິກອນ ເປັນປະຈຳໄດ້ ໃນເຂດອ້ອມແອ້ມ ເທສບານ ເມືອງໄຊຍະບຸຣີ ທໍ່ນັ້ນ. ດັ່ງເຈົ້າໜ້າທີ່ ຜແນກ ກະສິກັມ ແຂວງ ໄຊຍະບຸຣີ ຜູ້ນຶ່ງເວົ້າວ່າ:

"ອີງໃສ່ ງົບປະມານ ຂອງພວກເຮົາ ທີ່ບໍ່ພຽງພໍນັ້ນ ຖືວ່າບັນດາ ເມືອງທີ່ຢູ່ ຫ່າງໄກ ຈາກເທສບານ ຂອງແຂວງ ກະໄປເປັນ ລະຍະ ສ່ວນຕົວເມືອງ ທີ່ຂື້ນຢູ່ໃນ ເທສບານ ແຂວງ ຖືວ່າພວກເຮົາ ໄດ້ລົງຕິດຕາມ ບັນດາເຂດ ຮັບນ້ຳ ຊົລປະທານ ຕ່າງໆ ເປັນແຕ່ລະ ອາທິດ ອາທິດນຶ່ງ ໄປຢ່າງໜ້ອຍ ເທື່ອນຶ່ງ".

ເຈົ້າໜ້າທີ່ ເວົ້າອີກວ່າ ໃນລະດູແລ້ງ ປີ 2010 ນີ້ ຜແນກກະສິກັມ ແຂວງ ໄຊຍະບຸຣີ ໄດ້ຕັ້ງເປົ້າໝາຍ ໃນການປູກພືດ ສຳຮອງພາຍໃນ ແຂວງໄວ້ ທັງໝົດ 2,500 ກວ່າເຮັກຕາຣ ໂດຍສະເພາະ ໃນເຂດເມືອງ ປາກລາຍ, ບໍ່ແຕນ, ແກ່ນທ້າວ ແລະເມືອງຫົງສາ. ທາງຜແນກ ກະສິກັມ ເລັ່ງໃສ່ການ ປູກໝາກສາລີ ເປັນພືດຫລັກ ເພາະທີ່ຜ່ານມາ ໝາກສາລີ ເປັນພືດ ເສຖກິດ ສຳຄັນຂອງແຂວງ ນອກຈາກນີ້ ກໍມີພືດ ປະເພດຖົ່ວ ອື່ນໆ.

ເຖິງຢ່າງໃດ ກໍຕາມ ການຂາດເຂີນ ງົບປະມານ ອາດເຮັດໃຫ້ ຊາວກະສິກອນ ໃນເຂດຫ່າງ ໄກສອກຫລີກ ຂາດວິຊາການ ໃນການປູກຝັງ ທີ່ຖືກຕ້ອງ ຕລອດຮອດ ການຮູ້ຈັກ ໂຣກພຍາດພືດ ການໃຊ້ປຸ່ຍຝຸ່ນ ແລະ ການໃຊ້ນ້ຳ ໃຫ້ສມໍ່າສເມີ. ບັນຫາດັ່ງກ່າວ ທາງການແຂວງ ກໍໄດ້ ພຍາຍາມ ຫາທາງແກ້ໄຂ ເພື່ອໃຫ້ຊາວ ກະສິກອນ ພາຍໃນແຂວງ ສາມາດ ຜລິດພືດໄດ້ ຕາມເປົ້າໝາຍ.