ສິນຄ້າໜີພາສີ ຣະຫວ່າງ ສອງແຂວງພາກເໜືອ
2010.08.19
ພາຍຫລັງທີ່ ການພັທນາ ໃນສອງແຂວງນີ້ ມີເພີ້ມຂື້ນ ໂດຍສະເພາະ ນັບແຕ່ເສັ້ນທາງ ສາຍ R3 ໄດ້ສໍາເຣັດລົງ ເຮັດໃຫ້ນັກ ລົງທືນ ຈາກຈີນ ຫລັ່ງໄຫລມາ ລົງທືນໃນ ແຂວງບໍ່ແກ້ວ ຂອງລາວ ແລະ ແຂວງຊຽງຮາຍ ຂອງໄທ ຫລາຍຂື້ນນັບມື້. ມີທັງ ທຸຣະກິດ ບໍຣິການ ທຸຣະກິດ ຈໍາໜ່າຍສິນຄ້າ ປະເພດຕ່າງໆ ທຸຣະກິດ ການຂົນສົ່ງ ແຫ່ລງ ທອ່ງທ່ຽວ ຄາຊີໂນ ແລະອື່ນໆ. ການຊື້ຂາຍ ແລກປ່ຽນສິນຄ້າ ທີ່ມີເພີ້ມຂື້ນ ລະຫ່ວາງ 2 ແຂວງນີ້ ໄດ້ເຮັດໃຫ້ມີ ຄົນລັກລອບ ສິນຄ້າຂ້າມແດນ ລະຫ່ວາງ ໄປຂາຍ ໃຫ້ກັນ. ດັ່ງເຈົ້າໜ້າທີ່ ຮັກສາຄວາມ ປອດໄພ ຂອງໄທ ທ່ານນື່ງໄດ້ກ່າວ:
"ທີ່ຈັບໄດ້ ກໍມີພວກ ເປັນພືດກະເສດ ເຂົາຈະມີ ການລັກລອບ ເອົາພວກຖົ່ວ ແລ້ວກໍເຂົາໂພດ ແລ້ວກໍສ່ວນນື່ງ ກໍເປັນພວກ ເຫລົ້າໜີພາສີ ບຸຣີໜີພາສີ".
ການທີ່ມີຄົນ ລັກລອບ ສິນຄ້າປະເພດ ກະເສດເຂົ້າ ໄປຂາຍໃນ ແຂວງຊຽງຮາຍ ນັ້ນ ກໍເພາະວ່າ ຂາຍຢູ່ ປະເທດໄທ ໄດ້ຣາຄາ ດີກວ່າ ແລະຄວາມຕ້ອງ ການສິນຄ້າ ກໍມີສູງ. ອີກຢ່າງນື່ງ ຜົນຜລິດ ກະສິກັມ ລາຍຍ່ອຍ ບໍ່ມີຄົນຊື້ຫລາຍ ຢູ່ພາຍໃນ ແຂວງບໍ່ແກ້ວ. ສໍາລັບສິນຄ້າ ຈາກປະເທດໄທ ທີ່ລັກລອບ ເຂົ້າໄປຂາຍ ໃນແຂວງບໍ່ແກ້ວ ນັ້ນມີທັງ ຣົຖຈັກຣົຖຍົນ. ນອກນັ້ນ ຍັງມີການ ລັກລອບຂົນສົ່ງ ຢາເສບຕິດ ຈາກແຂວງບໍ່ແກ້ວ ໄປຍັງແຂວງ ຊຽງຮາຍ.
ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ລາວ ເຄີຽເວົ້າວ່າ ລາວແລະໄທ ມີຊາຍແດນ ຕິດຕໍ່ກັນ ຢ່າງຍືດຍາວ. ມີທາງເຂົ້າອອກ ຫລາຍຈຸດ ມັນເປັນການຍາກ ທີ່ຈະກໍາຈັດ ການລັກລອບ ສິນຄ້າ ໜີພາສີ ນີ້ໄດ້ຢ່າງ ທົ່ວເຖິງ.