ໂຄງການພັທນາໜອງທາ

ນະຄອນຫລວງວຽງຈັນ ເຫັນດີໃຫ້ບໍຣິສັດ ຈາກວຽດນາມ ສຶກສາຄວາມເປັນໄປໄດ້ ຂອງໂຄງການພັທນາໜອງທາ.
ມະນີຈັນ
2009.12.22

ນະຄອນຫລວງວຽງຈັນ ເຫັນດີໃຫ້ບໍຣິສັດ ຈາກວຽດນາມ ເລີ່ມສຶກສາ ຄວາມເປັນໄປໄດ້ ຂອງໂຄງການພັທນາ ທີ່ຢູ່ອາສັຍໜອງທາ ໂດຍໄດ້ເຊັນບັນທຶກຄວາມຈໍາ MOU ຣະຫວ່າງ ນະຄອນຫລວງວຽງຈັນ ກັບກຸ່ມບໍຣິສັດ ຮ່ວມມືພັທນາ ທີ່ຢູ່ອາສັຍແລະຕົວເມືອງ ຂອງວຽດນາມ ເມື່ອວັນທີ 16 ທັນວາ 2009 ນີ້. ເຈົ້າໜ້າທີ່ ຜແນກແຜນການ ແລະການລົງທຶນ ນະຄອນຫລວງວຽງຈັນ ກ່າວກ່ຽວກັບ ເລື່ອງນີ້ວ່າ:

"ດຽວນີ້ ເຊັນສັນຍາເຊັນ MOU ໄປແລ້ວ ມີນັກລົງທຶນ ຈາກຕ່າງປະເທດ ເຊັນ MOU ປະຕິບັດໂຄງການແລ້ວ ມັນເປັນໂຄງການ ພັທນາເບີຣນຶ່ງ ຂອງນະຄອນຫລວງ ທີ່ຈິງເຮົາສຶກສາ ໄວ້ກ່ອນແລ້ວ ເຂົາຕ້ອງດັດແປງ ບາງອັນຊື່ໆ".

ໂຄງການພັທນາທີ່ຢູ່ອາສັຍ ໜອງທານີ້ ຈະໃຊ້ພື້ນທີ່ປະມານ 75ເອັກຕາຣ ໃນເຂດເມືອງຈັນທະບູຣີ ເພື່ອສ້າງເປັນໂຮງແຮມ ເຮືອນພັກ ຮ້ານອາຫານ   ສະຖານທີ່ທ່ອງທ່ຽວ ສູນບໍຣິການ ສູນການຄ້າ ສວນສາທາຣະນະ. ຫລັງຈາກການເຊັນບົດບັນທຶກ MOU ທາງບໍຣິສັດ ກໍຈະທໍາການ ສຶກສາຄວາມເປັນໄປໄດ້ ຂອງໂຄງການ ພາຍໃນ 90 ວັນ.

ຫລັງຈາກນັ້ນ ຈຶ່ງຈະເຊັນສັນຍາ ເພື່ອກໍ່ສ້າງໂຄງການຕໍ່ໄປ. ເຈົ້າໜ້າທີ່ລາວ ກ່າວຕໍ່ໄປເຖິງພຶ້ນທີ່ນັ້ນ ວ່າເປັນພື້ນທີ່ຂອງຣັຖ ແຕ່ມີປະຊາຊົນືອາສັຍຢູ່:

"ໂຍກຍ້າຍປະຊາຊົນ ແມ່ນທີ່ເຂົາເຂົ້າບຸກລຸກ ຂອງດິນສະຫງວນ ບໍ່ແມ່ນຍ້າຍປະຊາຊົນ ດິນຂອງເຂົາເຈົ້າເອງ ບໍ່ໄດ້ຍ້າຍ ຍ້າຍແຕ່ບຸກຄົນ ບຸກລຸກເທົ່ານັ້ນ ເຂົາເຈົ້າອາສັຍຢູ່ ແຕ່ດົນແລ້ວ ໄດ້ຊົດເຊີຍ ຈໍານວນຫລວງຫລາຍ ແຕ່ບໍ່ຮູ້ຈໍານວນເທົ່າໃດ".

ໜັງສືພິມວຽງຈັນໃໝ່ ຣາຍງານວ່າ ຕາມບົດບັນທຶກ ກ່ຽວກັບໂຄງການດັ່ງກ່າວ ຜູ້ລົງທຶນ ຈະຕ້ອງມອບເງິນ 5ລ້ານໂດລາ ເພື່ອສນັບສນູນ ນະຄອນຫລວງວຽງຈັນ ຮວມທັງຈ່າຍຄ່າຊົດເຊີຍ ປະຊາຊົນທີ່ຈະຖືກ ຜົລກະທົບຈໍານວນ 1ລ້ານ5ແສນ ໂດລາສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.