ລາວ-ອິນເດັຽ ຈະຄ້າເປີດການຄ້າ

ກຸ່ມຜຸ້ນໍາລາວ ຢາກໃຫ້ມີການ ລົງທຶນ ຂອງພາກ ເອກກະຊົນ ຈາກອິນເດັຽ.
ສິດນີ
2010.09.20

ປະທານາທິບໍດີ ອິນເດັຽ ຍານາງ ປາຕີບາ ປາຕີ ກ່າວໃນ ມື້ວັນເສົາ ວັນທີ 18 ກັນຍາ ວ່າ ກຸ່ມຜູ້ນຳລາວ ບອກວ່າ ພວກຕົນ ຢາກໃຫ້ມີການ ລົງທືນ ຈາກບໍຣິສັດ ເອກກະຊົນ ຂອງອີນເດັຽ.

ຫລັງຈາກ ໄດ້ກັບມາຈາກ ການຢ້ຽມຢາມ ລາວ ແລະ ກຳພູຊາ ຢ່າງເປັນທາງການ ໃນອາທີດນີ້ ຍານາງ ປາຕີ ປະທານາທິບໍດີ ອີນເດັຽ ເວົ້າວ່າ ຍານາງ ຖືກແຈ້ງການ ຈາກສະພາ ແຫ່ງຊາດລາວ ວ່າ ທາງສະພາໄດ້ ຜ່ານສົນທິສັນຍາ ການຄ້າ ອີນເດັຽ-ອາຊຽນ ໃນຂໍ້ຕົກລົງ ກ່ຽວກັບການ ຄ້າຂາຍສີນຄ້າ ຣະຫວ່າງກັນ ແຕ່ຍັງມີບາງສີ່ງ ບາງຢ່າງ ທາງດ້ານກົດຫມາຍ ທີ່ຈະຕ້ອງແກ້ໄຂ ກ່ອນຈະຖືກແຈ້ງການ ຢ່າງເປັນທາງການ.

ຍານາງຍັງ ບອກອີກວ່າ ຣັຖບານລາວ ໄດ້ກ່າວຢ້ຳທຸກໆຄັ້ງ ໃນການສະແດງ ຄວາມຂອບໃຈ ທີ່ອີນເດັຽ ໃຫ້ການຊ່ອຍເຫລືອ ໃນໂຄງການ ພັທນາຕ່າງໆ ໃນລາວ ມາຕຣອດ ໃນອະດີດ.

ນາງໄດ້ກ່າວ ກ່ຽວກັບເຣື້ອງນີ້ ໃນຂນະທີ່ ນາງຂີ່ຍົນກັບບ້ານ ໂດຍໃຫ້ການວ່າ ນາງໄດ້ ໂອ້ລົມກັບ ປະທານ ປະເທດລາວ ທ່ານ ຈູມມະລີ ໄຊຍະສອນ ນາຍົກ ຣັຖມົນຕຣີລາວ ທ່ານ ບົວສອນ ບຸບຜາວັນ ແລະ ປະທານສະພາ ແຫ່ງຊາດລາວ ທ່ານ ທອງ ສີງ ທັມມະວົງສາ ແລະວ່າ ກຸ່ມຜູ້ນຳລາວ ຕ້ອງການ ການລົງທືນ ຈາກອີນເດັຽ ໃນໂຄງການ ພັທນາເສຖກິດ ແລະ ສັງຄົມໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.