ຈີນເລັ່ງສໍາຣວດທີ່ດິນ ປູກໄມ້ອຸດສາຫະກັມ
ຈີນ ກໍາລັງເລັ່ງລັດ ການສໍາຣວດ ທີ່ດິນ ໃນແຂວງ ສວັນນະເຂດ ເພື່ອປູກໄມ້ ອຸດສາຫະກັມ.
-
ສົມເນ
2010-09-17 -
-
-
Your browser doesn’t support HTML5 audio
ບໍຣິສັດ ຊັນເປັບເປີ້ ໂຮນດິງລາວ ຈໍາກັດ ຫລືບໍຣິສັດ ດວງຕະເວັນ ຈາກ ປະເທດຈີນ ພວມເລັ່ງສໍາຣວດ ແລະບຸກເບີກ ທີ່ດິນ ໃນເຂດເມືອງພິນ ແລະ ເມືອງເຊໂປນ ແຂວງ ສວັນະເຂດ ນັບແຕ່ໄດ້ຮັບ ອະນຸຍາດ ສໍາປະທານ ທີ່ດິນຈາກ ຣັຖບານລາວ ເພື່ອປູກຕົ້ນໄມ້ ອຸດສາຫະກັມ ທີ່ໃຊ້ຜລິດ ເປັນເຈັ້ຽ ໃນຕົ້ນປີນີ້.
ໃນລະຍະ ຫລ້າສຸດນີ້ ເມື່ອວັນທີ 15 ກັນຍາ ຜ່ານມາ ອົງການຄຸ້ມຄອງ ທີ່ດິນ ແຫ່ງຊາດ ກໍໄດ້ເຊັນ ສັນຍາ ອະນຸມັດ ໃຫ້ບໍຮິສັດ ຈີນ ເຊົ່າທີ່ດິນ ໃນເນື້ຶອທີ່ 7,300 ເຮັກຕາ ເປັນລະຍະ ເວລາ 50 ປີ ໃນຄ່າເຊົ່າ $10 ຕໍ່ນື່ງເຮັກຕາ. ເມື່ອບໍ່ດົນ ມານີ້ ເຈົ້າໜ້າທີ່ ກະສິກັມ ແລະ ປ່າໄມ້ເວົ້າວ່າ ໂຄງການດັ່ງກ່າວ ໄດ້ຄືບໜ້າໄປ ແດ່ແລ້ວ:
"ເອີ້ ເພິ່ນກໍ ເຫັນດີແລ້ວ ແຕ່ວ່າຍັງຄາ ເຣື້ອງ ສະພາບປ່າໄມ້ ເນາະ ມັນຕ້ອງໄດ້ ສໍາຣວດ ໝາຍຕົ້ນໄມ້ ເຂົາເຈົ້າສີ່ໄດ້ ບຸກເບີກ ຕ້ອງເຮັດສວນ ເຮັດບ່ອນ ກ້າເບັ້ຽເນາະ ກໍາລັງສໍາຣວດ ສີ່ປູກ ສີ່ລົງໄປ ບຸກເບີກ ຂະເຈົ້າ ກໍາລັງສີ່ລົງ".
ບໍຣິສັດ ຊັນເປັບເປີ້ ໂຮນດິງ ລາວຈໍາກັດ ໄດ້ເຂົ້າມາ ສໍາຣວດ ຊອກຫາທີ່ດິນ ເພື່ອປູກຕົ້ນໄມ້ ອຸດສາຫະກັມ ທີ່ສາມາດໃຊ້ ເປັນວັດຖຸດິບ ເພື່ອຜລິດເປັນເຈັ້ຽ ເຊັ່ນວ່າ ໄມ້ ຢູກາລິບຕັສ ໄມ້ ກະຖິນນາລົງ ໃນແຂວງ ສວັນນະເຂດ ນັບແຕ່ປີ 2008 ເປັນຕົ້ນມາ ໂດຍຕ້ອງການ ພື້ນທີ່ທັງໝົດ 30,000 ha ຊື່ງກວມລວມ ທັງເມືອງ ເຊໂປນ
ເມືອງພີນ ແລະເມືອງນອງ. ຊຸດທໍາອິດນີ້ ໄດ້ຮັບ ອະນຸມັດ ໄປແລ້ວ 7,324 ha. ການປູກຕົ້ນໄມ້ ໃນເນື້ອທີ່ ອັນກ້ວາງໃຫ່ຽ ໄພສານ ນີ້ ຈໍາເປັນຕ້ອງ ໄດ້ໃຊ້ ຂະບວນ ຣົຖດຸດ ເພື່ອຖາກດົງ ຖາງປ່າລົງ ຢ່າງກໍານົດ ບໍ່ໄດ້.
ປັດຈຸບັນ ທາງ ບໍຣິສັດ ກໍາລັງຈັດແຈງ ເນື້ອທີ່ ເພື່ອກ້າເບັ້ຽໄມ້ ຕື່ມອີກ ແລະ ຄາດວ່າ ຈະລົງມືປູກ ໃຫ້ໄດ້ທັງໝົດ 7,324 ເຮັກຕາ ພາຍໃນ ປີ 2010 ນີ້. ສ່ວນການ ກໍ່ສ້າງໂຮງງານ ສໍາລັບບົດ ເອົາໄມ້ ອຸດສາຫະກັມ ເພື່ອສົ່ງໄປ ຜລິດເປັນເຈັ້ຽ ຢູ່ປະເທດຈີນ ກໍຈະເລີ້ມໃນ ປີ 2011 ໂດຍກໍານົດ ໃຫ້ແລ້ວ ໃນປີ 2014.