ກົດໝາຍ ຂອງລາວ ວ່າດ້ວຍການ ນໍາເຂົ້າ ສານເຄມີ

ກົດໝາຍ ຂອງລາວ ວ່າດ້ວຍການນໍາເຂົ້າ ສານເຄມີ ຍັງບໍ່ເຂັ້ມງວດ ຮັດກຸມພຽງພໍ ສົ່ງຜົນໃຫ້ ມີການລັກລອບ ນໍາສານເຄມີ ຕ້ອງຫ້າມ ເຂົ້າມາໄຊ້ ໃນການກະສິກັມ ຢູ່ຕໍ່ໄປ.
ມະນີຈັນ
2009.02.13

ປັດຈຸບັນຢູ່ລາວ ຍັງມີຊາວກະເສຕກອນ ແລະພໍ່ຄ້າຈໍານວນນຶ່ງ ລັກລອບນໍາສານເຄມີ ຫລືຝຸ່ນວິທຍາສາດ ເຂົ້າມາໄຊ້ ໃນການກະສິກັມ ເພື່ອເຮັດໃຫ້ ຜົລປູກ ພືດຜັກ ງອກງາມແລະຂາຍງ່າຍ ໄດ້ຣາຄາດີແຕ່ບໍ່ມີຄຸນ ພາບທາງດ້ານ ໂພສນາການ ສໍາລັບຮ່າງກາຍຜູ້ຄົນ.  ການລັກລອບນໍາເຂົ້າ ດັ່ງກ່າວສ່ວນນຶ່ງກໍ ກ່ຽວຂ້ອງກັບກົດໝາຍ ວ່າດ້ວຍການຄວບຄຸມ ການນໍາເຂົ້າສານ ເຄມີຂອງລາວ.  ເຈົ້າໜ້າທີ່ອົງການ ອາຫານແລະການກະເສດ ສະຫະປະຊາຊາດ ຫລື FAO ໃນນະຄອນຫລວງວຽງຈັນ ໃຫ້ຄໍາເຫັນກ່ຽວກັບ ບັນຫານີ້ວ່າ ….

ໂດຍສະເພາະເລື່ອງທາງດ້ານ ເອກກະສານດ້ານກົດໝາຍ ຂ້ອຍເຂົ້າໃຈວ່າ ປະເທດລາວ ຍັງບໍ່ມີກົດໝາຍມາຕຖານ ທີ່ຈະຄວບຄຸມ ການນໍາເຂົ້າ ສານເຄມີ ໂດຍສະເພາະ ສານເຄມີ ປະເພດເອບີທີ່ວ່າ ບ່ອນອຶ່ນຫ້າມແລ້ວ ແຕ່ລາວລັກລອບເຂົ້າມາ ເພື່ອໄຊ້ການກະເສດ ໂດຍທີ່ວ່າອໍານາດ ການປົກຄອງ ບໍ່ໄດ້ຄວບຄຸມ.
ແລະເຖິງແມ່ນວ່າ ຈະມີໜ່ວຍງານ ທີ່ກ່ຽວຂ້ອງ ທັງພາກຣັຖແລະ ພາກເອກກະຊົນ ຮ່ວມກັນໂຄສນາ ສົ່ງເສີມການປູກພືດ ແບບປອດສານເຄມີ ກໍດີແຕ່ບັນຫາ ທີ່ເກີດຂຶ້ນນັ້ນ ກໍຍັງບໍ່ສາມາດ ກໍາຈັດໃຫ້ໝົດໄປໄດ້  ເພາະຍັງມີຊາວ ກະເສຕກອນ ທີ່ບໍ່ມີຄວາມຮູ້ ກ່ຽວກັບພິດໄພ ຂອງສານເຄມີນັ້ນ.  ສ່ວນກຸ່ມພໍ່ຄ້າ ກໍຕ້ອງການ ພຽງແຕ່ຜົລປະໂຫຍດ ສ່ວນຕົວຂອງພວກຕົນ.  ນອກຈາກຈະມີ ຄົນລາວລັກລອບ ນໍາສານເຄມີ ທີ່ຕ້ອງຫ້າມນັ້ນ ເຂົ້າມາແລ້ວ  ໃນແຂວງທາງພາກ ເໜືອຂອງລາວ ກໍຍັງພັດມີ ນັກທຸຣະກິດຈີນ ທີ່ເຂົ້າມາຕັ້ງ ບໍຣິສັດ ເຮັດການກະເສດ ຢູ່ທີ່ນັ້ນນໍາ ເຂົ້າມາຕື່ມອີກ.

ເຈົ້າໜ້າທີ່ FAO ທ່ານດຽວກັນນີ້ ກ່າວຕື່ມວ່າ

ບາງເດືອນກໍເຈີສານພິດ ທີ່ໄປສໍາຣວດ ຢູ່ທາງພາກເໜືອ ເພາະວ່າມີຊາວຈີນ ເຂົ້າມາປູກຜັກ ເພື່ອປ້ອນຕລາດຈີນ ນໍາເຄມີເຂົ້າມາ ຈໍານວນຫລາຍ ຄືບໍ່ຮູ້ ສິເຮັດວິທີໃດ ມີແຕ່ວ່າໄປສໍາຣວດ ຂໍ້ມູນໄປນໍາເອົາ ຕົວຢ່າງຢາເຄມີ ທີ່ວ່າຂະເຈົ້າ ໄຊ້ຂ້າແມງໄມ້ ເພື່ອວ່າປ້ອນຂໍ້ມູນນີ້ ໃຫ້ທາງຣັຖບານ.

ໃນຕອນທ້າຍ ທ່ານ ກ່າວສລຸບວ່າ  ອາດຈະມີ ຄວາມເປັນໄປໄດ້ ທີ່ທາງອໍານາດ ການປົກຄອງຂອງລາວ ບໍ່ໄດ້ທໍາການຄວບຄຸມ.  ດັ່ງນັ້ນຈຶ່ງມີການ ລັກລອບນໍາສານ ເຄມີທີ່ຕ້ອງຫ້າມ ເຂົ້າມາໄຊ້ໃນການ ກະເສດຢູ່ລາວໄດ້  ອັນສົ່ງຜົນໃຫ້ ສານເຄມີນັ້ນ ຕົກຄ້າງເຮັດໃຫ້ສະພາບ ແວດລ້ອມອາກາດເປັນພິດ  ແລະປະຊາຊົນ ທີ່ອາໃສໃນບໍຣິເວນ ອ້ອມແອ້ມ ຫລືກິນຜົລປູກ ທີ່ມີສານພິດ ເຈືອປົນຢູ່ນັ້ນ ເກີດໂຣກ ຮ້າຍແຮງຕ່າງໆ ໄດ້.    

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.