ນັກລົງທຶນໃນລາວວ່າ ຄ່າແທກທີ່ດິນແພງ
2010.04.22
ນັກທຸຣະກິຈ ປະເພທ ສັມປະທານ ຕ່າງໆໃນລາວ ບໍ່ພໍໃຈກັບ ອັຕຣາຄ່າບໍຣິກາຣ ວັດແທກ ທີ່ທາງອົງກາຣ ແຫ່ງຊາຕ ໄດ້ກຳໜົດຂຶ້ນ ເພາະເປັນອັຕຣາ ທີ່ມີຣາຄາ ແພງ ເກີນໄປ ເຮັດໃຫ້ທາງ ອົງກາຣທີ່ດິນ ຕ້ອງໄດ້ມີກາຣ ພິຈາຣະນາ ຄືນໃໝ່ ດັ່ງທ່ານບຸນຕີ ເດດວົງສອນ ຫົວໜ້າຫ້ອງກາຣ ອົງກາຣຄຸ້ມຄອງ ທີ່ດິນແຫ່ງຊາຕ ນະຄອນຫລວງ ວຽງຈັນ ໄດ້ກ່າວວ່າ:
“ເຊົ່າສັມປະທານ ທີ່ດິນຢູ່ໃສ ຈະຕ້ອງໄດ້ມາ ເອົາວິຊາກາຣ ພວກເຮົາ ເອົາລົງໄປວັດແທກ ແລະ ຢູ່ໃນ ເຮັກຕ໊າຣ໌ໜຶ່ງ ເພິ່ນຈະເກັບຄ່າ ບໍຣິກາຣ ປາກົດວ່າຄ່າ ບໍຣິກາຣ ຕອນນີ້ ກຳລັງຕັ້ງເປັນ ບັນຫາ ມັນມີນັກລົງທຶນ ບອກວ່າ ອັຕຣານີ້ ຈະສູງເກີນໄປ”.
ພ້ອມດຽວກັນນີ້ ທ່ານກໍວ່າ ສຳຫລັບອັຕຣາ ບໍຣິກາຣຄ່າ ວັດແທກນັ້ນ ຈະຈຳແນກຕາມ ແຕ່ລະປະເພທ ຂອງທີ່ດິນເຊັ່ນ ດິນປຸກສ້າງ ຈະຄິດຣາຄາ ເປັນແຕ່ລະແມ໊ຕ ແລະ ດິນສັມປະທານ ໂດຽທົ່ວໄປ ຈະຄິດເປັນຣາຄາ ເປັນແຕ່ລະ ເຮັກຕ໊າຣ໌ ຊຶ່ງບັນຫາທີ່ ເກີດຂຶ້ນ ໃນປັຈຈຸບັນ ນີ້ນັ້ນຈະເປັນ ປະເພທທີ່ດິນ ສັມປະທານ ທີ່ມີກາຣ ຄິດຄ່າ ບໍຣິກາຣປະມານ 200,000 ກີບ/ເຮັກຕ໊າຣ໌ ອັນເປັນເຫຕໃຫ້ ທາງນັກລົງທຶນ ສ່ວນຫລາຍເກີດ ຄວາມບໍ່ພໍໃຈ ເພາະຕ້ອງໄດ້ເສັຽ ເງິນໃຫ້ທາງ ຣັຖບາລລາວ ຕື່ມອີກ.
ກ່ຽວກັບບັນຫາ ດັ່ງກ່າວ ກໍມີໜ່ວຍງານ ຕ່າງໆສເນີ ເພື່ອພິຈາຣະນາ ຫາຊ່ອງທາງແກ້ໄຂ ແລະກໍກຳລັງ ຣໍຖ້າກາຣຕັດສິນ ຂອງເຈົ້າໜ້າທີ່ ຮັບຜິດຊອບ ດັ່ງທີ່ທ່ານ ບຸນຕີ ໄດ້ກ່າວເພີ່ມວ່າ:
“ກໍມີຫລາຍພາຄ ສ່ວນສເນີຂຶ້ນມາ ແຕ່ວ່າຍັງບໍ່ໄດ້ ຮັບປັບປຸງ ແກ້ໄຂ ແຕ່ຢ່າງໃດ ແຕ່ວ່າຜູ້ໃຫຍ່ ບອກໃຫ້ວ່າ ເບິ່ງຄືນ ແຕ່ວ່າໂດຽທົ່ວ ໄປແລ້ວ ດຽວນີ້ຍັງບໍ່ໄດ້ ປັບປຸງ ເລີຽ ຈະມີກາຣ ປັບປຸງໃໝ່ ຕອນນີ້ຍັງບໍ່ມີ ຍັງບໍ່ໄດ້ຄົ້ນຄວ້າ”.
ທ່ານບຸນຕີ ໄດ້ກ່າວຢ້ຳວ່າ ເພື່ອແກ້ໄຂບັນຫາ ກາຣຂັດແຍ່ງ ດັ່ງກ່າວ ທາງອົງກາຣຄຸ້ມຄອງ ທີ່ດິນແຫ່ງຊາຕ ພ້ອມດ້ວຍໜ່ວຍງານ ກ່ຽວຂ້ອງ ກໍຈະພຍາຍາມ ພິຈາຣະນາ ເພື່ອໃຫ້ສາມາດ ມີກາຣຕົກລົງ ກັນໄດ້ໃນໄວໆ ຂ້າງໜ້ານີ້.