ກົດໝາຍການກຳນົດຂອບເຂດການປອດສານພິດ ໃນລາວຍັງບໍ່ມີຄວາມຊັດເຈນ ເທົ່າທີ່ຄວນມາຮອດປັຈຸບັນນີ້ ແລະນັ້ນກໍເປັນສ່ວນນື່ງຂອງທີ່ມາ ໃນການລັກລອບນຳສານເຄມີຕ້ອງຫ້າມ ເຂົ້າລາວເພື່ອໄຊ້ ໃນການກະເສດ ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ກະຊວງກະສິກັມ ແລະປ່າໄມ້ ໃນນະຄອນຫລວງວຽງຈັນ.
ເຮົາກໍຍັງບໍ່ທັນ ໄດ້ມີໜ່ວຍງານຈິງຈັງທີ່ມາປາບປາມ ເວົ້າເລື້ອງຕົວນີ້ແລະດຽວນີ້ ພວກເຮົາກຳລັງລໍຖ້າກອງປະຊຸມກຳນົດເຂດກ່ອນ ແລະກໍວາງກົດໝາຍຣະດັບຂັ້ນປະເທດ ແລະກຳນົດ ເປັນເຂດອິນຊີ.
ຖ້າຫາກມີກົດໝາຍທີ່ກຳນົດ ເຂດປອດສານ ພິດຢ່າງລະອຽດ ແລະຈະແຈ້ງແລ້ວການທຳໜ້າທີ່ ຂອງຕຳຣວດຫລືນ່ວຍງານຕ່າງໆກໍຈະສດວກຫລາຍຂຶ້ນຊື່ງໃນປັຈຸບັນນີ້ ທາງເຈົ້າໜ້າທີ່ ບໍ່ສາມາດທຳການຈັບກຸມໄດ້ ຢ່າງເຕັມທີ່ເທື່ອ ເພາະບໍ່ມີກົດໝາຍທີ່ຊັດເຈນກ່ຽວກັບຜູ້ ກະທຳຜິດ.ກ່ຽວກັບການຈັດກອງປະຊຸມເພື່ອ ແກ້ໃຂບັນຫາດັ່ງກ່າວກໍໄດ້ມີການນຳສເນີໄປຍັງຣັຖບານແລ້ວ. ເຈົ້າໜ້າທີ່ລາວກ່າວຕໍ່ໄປວ່າ.
ເຮົາກໍ ຢາກ ໃຫ ້ ມັນ ມີ ຂ ື້ ນ ແຕ ່ ວ ່ າ ເຮົາຊິ ຕ ້ ອງໄດ ປຶກສາ ຫລາຍ ພາກສ ່ ວນ ທາງ ຂ ັ້ ນ ວຽງຈັນ ຂ ັ້ ນ ເມືອງ ກໍ ຄວບ ຄຸມ ບ ໍ່ ໄດ ້ ດອກ ຕ ້ ອງ ເອົາ ຂ ັ້ ນ ວຽງຈັນ ໄປ ຄວບ ຄຸມ ໃຫ ້ ເຖິງ ຊິ ໄດ ້ ຖ ້ າ ພວກ ຂ ້ ອຍ ສາມາດ ຈັດ ກອງ ປະຊຸມ ໃຫຍ ່ ຕົວ ນ ີ້ ໄດ ້ ຢ ່ າງໜ້ອຍ ກໍ ລຸດຜ ່ ອນ .
ເຈົ້າໜ້າທີ່ ທາງການລາວກ່າວສລຸບວ່າການປູກພືດ ໂດຍໄຊ້ສານ ເຄມີຕ້ອງຫ້າມນັ້ນ ໂດຍສເພາະແລ້ວ ມີຢູ່ ແຖວແຄມຂອງ. ສານເຄມີສ່ວນໃຫຍ່ ຈະເປັນພວກຢາກຳຈັດສັຕຣູພືດທີ່ມີສານຮ້າຍແຮງ ເຈືອປົນຢູ່ ແລະລັກລອບນຳເຂົ້າຈາກປະເທດໄທ.