ຊາວບ້ານບໍ່ໄດ້ຮັບ ຄ່າຊົດເຊີຍທີ່ດິນ ຈາກພໍ່ຄ້າຈີນ
ບໍຣິສັດຈີນ ທີ່ລົງທືນ ການກະເສດ ໃນແຂວງ ຫລວງນໍ້າທາ ບໍ່ໃຫ້ເງິນ ຄ່າຊົດເຊີຍ ທີ່ດິນ ແກ່ຊາວບ້ານ.
-
ສົມເນ
2010-02-22 -
-
-
Your browser doesn’t support HTML5 audio
ປະຊາຊົນ ໃນຫລາຍເຂດ ແຂວງ ຫລວງນໍ້າທາ ທີ່ມີດິນ ຂອງຕົນນອນຢູ່ ໃນໂຄງການ ປູກຕົ້ນຢາງ ພາຣາ ຂອງບໍຣິສັດຈີນ ພາກັນຈົ່ມວ່າ ບໍຣິສັດຈີນ ແລະ ຂແນງການ ຂອງຣັຖ ຂັ້ນເມືອງ ບໍ່ຕອບສນອງ ປະຊາຊົນ ຕາມທີ່ໄດ້ ຕົກລົງກັນໄວ້.
ປະຊາຊົນ ບ້ານໃໝ່ ໃນເຂດເມືອງ ວຽງພູຄາ ຕ່າງກໍພາກັນ ຈົ່ມວ່າພວກຕົນ ບໍ່ໄດ້ຮັບ ຄ່າຊົດເຊີຍ ໃດໆໝົດຈາກ ບໍຣິສັດ ການຄ້າ ເຊີນຫວາຈໍາກັດ ຂອງຈີນທີ່ໄດ້ ສ້າງສວນສາທິດ ປູກຢາງພາຣາ ໃນເນື້ອທີ່ 40 ເຮັກຕາ. ສ່ວນປະຊາຊົນ ໃນບ້ານອື່ນໆ ນັ້ນ ໄດ້ຮັບເບັ້ຽໄມ້ ຢາງພາຣາ ຄອບຄົວລະ 300 ຕົ້ນ ເປັນຄ່າຊົດເຊີຽ. ນອກນັ້ນ ປະຊາຊົນ ໃນເຂດນັ້ນ ຍັງມີຄວາມ ກັງວົນ ຕໍ່ຜົນກະທົບ ບໍ່ດີທີ່ຈະ ຕາມມາ ຍ້ອນວ່າ ບໍຣິສັດຈີນ ໃຊ້ສານເຄມີ ແບບບໍ່ຖືກຕ້ອງ ກັບຫລັກການ ຢູ່ໃນຫລາຍ ບ່ອນ ແລະ ນັບມື້ເພີ້ມຂື້ນ ເລື້ອຍໆ ໂດຍສະເພາະ ໃຊ້ຢາຂ້າຫຍ້າ.
ຊາວບ້ານວ່າ ບັນຫານີ້ ເຄີຽສະເໜີຂື້ນ ຂັ້ນເມືອງ ແລະ ຂັ້ນແຂວງຫລາຍ ເທື່ອແລ້ວ ແຕ່ທາງການ ກໍຍັງປະປ່ອຍ ໃຫ້ເຫດການ ແນວນີ້ ສືບຕໍ່ໄປ. ອັນຈະເຮັດໃຫ້
ຊາວບ້ານຕົກຢູ່ ໃນຄວາມສ່ຽງຫລາຍ ທີ່ສຸດ. ນອກນັ້ນ ຊາວບ້ານ ຍັງເປັນຫ່ວງວ່າ ເມື່ອໝົດສັນຍາ ແລ້ວ ດິນຂອງເຂົາເຈົ້າ ທີ່ຖືກນັກ ລົງທືນ ໃຊ້ໄປນັ້ນ ຈະເປັນ ກໍັມມະສິດ ຂອງພວກຕົນຄືນ ຫລືວ່າ ຈະເປັນຂອງ ຣັຖບານ ເນື່ອງຈາກວ່າ ສັນຍາແບບ 1 ບວກ 4 ຊື່ງປະຊາຊົນ ຈະໄດ້ຮັບ ສ່ວນແບ່ງ ສ່ວນໃດສ່ວນນື່ງ ນັ້ນ ຍັງບໍ່ໄດ້ ລະບຸໄວ້ຢ່າງ ຊັດເຈນ ແລະ ກໍຍັງບໍ່ໄດ້ ຮັບການ ອະທິບາຍ ຈາກພາກສ່ວນ ກ່ຽວຂ້ອງ ເທົ້າປັດຈຸບັນ ນີ້.
ຊາວບ້ານຍັງ ບອກວ່າ ພວກນັກລົງທືນ ຈີນ ແລະ ເຈົ້າໜ້າທີ່ ຂອງລາວ ຈໍານວນນື່ງ ໄດ້ຮວມຫົວກັນ ກອບໂກຍ ເອົາຊັພຍາກອນ ທັມມະຊາດ ໃນເມືອງຂອງ ພວກຕົນ ໂດຍການບຸກເບີກ ປ່າສງວນ ແລະ ປ່າປ້ອງກັນ ແຫ່ລງນໍ້າ ໂດຍອ້າງວ່າ ຈະປູກ ຕົ້ນຢາງພາຣາ ແຕ່ບໍ່ໄດ້ ດໍາເນີນການ ຫຍັງເລີຽ ຍົກຕົວຢ່າງ ບໍຣິສັດ ຢຸນນານ ຈໍາກັດ
ຂອງ ຈີນ ໄດ້ປະຖິ້ມ ທີ່ດິນ 50 ເຮັກຕາ ຢູ່ບ້ານຫ້ວຍໝໍ້ ເມືອງລອງ ໄວ້ລ້າໆ ພາຍຫລັງ ໄດ້ບຸກເບີກ ປ່າດົງອັນ ອຸດົມສົມບູນ ໄປແລ້ວ ໂດຍໃຫ້ເຫດຜົນ ວ່າ ດິນຕອນນີ້
ບໍ່ມີຄວາມ ເໝາະສົມ ສໍາລັບປູກຕົ້ນ ຢາງພາຣາ ເພາະວ່າມັນມີ ລະດັບຄວາມສູງ ເກີນໄປ ເມື່ອສົມທຽບກັບ ລະດັບ ນໍ້າທະເລ.