ຜົລຜລິດໝາກເຍົາ ທີ່ຄາດຄະເນບໍ່ໄດ້

ນັກວິຊາການ ເຫັນວ່າ ຄວາມບໍ່ສາມາດ ຢືນຢັນໄດ້ເຖິງ ປະຣິມານ ຜົລຜລິດໝາກເຍົານັ້ນ ເຮັດໃຫ້ຄາດຄະເນບໍ່ໄດ້ວ່າ ການຜລິຕ ເຊື້ອເພິງ bio-diesel ຈາກໝາກເຍົາ ຈະມີຜົລສໍາເຣັດ ຫລືແນວໃດ.
ມະນີຈັນ
2009.07.17
F-Yao ຕົ້ນໝາກເຍົາທີ່ໃຊ້ເປັນພືຊພລັງງານໄດ້
Photo: RFA

ປັດຈຸບັນ ການທີ່ທາງການ ກ່ຽວຂ້ອງຂອງລາວ ບໍ່ມີການເກັບກໍາ ຂໍ້ມູນພື້ນທີ່ ການປູກໝາກເຍົາ ຢ່າງທົ່ວເຖິງ ຈຶ່ງເຮັດໃຫ້ບໍ່ສາມາດ ຄາດຄະເນໄດ້ວ່າ ການຜລິດ ນໍ້າມັນເຊື້ອເພີງ ຈາກໝາກເຍົາ ຈະມີຜົລສໍາເຣັດ ໜ້ອຍຫລາຍເທົ່າໃດ ຊຶ່ງຈະນໍາໄປສູ່ ການເກີດບັນຫາ ຄວາມບໍ່ໝັ້ນໃຈ ໃນບັນດາ ຜູ້ບໍຣິໂພກ. ນັກວິຊາການ ສຖາບັນຄົ້ນຄວ້າ ພລັງງານທົດແທນ ທ່ານນຶ່ງກ່າວຕໍ່ RFAວ່າ:

"ດຽວນີ້ນີ່ ເຮົາຍັງບໍ່ສາມາດ ຢັ້ງຢືນໄດ້ວ່າ ແຫລ່ງວັຖຸດິບ ທີ່ເຮົາມີຢູ່ນີ້ ມັນຈະສາມາດ ຕອບສນອງໄດ້ກັບ ຄວາມຕ້ອງການຫລືບໍ່ ເພາະວ່າ ສົມມຸດວ່າ ເຮົາມີການບີບ ແລະນໍາໄຊ້ເນາະ ຖ້າວັຖຸດິບ ບໍ່ພຽງພໍ ກໍຈະມີການ ຢຸດສງັກຊົ່ວຄາວ ກໍເຮັດໃຫ້ມີບັນຫາ ເລື່ອງເຄື່ອງຈອກເຄື່ອງຈັກ ເຮັດໃຫ້ມີບັນຫາ ຜູ້ນໍາໄຊ້ບໍ່ໝັ້ນໃຈ."

ການພັທນານໍ້າມັນ ຈາກໝາກເຍົາ ຢູ່ລາວ ເລີ່ມໃນປີ2006 ໃນພາກສ່ວນ ເອກກະຊົນ ມີ2ບໍຣິສັຕໃຫຍ່ ຄືບໍຣິສັຕໂຄລາວ ແລະບໍຣິສັຕແມ່ ຂອງອຸຕສາຫະກັມ ການກະເສຕ ໄດ້ຕັ້ງເປົ້າໝາຍ ຂຍາຍພື້ນທີ່ ປູກໝາກເຍົາ ທົ່ວປະເທດໃຫ້ໄດ້ລາວໆ 725ພັນເອັກຕາຣ ແລະ ຈະຜລິຕເປັນນໍ້າມັນ ພາຍໃນປີ2010. ແຕ່ການສຶກສາ ຂອງສຖາບັນ ຄົ້ນຄ້ວາພລັງງານ ທົດແທນ ມາຮອດ ປັດຈຸບັນນີ້ ຍັງບໍ່ມີຂໍ້ມູນ ອັນໃດເທື່ອທີ່ ຢັ້ງຢືນວ່າ ການຜລິຕນໍ້າມັນ ຈາກໝາກເຍົາ ຈະສາມາດ ເຮັດໄດ້ຫລາຍພໍ ກັບຄວາມຕ້ອງການ ນໍາໄຊ້ໃນມໍ່ໆນີ້. ແຕ່ເຖິງຢາງໃດ ທາງພາກຣັຖ ກໍໄດ້ມີໂຄງການ ສຶກສາ ພຶຊພລັງງານ ອຶ່ນເປັນທາງເລືອກ ນໍາດ້ວຍ ເພື່ອທີ່ຈະພັທນາ ໂຄງການ ພືຊພລັງງານ ທົດແທນ ໃຫ້ກ້າວໜ້າຕໍ່ໄປ ທ່ານກ່າວຕໍ່ໄປວ່າ:

"ໃນນະໂຍບາຍ ກໍຣະບຸຈະແຈ້ງ ວ່າທຸກພືດທີ່ ສາມາດຜລິດ biofuel ໄດ້ເພິ່ນສົ່ງເສີມ ໝົດເລີຍ ຍັງມີການສຶກສາ ຢູ່ກ່ຽວກັບປາມ ນໍ້າມັນ ມັນຕົ້ນ ອ້ອຍ ສາລີ ແຕ່ວ່າດຽວນີ້ນີ່ ຣິເຣີ່ມໝາກເຍົາເນາະ."

ການປູກພືຊພລັງງານ ເປັນບຸຣິມະສິດ ຂອງຣັຖບານລາວ ທີ່ຕ້ອງການເຊື້ອເພີງ ຊີວະພາບ biofuel ໃຫ້ໄດ້5ເປີເຊັນ ຂອງການນໍາເຂົ້າ ນໍ້າມັນພາຍໃນ ປີ2020  ຊຶ່ງສຖາບັນ ຄົ້ນຄວ້າພລັງງານທົດແທນ ໄດ້ຮັບໜ້າທີ່ ໃນການສຶກສາ ຫາພືດພລັງງານ ທີ່ມີຄວາມເໝາະສົມ... ທ່ານກ່າວ ໃນຕອນທ້າຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.