ໃນຣະຍະ ທີ່ຜ່ານມາ ຝົນທີ່ຕົກ ຫລາຍ ເຮັດໃຫ້ ປາຣິມານນໍ້າ ຕາມຄອງ ຊົລປະທານ ຕ່າງໆໃນເຂດ ນະຄອນຫລວງ ວຽງຈັນ ເພີ້ມຂຶ້ນນັບມື້ ໂດຍບໍ່ມີ ການຄວບຄຸມ. ມາຮອດ ປັຈຈຸບັນ ມີຊາວ ກະສິກອນ ໄດ້ຮັບ ຜົລສະທ້ອນ ຈາກບັນຫາ ນໍ້າຖ້ວມ ພື້ນທີ່ນາແລ້ວ ສ່ວນນຶ່ງ ຊຶ່ງປາກົດການ ດັ່ງກ່າວ ຈະເກີດຂຶ້ນ ເປັນປະຈໍາ ທຸກປີ. ຕາມຄໍາເວົ້າຂອງ ຊາວກະສິກອນ ເມືອງໄຊທານີ ທ່ານນຶ່ງ:
"ຊົລປະທານ ແຕ່ວ່າມັນມີ ໂຕນໍ້າ ມັງນີ່ ເຂົາປ່ອຍນໍ້າຖີ້ມ ຊື່ໆນີ້ແຫລະ ຈົນຖ້ວມພຸ້ນແລ້ວ ຖ້ວມນາ ກໍມີແລ້ວ ໂຕນັ້ນ ຍາມນີ້ເຂົາ ບໍ່ຄ່ອຍໃຊ້ ເຂົາໃຊ້ ຍາມຣະດູ ແລ້ງ ຍາມນາແຊງ ເນາະ".
ຣະບົບ ຊົລປະທານ ໃນລາວ ປັຈຈຸບັນ ຍັງບໍ່ໄດ້ຮັບ ການປັບປຸງ ຍົກຣະດັບ ເພື່ອໃຫ້ ສາມາດ ຮອງຮັບ ສະພາບການ ປ່ຽນແປງຂອງ ທັມມະຊາດ ແລະ ຈັດການນໍ້າ ໃຫ້ດີຂຶ້ນ ເຮັດໃຫ້ໃນ ລະຍະຜ່ານມາ ເມື່ອມີ ຝົນຕົກຫລາຍ ຣະບົບ ຊົລປະທານ ບໍ່ສາມາດ ຮອງຮັບນໍ້າໄດ້ ພໍເທົ່າໃດ ຕ້ອງໄດ້ ປ່ອຍນໍ້າ ໃຫ້ໄຫລອອກມາ ຖ້ວມພື້ນທີ່ນາ ຂອງ ປະຊາຊົນ. ໃນຊ່ວງ ຣະດູແລ້ງ ປະຊາຊົນ ຕ້ອງການນໍ້າ ເພື່ອປູກຝັງ ຣະບົບ ຊົລປະທານ ທີ່ມີຢູ່ ກໍບໍ່ສາມາດ ຕອບສນອງນໍ້າໄດ້ ຢ່າງພຽງພໍ ເຮັດໃຫ້ຂາດແຄນ ນໍ້າ ໃນທົ່ວ ປະເທດ.
ສະພາບການ ດັ່ງກ່າວ ສ້າງຄວາມຫຍູ້ງຍາກ ໃນການຜລິດ ຂອງ ປະຊາຊົນ ນັບມື້ນັບ ຫລາຍຂຶ້ນ. ເຖິງແມ່ນວ່າ ປະເທດລາວ ຈະມີການ ສ້າງເຂື່ອນຫລາຍ ໃນລະຍະ ຜ່ານມາ ແຕ່ສ່ວນຫລາຍ ກໍຈະເລັ່ງໃສ່ ການຜລິດ ໄຟຟ້າ ແລະເຂື່ອນ ເຫົ່ລານັ້ນ ບໍ່ມີໜ້າທີ່ ເກັບກັກນໍ້າ ເພື່ອການ ກະສິກັມ ແຕ່ຕ້ອງປ່ອຍນໍ້າ ອອກເພື່ອຜລິດ ກະແສ ໄຟຟ້າ ຕລອດເວລາ.
ມີບາງໂຄງການ ເຊັ່ນເຂື່ອນ ນໍ້າເທີນ 2 ທີ່ຍັງມີ ຂໍ້ສົງສັຍວ່າ ຈະເປັນສ່ວນນຶ່ງ ທີ່ເຮັດໃຫ້ເກີດ ນໍ້າຖ້ວມ ໄຮ່ນາ ຂອງປະຊາຊົນ ຊຶ່ງທາງພາກ ສ່ວນກ່ຽວຂ້ອງ ຕ້ອງໄດ້ ສຶກສາ ຫາທາງແກ້ໄຂ.