ລາວຈະເພີ້ມສົ່ງທອງແດງ ອອກຂາຍຕ່າງປະເທດ

ສປປລາວ ວາງເປົ້າໝາຍຈະສົ່ງ ແຮ່ທາດທອງແດງ ອອກຂາຍຕ່າງປະເທດ ຫລາຍຂື້ນໃນປີນີ້ ເພາະເຫັນວ່າ ຄວາມຕ້ອງການ ຂອງຈີນເພີ້ມຂື້ນ,
ໂພໄຊສວັດ
2010.01.29

ຣາຄາທອງແດງ ໃນຕລາດໂລກຕົກຕໍ່າ ຢ່າງຫລວງຫລາຍພາຍໃນປີ 2009 ຜ່ານມາ ເຮັດໃຫ້ແຂວງຜົ້ງສາລີ ຕ້ອງໄດ້ໂຈ໋ະການ ສົ່ງແຮ່ທາດທອງແດງ ອອກຂາຍ ໂດຍສະເພາະໃຫ້ຈີນ ໃນປີທີ່ຜ່ານມາ. ປັດຈຸບັນນີ້ ທາງແຂວງຄາດ ວ່າຈະເລີ້ມສົ່ງ ທອງແດງອອກຂາຍ ໃນຕ່າງປະເທດ ຄືນອີກ. ເຈົ້າໜ້າທີ່ຈາກຜແນກ ພລັງງານແລະບໍ່ແຮ່ ເວົ້າວ່າ:

"ຄິດວ່າຊິໄດ້ຢູ່ປີນີ້ ເພາະວ່າບໍຣິສັດ ຂະເຈົ້າຈະເອົາ ອອກໄປຈີນ ຈີນກໍຈະຮອງຮັບ ຢູ່ປີນີ້ຈະດີ ຂື້ນໜ້ອຍນຶ່ງ ເພາະວ່າຣາຄາຈະຫຍັບຂື້ນໜ້ອຍນຶ່ງ ຕາມຣາຄາຂອງ ຕລາດ ໂລກນັ້ນແຫລ໋ະ".

ຍ້ອນວິກິຈການ ຂອງເສຖກິຈໂລກ ໃນລະຍະ2ປີທີ່ຜ່ານມາ ເຮັດໃຫ້ຣາຄາ ທອງແດງໃນຕລາດໂລກ ຕົກຕໍ່າຕລອດມາ ຈົນເຫລືອພຽງ 2,770ໂດລາ ສະຫະຣັຖຕໍ່ຕັນ ເມື້ອວັນທີ 24ທັນວາ2008. ຍ້ອນວ່າສະພາບເສຖກິຈ ຍັງບໍ່ຟື້ນໂຕໃນທົ່ວໂລກ ຈຶ່ງເຮັດໃຫ້ ຄວາມຕ້ອງການທອງແດງ ໃນຕລາດໂລກມີໜ້ອຍ ເຮັດໃຫ້ນັກລົງທຶນ ຂຸດຄົ້ນທອງແດງ ໃນແຂວງຜົ້ງສາລີ ຕ້ອງໄດ້ໂຈ໋ະການຂຸດຄົ້ນ ຕລອດປີ2009. ເຈົ້າໜ້າທີ່ອະທິບາຍ ກ່ຽວກັບເຣື້ອງນີ້ວ່າ:

"ຣາຄາຕົກ ແລ້ວກະມີບໍຣິສັດ ນຶ່ງໄດ້ສຳປະທານ ປີທີ່ແລ້ວນີ້ ຂະເຈົ້າກະໂຈ໋ະກ່ອນ ໂຈ໋ະໝົດປີ ແຜນການຂຸດຄົ້ນ ກໍບໍ່ໄດ້ຂຸດເລີຍ ປີທີ່ແລ້ວ".

ເຖິງຢ່າງໃດກໍຕາມ ໃນປີ2010 ຍ້ອນມີການຟື້ນໂຕ ຂອງເສຖກິຈຈີນ ເຮັດໃຫ້ຈີນ ຕ້ອງການທອງແດງ ຫລາຍເພີ້ມຂື້ນ ເລັ່ງໃຫ້ຣາຄາທອງແດງ ໃນຕລາດໂລກສູງຂື້ນ ໂດຍຣາຄາໃນ ຕລາດລ່ວງໜ້າ 3ເດືອນຂອງປີ2010 ຕົກຢູ່ປະມານ 7,450ໂດລາ ສະຫະຣັຖຕໍ່ຕັນ ເພີ້ມຂື້ນຮອດ 21ສ່ວນຮ້ອຍ ຈາກໄຕຣມາດ ທີ3ປີ2009 ຊຶ່ງມີຣາຄາ ປະມານ 6,159ໂດລາ ສະຫະຣັຖຕໍ່ຕັນ. ດ້ວຍເຫດນີ້ ອຸດສາຫະກັມ ຂຸດຄົ້ນທອງແດງ ໃນແຂວງຜົ້ງສາລີ ຈະເລີ້ມກັບມາ ຂຸດຄົ້ນແລະສົ່ງ ທອງແດງອອກຂາຍ ຕ່າງປະເທດອີກໃໝ່,

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.