ໂຮງງານຕັດຫຍິບ ໃນລາວຂາດທຶນ

ສປປລາວ ມີຕລາດ ຄ້າຂາຍເສື້ອຜ້າ ພາຍໃນ ປະເທດໜ້ອຍ ຜົນຜລິດຈາກ ໂຮງງານຕັດຫຍິບ ກໍບໍ່ຫລາຍ ແລະ ອຸດສາຫະກັມ ຕັດຫຍິບ ເພື່ອສົ່ງອອກ ກໍຂາດທຶນມາ ຢ່າງຕໍ່ເນື່ອງ ຍ້ອນຄ່າ ເງິນກີບສູງຂື້ນ.

ປັດຈຸບັນ ຢູ່ ສປປລາວ ການຜລິດສິນຄ້າ ປະເພດເສື້ອຜ້າ ສຳເຣັດຮູບ ເພື່ອຂາຍພາຍ ໃນປະເທດ ຍັງບໍ່ຫລາຍ ສ່ວນຫລາຍຈະນຳ ມາຈາກ ປະເທດເພື່ອນບ້ານ ໂຮງງານ ກໍເປັນໂຮງງານ ຂນາດນ້ອຍ ຜລິດບໍ່ໄດ້ຫລາຍ ແລະ ຕລາດກໍບໍ່ໃຫຍ່ ດັ່ງເຈົ້າໜ້າທີ່ ສະມາຄົມ ອຸດສາຫະກັມ ຕັດຫຍິບຂອງລາວ ເວົ້າວ່າ:

"ຕລາດພາຍໃນ ນີ້ຍັງບໍ່ໃຫຍ່ ໂຮງງານ ກະບໍ່ຫລາຍ ແລະໂຮງງານ ທີ່ວ່າຫຍິບ ພາຍໃນນີ້ ມັນເປັນ ໂຮງງານນ້ອຍ".

ສຳລັບ ໂຮງງານຕັດຫຍິບ ເພື່ອສົ່ງອອກ ກໍພວມໄດ້ຮັບ ຜົນກະທົບ ຢ່າງໜັກໜ່ວງ ແລະຂາດທຶນ ຍ້ອນຄ່າເງິນກີບ ແຂງຕົວ ຈົນວ່າໄດ້ ມີການຂໍຮ້ອງ ໃຫ້ຣັຖບານ ມີນະໂຍບາຍ ຊ່ວຍເຫລືອ ຕລອດຣະຍະ 2-3 ປີ ຜ່ານມານີ້ ແຕ່ກໍຍັງບໍ່ ປາກົດເຫັນວ່າ ຈະໄດ້ຮັບການ ສນອງຈາກ ທາງການລາວ ພໍເທົ່າໃດ. ຖ້າຫາກວ່າ ພາກສ່ວນທີ່ ກ່ຽວຂ້ອງ ຂອງທາງການລາວ ຍັງບໍ່ສາມາດ ຫາທາງແກ້ໄຂ ບັນຫາໂດຍ ການກຳນົດ ມາຕການ ກ່ຽວກັບອັດຕຣາ ແລກປ່ຽນເງິນກີບ ແລະເງິນໂດລາ ສະຫະຣັດ ນັ້ນໄດ້ ຜົນກະທົບ ແລະ ການຂາດທຶນຂອງ ໂຮງງານຕັດຫຍິບ ເພື່ອການສົ່ງອອກ ກໍຈະຍັງ ມີຢູ່ຕໍ່ໄປ.

ການຫັນມາ ພັທນາຕລາດ ພາຍໃນ ແລະສົ່ງເສີມ ສິນຄ້າ ທີ່ຜລິດຢູ່ ພາຍໃນປະເທດ ກໍເປັນທາງ ອອກທີ່ ພາກສ່ວນກ່ຽວຂ້ອງ ຄວນຮ່ວມກັນສຶກສາ ຫາທາງ ຮ່ວມມືກັນ ເພື່ອຮັກສາ ອຸດສາຫະກັມ ຕັດຫຍິບລາວ ໃຫ້ຄົງຢູ່ ແລະຂຍາຍຕົວ ຕໍ່ໄປໃນ ອະນາຄົດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org