ຊາວຕ່າງດ້າວ ຍາດແຍ່ງອາຊີພ ທີ່ສງວນໄວ້ໃຫ້ ຄົນລາວ ຫລາຍຂື້ນ
ປັດຈຸບັນ ມີຊາວຕ່າງດ້າວ ຈາກປະເທດຈີນ ແລະ ວຽດນາມ ລັກລອບ ຢູ່ປະເທດລາວ ຫລາຍເພີ້ມຂຶ້ນ, ຊຶ່ງສວຍໂອກາດ ດໍາເນີນທຸຣະກິດ ຂນາດນ້ອຍ-ຂນາດກາງ ແລະ ຍາດອາຊີບ ທີ່ສງວນໄວ້ ໃຫ້ຄົນລາວ ໄປຢ່າງຫລວງຫລາຍ, ອີງຕາມຣາຍງານ ຈາກທ້ອງຖິ່ນ ໃນມື້ວັນທີ 23 ສິງຫານີ້.
-
ຈະເຣີນສຸກ
2009-08-24 -
-
-
Your browser doesn’t support HTML5 audio
ການກະທໍາດັ່ງກ່າວ ແມ່ນຜິດກົດໝາຍ ຂອງສປປລາວ ທີ່ອະນຸຍາດ ໃຫ້ຊາວຕ່າງດ້າວ ພຽງແຕ່ ລົງທຶນ ຂນາດໃຫຍ່ ຫລື ດ້ານເທັກໂນໂລຈີ ທີ່ທັນສມັຍ ເທົ່ານັ້ນ. ຄົນລາວ ທີ່ເປັນເຈົ້າຂອງ ຮ້ານຄ້າ ຂາຍເຄື່ອງຍ່ອຍ ຈໍານວນນຶ່ງ ຈົ່ມທຸກ ວ່າ ພວກຕົນ ພວມປະສົບກັບ ສິ່ງທ້າທາຍນັກຂຶ້ນ ໃນການຍາດແຍ່ງ ແລະ ແຂ່ງຂັນ ກັບຊາວຕ່າງດ້າວ ທີ່ມີທັງທຶນ ແລະ ປະສົບການ ຫລາຍກ່ວາ ໃນການຄ້າຂາຍ ແລະ ດໍາເນີນທຸຣະກິດ, ຊຶ່ງຈະເຮັດໃຫ້ ທຸຣະກິດ ຂອງລາວ ຫລາຍແຫ່ງ ລົ້ມສລາຍ ໃນອະນາຄົດ ອັນໃກ້ໆນີ້.
ນັກເສຖສາດ ຫລາຍຄົນ ເວົ້າວ່າ ຄວາມເຂັ້ມແຂງກ່ວາ ຂອງຊາວຕ່າງດ້າວ ຈະມີຜົນກະທົບ ໃນລະຍະຍາວ ຕໍ່ສັງຄົມລາວ ເພາະວ່າ ເປັນການຍາດແຍ່ງ ການທໍາມາຫາກິນ ຂອງຊາວລາວ, ຊຶ່ງຈະມີໂອກາດ ພຽງແຕ່ ເປັນຄົນຂາຍແຮງງານ ໃຫ້ຂະເຈົ້າ ເທົ່ານັ້ນ.
ທ່ານ ສຽວສວາດ ສແວງສຶກສາ, ຮອງຣັຖມົນຕຣີ ກະຊວງອຸກສາຫະກັມ ແລະ ການຄ້າ ເປີດເຜີຍ ວ່າ ຜ່ານມາ ກະຊວງ ໄດ້ສົ່ງ ເຈົ້າໜ້າທີ່ ລົງໄປ ກວດກາ ແລະ ພົບເຫັນ ຊາວຕ່າງດ້າວ ຫລາຄົນ ເປັນເຈົ້າຂອງຮ້ານຄ້າ ຂາຍຍ່ອຍ ໃນປະເທດ.
ພວກຂະເຈົ້າ ມີທັງ ປຶ້ມສໍາມະໂນຄົວ, ບັດປະຈໍາໂຕ ແລະ ມີໃບທະບຽນ ທຸຣະກິດ ຢ່າງຖືກຕ້ອງ ຕາມກົດໝາຍ ທຸກປະການ ທັງໆທີ່ ຂະເຈົ້າ ຫາກໍ່ມາຢູ່ລາວ ໄດ້ບໍ່ດົນ ແລະ ບໍ່ຮູ້ພາສາລາວ ແມ່ນແຕ່ນ້ອຍເລີຍ ກໍມີ. ມີຫລາຍຄົນ ດໍາເນີນທຸຣະກິດ ໂດຍໃຊ້ທະບຽນ ຂອງຄົນລາວ, ເຮັດໃຫ້ ເຈົ້າໜ້າທີ່ ການຄ້າ ບໍ່ສາມາດ ເຮັດຫຍັງໃຫ້ ຂະເຈົ້າໄດ້.
ຈໍານວນແຮງງານ ຕ່າງດ້າວ ທີ່ນັບມື້ນັບຫລາຍຂຶ້ນ, ບໍ່ວ່າ ຈະເປັນແຮງງານ ທີ່ຖືກກົດໝາຍ ຫລື ຜິດກົດໝາຍ ເປັນບັນຫາ ທີ່ສັງຄົມ ກັງວົນ ວ່າ ອາດຈະເຮັດໃຫ້ ເງິນຕຣາຮົ່ວໄຫລ ອອກນອກປະເທດຫລາຍເກີນໄປ. ພ້ອມກັນນີ້, ອັຕຣາ ການຫວ່າງງານ ຈະສູງຂຶ້ນ, ຊຶ່ງຈະເຮັດໃຫ້ ມີບັນຫາ ຄວາມບໍ່ສງົບ ໃນສັງຄົມ ແຜ່ຂຍາຍຫລາຍຂຶ້ນ.
ປັດຈຸບັນ ມີແຮງງານ ທີ່ເຂົ້າມາ ຕາມການອະນຸຍາດ ນໍາເຂົ້າ ແລະ ຂຶ້ນທະບຽນ ຂອງອົງການຄຸ້ມຄອງ ແຮງງານ ທັງສູນກາງ ແລະ ທ້ອງຖິ່ນ ຈໍານວນ 22,600 ກ່ວາຄົນ. ສໍາລັບ ຜູ້ລັກລອບ ເຂົ້າມາຢູ່ລາວນັ້ນ, ມີຈໍານວນ ຫລາຍກ່ວາ ໂຕເລກ ເທົ່າໂຕ. ເຖິງຢ່າງໃດ ກໍຕາມ, ຫາງສຽງ ຂອງສັງຄົມ ຮຽກຮ້ອງ ໃຫ້ຂແນງການ ທີ່ກ່ຽວຂ້ອງ ແກ້ໄຂ ບັນດາ ດັ່ງກ່າວ ໂດຍດ່ວນ.