ການເຮັດນາແຊງ ແຂວງຊຽງຂວາງ ຫລຸດເປົ້າໝາຍ
2010.03.22
ສະພາບອາກາສ ທີ່ມີກາຣປ່ຽນແປງ ເກີດມີພັຍແຫ້ງແລ້ງ ໄດ້ສ້າງຜົລກະທົບ ຕໍ່ປະຊາຊົນ ຢ່າງຫລວງຫລາຍ ໃນທົ່ວ ແຂວງຊຽງຂວາງ ຈົນບໍ່ສາມາດ ປູກເຂົ້ານາແຊງ ໄດ້ຕາມເປົ້າໝາຍ ທີ່ທາງກາຣລາວ ກຳໜົດໃຫ້ ຈຶ່ງໄດ້ພາກັນ ຫັນປ່ຽນໄປ ປູກພືຊຊນິດອື່ນ ທີ່ມີຣາຄາດີກວ່າ ເພື່ອຂາຍເປັນສິນຄ້າ ທົດແທນ ເພື່ອລ້ຽງຄອບຄົວ ຕໍ່ໄປ ດັ່ງເຈົ້າໜ້າທີ່ ຈາກແຜນກກະສິກັມ ແລະປ່າໄມ້ ປະຈຳແຂວງຊຽງຂວາງ ໄດ້ກ່າວວ່າ:
“ເບິ່ງແລ້ວໂຕຈິງຫັ້ນ ເງື່ອນໄຂອັນທີ່ໜຶ່ງ ສະພາບດິນຟ້າ ອາກາສແດ່ເນາະ ມັນຜລິຕຢູ່ ໄດ້ບາງເຂຕ ມັນບໍ່ໄດ້ທຸກເມືອງ ກະເຮັດໄປຢູ່ ເມືອງຄຳ ແລະກະເມືອງທ່າໂທມ ແລະກະເມືອງໝອກ ຈຳນວນໜຶ່ງ ຈຸດໜຶ່ງເນາະ ນອກຈາກນັ້ນ ຖືວ່າມັນປູກບໍ່ໄດ້ ເຂົ້ານາແຊງນ໋ະ”.
ເຈົ້າໜ້າທີ່ລາວ ທ່ານນີ້ ແຈ້ງເພີ່ມວ່າ ໃນປີ 2010 ກະຊວງກະສິກັມ ແລະປ່າໄມ້ ໄດ້ຕັ້ງແຜນກາຣ ໃຫ້ປະຊາຊົນ ແຂວງຊຽງຂວາງ ພາກັນປູກເຂົ້າ ນາແຊງໃຫ້ໄດ້ ໃນເນື້ອທີ່ປະມານ 800 ເຮກຕ໊າຣ໌ ແຕ່ຍ້ອນບັນຫາ ຄວາມແຫ້ງແລ້ງ ຈຶ່ງພາກັນປູກໄດ້ພຽງ ປະມານ 111 ເຮກ ຕ໊າຣ໌ເທົ່ານັ້ນ. ຍ້ອນສາເຫຕດັ່ງກ່າວ ປະຊາຊົນຈຶ່ງ ພາກັນຫັນປ່ຽນໄປ ປູກພືຊຜັກຊນິດ ຕ່າງໆແທນ ທີ່ມີຜົລຜລິຕສູງ ເພື່ອນຳໄປຂາຍ ພໍມີຣາຍໄດ້ ສຳລັບລ້ຽງຄອບຄົວ:
“ຕົວຢ່າງປູກຜັກທຽມ ໜຶ່ງເຮກຕ໊າຣ໌ ມັນໄດ້ 25 ລ້ານກີບ ຄັນວ່າຂາຍເຂົ້າ ເຮກຕ໊າຣ໌ໜຶ່ງໄດ້ 18 ລ້ານກີບ ຂະເຈົ້າເລີຽ ມາທຽບກັນແນວນີ້ ຈັງຊັ້ນລະເຮັດ ໃຫ້ກາຣ ນຳໃຊ້ເນື້ອທີ່ ປູກພືຊຜັກຕ່າງໆ ທົດແທນກາຣປູກເຂົ້າ ຂອງນາແຊງ”.
ພ້ອມດຽວກັນນີ້ ທ່ານກໍເນັ້ນວ່າ ໃນເມື່ອມີສະພາບ ກາຣປ່ຽນແປງ ເຊັ່ນນີ້ ທາງກາຣກ່ຽວຂ້ອງ ຂອງລາວ ກໍໃຫ້ການ ສນັບສນູນ ປະຊາຊົນຊາວ ກະເສຕກອນ ເຊັ່ນກັນ ເພື່ອເຂົາເຈົ້າຈະມີ ຣາຍໄດ້ພຽງພໍ ເພື່ອຫາຊື້ເຂົ້າ ໃຫ້ມີກຸ້ມລ້ຽງ ຄອບຄົວ ເປັນກາຣທົດແທນ ທີ່ບໍ່ສາມາດ ເຮັດນາແຊງໄດ້ ຕາມເປົ້າໝາຍນັ້ນ.