ສັນຍາບັນທຶກ ຄວາມເຂົ້າໃຈ ແລະພາກປະຕິບັດ

ຫລາຍບໍຣິສັດ ທີ່ລົງທຶນ ໃນ ສປປລາວ ບໍ່ປະຕິບັດ ຕາມຂໍ້ຕົກລົງ ໃນບັນທຶກ ຄວາມເຂົ້າໃຈ.
ໂພໄຊສວັດ
2010.06.01

ມີບໍຣິສັດ ທີ່ລົງທຶນໃນ ສປປລາວ ຫລາຍບໍຣິສັດ ບໍ່ປະຕິບັດ ຕາມສັນຍາ ສຳປະທານ ພື້ນທີ່ດິນ ຫລັງຈາກທີ່ໄດ້ ເຊັນສັນຍາບັນ ທຶກຄວາມເຂົ້າໃຈ ຮ່ວມກັນແລ້ວ. ທີ່ຜ່ານມາໄດ້ ເກີດບັນຫາຢູ່ ເລື້ອຍໆ ຈຶ່ງເຮັດໃຫ້ ອົງການ ຄຸ້ມຄອງທີ່ດິນ ຈໍາເປັນຕ້ອງໄດ້ ແກ້ໄຂບັນຫາ ໂດຍການກວດສອບ ບົດວິພາກ ທາງເສຖກິດ ຂອງບໍຣິສັດ ທີ່ລົງທຶນເຫລົ່າ ນັ້ນຄືນໃໝ່. ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງຈາກ ອົງການຄຸ້ມຄອງ ທີ່ດິນແຫ່ງຊາດ ໄດ້ເວົ້າວ່າ:

"ມັນມີບັນຫາ ຢູ່ບ່ອນວ່າ ນັກລົງທຶນ ພາຍຫລັງເຊັນ MoU ເຊັນ MoUແລ້ວກໍບໍ່ ປະຕິບັດຕາມ MoU ຫັ້ນແລ້ວມັນ ຈະລົງມືທຳການ ບຸກເບີກເລີຍ ແຕ່ວ່າໂຕນີ້ມັນ ບໍ່ຖືກຕ້ອງຕາມ ຂັ້ນຕອນຂອງບົດ ວິພາກເສຖກິດ".

ເຈົ້າໜ້າທີ່ເວົ້າ ຕໍ່ໄປວ່າ ສຳລັບບັນຫາ ທີ່ເກີດຂື້ນນັ້ນ ແມ່ນຫລັງຈາກທີ່ ໄດ້ເຊັນ MoU ແລ້ວທາງ ບໍຣິສັດ ລົງທຶນ ຢາກໄດ້ພື້ນທີ່ ດິນທີ່ຫລາຍກວ່າ ທີ່ໄດ້ ຕົກລົງກັນໄວ້. ຊຶ່ງຕາມ ຄວາມເປັນຈິງແລ້ວ ພື້ນທີ່ດິນ ທີ່ໄດ້ຕົກລົງກັນ ກໍບໍ່ພໍກັບຄວາມ ຕ້ອງການຢູ່ແລ້ວ ຫລືວ່າພື້ນທີ່ ດິນຕອນດັ່ງກ່າວ ໄປກວມເອົາພື້ນ ທີ່ດິນຂອງຊາວບ້ານ ຜູ້ອື່ນ ຊຶ່ງທາງອົງການ ຄຸ້ມຄອງທີ່ດິນ ບໍ່ສາມາດ ຈັດຫາພື້ນທີ່ ເພີ້ມຕື່ມໃຫ້ຕາມ ຄວາມຕ້ອງການໄດ້ ເຖິງວ່າກຸ່ມນັກ ລົງທຶນຈະໄປຮຽກຮ້ອງ ຕໍ່ທາງ ຣັຖບານກໍຕາມ.

ເຖິງຢ່າງໃດກໍຕາມ ສຳລັບເຣື່ອງການ ເຮັດບົດວິພາກ ທາງເສຖກິດ ຂອງທາງ ບໍຣິສັດລົງທຶນ ສ່ວນຫລາຍກໍບໍ່ ຖືກຕ້ອງ ບໍ່ສອດຄ່ອງກັບ ສະພາບຄວາມ ເປັນຈິງ. ດັ່ງເຈົ້າໜ້າທີ່ ໄດ້ເວົ້າອີກວ່າ:

"ດຽວນີ້ພວກເຮົາ ຈະພິຈາຣະນາ ວ່າພວກເຮົາຈະໄດ້ ກວດຄືນ ບໍຣິສັດໃດ ເຮັດຖືກແລ້ວ ຈະຮ້ອງມາເຮັດສັນຍາ ເຊົ່າສຳປະທານ ບໍຣິສັດໃດ ເຮັດບໍ່ຖືກກໍຈະ ກວດຄືນໃໝ່ເອົາ ຂໍ້ມູນຄືນໃໝ່ ແລະ ຈະຄ່ອຍສເນີ ຣັຖບານຕົກລົງ".

ເຈົ້າໜ້າທີ່ເວົ້າ ມ້ວນທ້າຍວ່າ ສາເຫດທີ່ເກີດ ບັນຫາດັ່ງກ່າວ ນີ້ກໍເພາະວ່າ ທາງບໍຣິສັດ ທີ່ໄດ້ຮັບ ສຳປະທານ ເຮັດບົດວິພາກ ທາງເສຖກິດ ໂດຍບໍ່ໄດ້ສຶກສາ ຄົ້ນຄວ້າ ຫາຂໍ້ມູນ ໂຕຈິງເສັຍກ່ອນ ເລີຍເຮັດໃຫ້ການ ບຸກເບີກພື້ນທີ່ດິນ ໄປທຳລາຍຜົນ ປະໂຍດ ຂອງຊາວບ້ານ ແລະ ສິ່ງແວດລ້ອມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.