ໄທ ຈະຊື້ໄຟຟ້າ ຈາກລາວ ໜ້ອຍລົງ
ແຫລ່ງຂ່າວ ທາງການໄທ ຣາຍງານເມື່ອ ວັນທີ່ 1 ມິຖຸນາ ນີ້ວ່າ ໄທ ປະກາດຈະຊື້ ໄຟຟ້າຈາກ ສປປລາວ ໜ້ອຍລົງ ໃນລະຍະ 12 ປີຂ້າງໜ້າ. ຍ້ອນຄວາມຕ້ອງການ ໄຟຟ້າຫລຸດລົງ ແລະການຂຍາຍ ຕົວທາງດ້ານ ເສຖກິດ ຂອງໄທ ກໍຕົກຕ່ຳ.
-
ສິດນີ
2009-06-02 -
-
-
Your browser doesn’t support HTML5 audio
ເມື່ອປີກາຍ ໃນ ເວລາເສຖກິດ ກຳລັງດີແລະ ຣາຄານ້ຳມັນ ແພງ ລາວແລະໄທ ຕົກລົງກັນວ່າ ໄທຈະຮັບຊື້ ໄຟຟ້າຈາກລາວ ເພິ້ມຈາກ 5,000 ເມກາວັດ ຂື້ນເປັນ 7,000 ເມກາວັດ ໃນລະຍະ ປະມານ 7-8 ປີຂ້າງໜ້າ. ແຕ່ປັດຈຸບັນ ເສຖກິດຂອງ ໄທແລະ ຂອງໂລກພັດ ກຳລັງຕົກຕ່ຳ ໄທຄາດວ່າ ຄວາມຕ້ອງການ ໄຟຟ້າຂອງຕົນ ຈະຫລຸດລົງ ໃນອານາຄົດ ສະນັ້ນຈຶ່ງຈະຊື້ ໄຟຟ້າຈາກລາວ ໜ້ອຍລົງແຕ່ໃນ ໃບປະກາດນັ້ນ ໄທບໍ່ໄດ້ແຈ້ງ ຣາຍລະອຽດວ່າ ໄທ ຈະຊື້ໄຟຟ້າ ຈາກລາວຫລຸດລົງ ເທົ່າໃດ ຈະຫລຸດລົງ ຈາກ 7,000 ເມກາວັດ ລົງເປັນ 5,000 ເມກາວັດ ຄືເກົ່າບໍ່.
ເຖິງຢ່າງໃດ ກໍຕາມ ປັດຈຸບັນ ທາງການ ລາວແລະໄທ ກຳລັງເຈຣະຈາ ຣາຄາໄຟຟ້າ ໃນປະຣິມານ 5,000 ເມກາວັດ ນັ້ນຢູ່. ທາງການລາວສເນີ ຂື້ນຣາຄາ ໂດຍໃຫ້ເຫດຜົນ ວ່າຍ້ອນຄ່າ ອຸປກອນ ການກໍ່ສ້າງ ຄ່າຢືມເງິນ ແລະນ້ຳມັນ ແພງຂື້ນຫລາຍ ນັກລົງທຶນແລະ ຣັຖບານລາວ ຈຶ່ງຈຳເປັນຕ້ອງ ຂື້ນຣາຄາ ໄຟຟ້າ.
ທາງການລາວ ຂໍຂື້ນຣາຄາ ໄຟຟ້າຈາກ ບາງເຂື່ອນ 5ເຊັນເຄິ່ງ ແລະບາງເຂື່ອນ 6ເຊັນ ຂື້ນເປັນ 7ເຊັນ ເງິນດອນລ່າ ສະຫະຣັຖ ຕໍ່ຫົວໜ່ວຍ. ແຕ່ທາງການໄທ ພັດຢາກຊື້ໃນ ຣາຄາທີ່ຖືກ ກວ່ານັ້ນ. ທ່ານ ສີປະເສີດ ພິມສຸພາ ອະທິບໍດີ ກົມພັທນາ ພະລັງງານ ຂອງລາວກ່າວວ່າ ຖ້າໄທບໍ່ຮັບຊື້ ໄຟຟ້າຈາກລາວ ໃນຣາຄາໃໝ່ ການສ້າງເຂື່ອນ ຢູ່ລາວ ກໍຈະຊັກຊ້າ ແລະຫລາຍເຂື່ອນ ຈະບໍ່ສຳເຣັດເລີຍ.
ສ່ວນຝ່າຍໄທນັ້ນ ເວົ້າວ່າ ໄທສາມາດຊື້ ໄຟຟ້າ ຈາກປະເທດ ເພື່ອນບ້ານອື່ນໆ ເຊັ່ນຈາກ ກຳພູຊາ ແລະພະມ້າ ທີ່ຈະຖືກວ່າ ໄຟຟ້າຈາກລາວ. ຣັຖບານລາວ ຮຽກຮ້ອງໃຫ້ ທາງການ ໄທຟ້າວລົງນາມ ໃນຂໍ້ຕົກລົງ ໄຟຟ້າຈາກ 7ເຂື່ອນຂອງລາວ ເປັນຕົ້ນຈາກ ເຂື່ອນນ້ຳເທີນ1 ນ້ຳງື່ມ3 ນ້ຳງຽບ ແລະນ້ຳອູ.