ເມືອງຊໍາໃຕ້ ຂາດນໍ້າເຮັດນາປີ

ຊາວກະສິກອນ ເມືອງຊໍາໃຕ້ ແຂວງຫົວພັນ ຂາດເຂີນນໍ້າ ເພື່ອເຮັດນາ.

ຊາວກະສິກອນ ເມືອງຊໍາໃຕ້ແຂວງຫົວພັນ ຂາດເຂີນນ້ຳເພື່ອໃຊ້ ໃນການເຮັດນາປີ ເພາະຫລາຍເດືອນຜ່ານມາ ເກີດພັຍແຫ້ງແລ້ງ ຢ່າງຮຸນແຮງ ພາຍໃນທ້ອງຖິ່ນ ໃນບາງແຫ່ງຊາວກະສິກອນ ຕ້ອງໄດ້ຍາດແຍ່ງນ້ຳກັນ ເພາະລະບົບຊົລປະທານ ບໍ່ສາມາດຫານ້ຳ ໃຫ້ແກ່ຊາວກະສິກອນ ທີ່ກະຕຽມເຮັດນາປີ ໄດ້ພຽງພໍ. ເຈົ້າໜ້າທີ່ ຜແນກກະສິກັມ ເມືອງຊຳໃຕ້ ເວົ້າກ່ຽວກັບເຣື້ອງນີ້ວ່າ:

"ປັດຈຸບັນນີ້ເມືອງຊຳໃຕ້ ເປັນເມືອງທີ່ແຫ້ງແລ້ງ ປະຊາຊົນ ບໍ່ມີນ້ຳຈະເຂົ້າສູ່ນາ ການແບ່ງນ້ຳ ຊົລປະທານນຳ ປະຊາຊົນ ມີຂໍ້ຂັດແຍ່ງ ມາຫາເມືອງນີ້ ມີ 3-4 ຈຸດວ່າຜູ້ໃດທີ່ ຢູ່ເທິງກົກເບື້ອງຍອດນ້ຳ ນັ້ນແມ່ນປ່ອຍນ້ຳລົງນາ ຫລາຍໂພດ ຜູ້ຢູ່ລ້າເມືອງ ຈະບໍ່ມີນ້ຳນາ".

ທ່ານເວົ້າຕໍ່ໄປວ່າ ບັນຫາສະພາບແຫ້ງແລ້ງ ແລະການຂາດນ້ຳ ໃນຊົລປະທານ ເຮັດໃຫ້ຊາວກະສິກອນ ທົ່ວເມືອງຊຳໃຕ້ ເຮັດນາປີຊ້າກວ່າ ເວລາດຽວກັນ ເມື່ອປີກາຍ ນີ້. ນອກຈາກນີ້ຍັງ ສ້າງບັນຫາເຮັດໃຫ້ ພວກຂະເຈົ້າ ພຍາຍາມຍາດແຍ່ງນ້ຳ ເພື່ອຈະໄດ້ເຮັດນາ ຂອງຕົນ.

ເພື່ອແກ້ໄຂບັນຫາ ດັ່ງກ່າວ ທາງຫ້ອງການຜແນກ ກະສິກັມເມືອງຊຳໃຕ້ ໄດ້ສົ່ງເຈົ້າໜ້າທີ່ ຮັບຜິດຊອບ ໄປຊ່ວຍເຫລືອກວດກາ ແລະຈັດສັນແບ່ງນ້ຳ ໃຫ້ຖືກຕ້ອງແລະ ເໝາະສົມ ແລະແກ້ໄຂບັນຫາ ສະເພາະໜ້າ.

ເຖິງຢ່າງໃດກໍຕາມ ທາງການກໍໄດ້ແຕ່ຫວັງວ່າ ຫລັງຈາກລົມພະຍຸ Conson ທີ່ພັດຜ່ານ ຟິລິບປິນ ຈີນແລະວຽດນາມແລ້ວ ຈະມີຝົນຕົກເຂົ້າມາ ໃນປະເທດລາວ.
ຕາມປົກກະຕິແລ້ວ ເຂດເມືອງຊຳໃຕ້ ມີພື້ນທີ່ເຮັດນາ ຢູ່ປະມານ 1,400 ເຮັກຕາ, ຫາກເຫດພັຍແຫ້ງແລ້ງ ຍັງສືບຕໍ່ໄປອີກ ແລະການຊົລປະທານ ບໍ່ໄດ້ຮັບການແກ້ໄຂ ໃຫ້ດີຂື້ນຄາດວ່າ ການປູກເຂົ້ານາປີ ສຳລັບປີນີ້ ຄົງຈະບໍ່ໄດ້ຄົບຕາມ ຄວາມຄາດໝາຍ ຢ່າງແນ່ນອນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org